
ໃນວັນ 21 ພຶດສະພາ 2022 ຫລັງຈາກ ໄພລັດ ທຳມະວົງສາ ຄວ້າຫລຽນຄຳທີ 2 ໃຫ້ກິລາໂວວີນາມ ໂດຍໃຫ້ກຽດມອບ ຫລຽນຂອງທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາ ລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າ ຄະນະທັບນັກກິລາລາວ, ມີທ່ານ ວິໄຊ ນະວຽງຈັນ ປະທານສະຫະ ພັນກິລາໂວວີ ນາມແຫ່ງຊາດ.
ສຳລັບ 2 ຫລຽນຄຳ ຈາກກິລາໂວວີນາມ ໄດ້ຈາກ ທ້າວ ໄພລັດ ທຳມະວົງສາ ປະເພດຟ້ອນດ່ຽວ ຊາຍມີອຸປະກອນ ແລະ ຟ້ອນດາບຄູ່ຍິງ ປະກອບມີ ນາງ ພີກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ສ່ວນ 1 ຫລຽນເງິນ ຈາກທ້າວ ແສງສຸລີ ຈັນທະປັນຍາ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລກຼາມ ແລະ 2 ຫລຽນທອງ ໄດ້ຈາກ ປະເພດຟ້ອນ ທີມປະສົມມີອາວຸດ ປະກອບມີ ທ້າວ ໂພຄຳ ພົມມະຈັນ, ທ້າວ ໄຊຊະນະ ຮວງລໍຄຳ. ທ້າວ ພຸດທະສິນ ປ່ຽນປັນຍາ, ນາງ ພີກສະໄໝ ອິນສຸມັງ ແລະ ປະຟ້ອນຄູ່ຍິງບໍ່ມີອາວຸດ ນາງ ມາລາ ຈັນທະລັກສາ ແລະ ນາງ ກຸງກິງ ບຸດດາໄຊ ມາຮອດປັດຈຸບັນ ໂວວີນາມ
ຈາກຜົນງານ 2 ຫລຽນຄຳ, 1 ຫລຽນເງິນ ແລະ 2 ຫລຽນທອງ ໃນຮ່າໂຮ້ຍ ເກມ 2021 ທ່ານ ພູຈິດ ວັດທະນາ ແລະ ທ່ານ ນິພາ ທັງສອງເປັນຮອງ ປະທານສະຫະພັນ ໂວວິນາມແຫ່ງຊາດລາວ ໄດ້ສະແດງເຈດຈຳນົງ ປະກອບສ່ວນ ສະໜັບສະໜູນ 15 ລ້ານກີບ ແລະ ທ່ານ ແສງພອນ ພົນອາມາດ ໃນນາມເປັນຫົວໜ້າ ຄະນະທັບນັກກິລາລາວ ກໍມອບໃຫ້ຕື່ມອີກ 5 ລ້ານກີບ.
ໂດຍ: ສົງການ ພັນແພງດີ

ເນື້ອໃນ: ຂປລ