
ເມື່ອວັນທີ 16 ພຶດສະພາ 2022 ທີ່ໂຮງແຮມ ແກຣນພລາຊາ ຮ່າໂນ້ຍ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາ ລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າ ຄະນະນັກກິລາວ ພ້ອມດ້ວຍ ທ່ານ ເຂັມຊາດ ພິລາພັນເດຊ ປະທານສະຫະພັນ ກິລາຢູໂດ ແຫ່ງຊາດລາວ ໄດ້ໃຫ້ຄຳໂອວາດ, ທິດຊີ້ນຳ, ໃຫ້ຄຳອວຍພອນ ແລະ ໃຫ້ກຳລັງໃຈ ນັກກິລາຢູໂດ ທີມຊາດລາວ ກ່ອນຈະລົງ ການແຂ່ງຂັນ ໃນລະຫວ່າງວັນທີ 18-22 ພຶດສະພາ 2022 ຊຶ່ງທັງສອງທ່ານ ໄດ້ເນັ້ນໃຫ້ນັກກິລາ ຕັ້ງໃຈແຂ່ງຂັນ, ສູ້ສຸດຄວາມສາມາດ ເພື່ອນຳເອົາ ຫລຽນຄຳ ມາສູ່ ປະເທດຊາດ ບົນພື້ນຖານ ຄວາມສາມັກຄີ, ຖືນ້ຳໃຈຮັກຊາດ, ມີລະບຽບວິໄນ ແລະ ພາຍໃຕ້ກະຕິກາທີ່ລະບຸໄວ້.

ສຳລັບຕາຕະລາງການແຂ່ງຂັນຂອງນັກກິລາຢູໂດທີມຊາດລາວ ແມ່ນຈະເລີ່ມແຂ່ງຂັນ ໃນວັນທີ 18 ພຶດສະພາ 2022 ປະເພດຟ້ອນກາຕາ 2 ຄູ່ ຄື: ທ້າວ ຈິນດາວອນ ສີວັນວິໄລ ຄູ່ກັບ ທ້າວ ວຽງວິໄ ຈັນສີ ປະເພດ kodokn goshin jutsu ແລະ ນາງ ພອນວັນ ສີອຳພອນ ຄູ່ກັບ ນາງ ວຽງໄຊ ວິໄລພອນ ປະເພດ katame no kata; ວັນທີ 19 ພຶດສະພາ 2022 ທ້າວ ສຸລິໄຊ ໄຊຍະສານ ຮຸ່ນນ້ຳໜັກ -90 ກິໂລກຣາມ; ວັນທີ 20 ພຶດສະພາ 2022 ທ້າວ ສຸກພະໄຊ ສິດທິສານ ຮຸ່ນນ້ຳໜັກ -60 ກິໂລກຣາມ, ທ້າວ ຄຳສີ ຄູນນີວາດ ຮຸ່ນນ້ຳໜັກ -66 ກິໂລ ກຣາມ ແລະ ນາງ ຕຸກກີ້ ແສງດາກີ ຮຸ່ນນ້ຳໜັກ -52 ກິໂລກຣາມ; ວັນທີ 21 ພຶດສະພາ 2022 ທ້າວ ຈັນທະພອນ ຄຳພູນາວົງ ຮຸ່ນນ້ຳໜັກ -55 ກິໂລກຣາມ ແລະ ນາງ ຈອມມະນີ ມະນີໄຊ ຮຸ່ນນ້ຳໜັກ -48 ກິໂລກຣາມ./
ພາບ-ຂໍ້ມູນ: ສະຫະພັນຢູໂດແຫ່ງຊາດ
ເນື້ອໃນ: ຂປລ