
ທັບນັກກິລາຢູໂດທີມຊາດລາວ ລົງສະໜາມແຂ່ງຂັນ 2 ລາຍການ ຈາກປະເພດຟ້ອນກາຕາຄູ່ຍິງ ລາຍການ Katame no kata ແລະ ຄູ່ຊາຍ ລາຍການ KodokanGoshinສ້າງຜົນງານ ໄດ້ຢ່າງໂດດເດັ່ນຄວ້າ 1 ຫລຽນເງິນ ຄູ່ຍິງ ແລະ 1 ຫລຽນທອງ ຄູ່ຊາຍ ປະເດີມໄຊ ໃນການແຂ່ງຂັນ ກິລາຢູໂດ ງານມະຫາກຳ ກິລາຊີເກມ ຄັ້ງທີ 31 ຫລື ຮ່າໂນ້ຍ ເກມ 2021 ໄດ້ຢ່າງສວຍງາມ.
ການແຂ່ງຂັນກິລາຢູໂດ ຮ່າໂນ້ຍ ເກມ 2021 ມີການແຂ່ງຂັນຊີງໄຊ ທັງໝົດ 13 ຫລຽນຄຳ, ປະເພດຟ້ອນກາຕາຊາຍ (KodokanGoshin) 1 ລາຍການ ແລະ ຟ້ອນກາຕາຍິງ ຫລື Katame no kata 1 ລາຍການ ສ່ວນອີກ 11 ລາຍການແມ່ນ ປະເພດຕໍ່ສູ້ຊາຍ 5 ລາຍການ, ຍິງ 5 ລາຍການ ແລະ ປະເພດຕີທີມປະສົມ 1 ລາຍການ ເລີ່ມດຳເນີນແຂ່ງຂັນ ລະຫວ່າງວັນທີ 18-22 ພຶດສະພາ 2022 ໃນນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ແລະ ໃນມື້ທຳອິດແຂ່ງຂັນ ໃນວັນທີ 18 ພຶດສະພາ ຜ່ານມາ ມີການຊີງໄຊ 2 ລາຍການ ຈາກປະເພດຟ້ອນ ກາຕາຄູ່ຍິງ-ຊາຍ ໂດຍທັບນັກກິລາລາວ ກໍສົ່ງຮ່ວມຊີງໄຊ 2 ລາຍການ.
ສຳລັບການແຂ່ງຂັນກິລາຢູໂດ ຮ່າໂນ້ຍ ເກມ ປະເພດຟ້ອນກາຕາຄູ່ຊາຍ ມີ 9 ທີມ ຈາກ 8 ປະເທດແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ 1 ແລະ ກຸ່ມ 2 ສຳລັບກຸ່ມ 1 ມີ ຟີລິບປິນ, ມາເລເຊຍ, ຫວຽດນາມ (1), ອິນໂດເນເຊຍ ແລະ ໄທ ສ່ວນ ກຸມ 2ມີ ລາວ, ຫວຽດນາມ (2), ກຳປູເຈຍ, ສິງກະໂປ ແຂ່ງ ຂັນຄັດເອົາ 3 ທີມທີ່ມີຄະແນນດີທີ່ສຸດ ຂອງແຕ່ລະກຸ່ມ ລວມມີ 6 ທີມ ເຂົ້າຮອບຊີງຊະນະເລີດ.

ສ່ວນປະເພດຟ້ອນກາຕາຍິງ ມີ 7 ທີມ ຈາກ 5 ປະເທດສົ່ງເຂົ້າຮ່ວມ, ໃນນັ້ນ ລາວ ສົ່ງ 1 ທີມ, ກຳປູເຈຍ 1 ທີມ, ໄທ 1 ທີມ ຟີລິບປິນ ແລະ ຫວຽດນາມ ສົ່ງພາກສ່ວນລະ 2 ທີມ ແບ່ງອອກເປັນ 2 ກຸ່ມ ແຂ່ງຂັນຄັດເລືອກ ເອົາທີມທີ່ມີຄະແນນ ດີທີ່ສຸດ ອັນດັບທີ 1-2 ຂອງກຸ່ມ ເຂົ້າຮອບຊີງຊະນະ ເລີດ ລວມມີ 4 ທີມ.
ຜ່ານກນາແຂ່ງຂັນຄູ່ຊາຍ ຜົນປາກົດວ່າ: ທ້າວ ວຽງວີໄລ ຈັນສີ ແລະ ຮ້ອຍໂທ ຈິນດາວອນ ສີວັນວິໄລ ສາມາດທຳການສະແດງ ໃນຮອບຄັດເລືອກ ສາມາດສ້າງຄະແນນ ໄດ້ເຖິງ 526,5 ເປັນອັນດັບທີ 2 ຂອງກຸ່ມ 2 ເຂົ້າຮອບຊະນະເລີດ ກ່ອນຟ້ອນໄດ້ 524 ຄະແນນ ເປັນອັນດັບທີ 3 ຍາດໄດ້ ຫລຽນທອງ ຮ່ວມກັບ ສິງກະໂປ ສ່ວນຫລຽນຄຳ ແລະ ຫລຽນເງິນ ຕົກເປັນຂອງເຈົ້າພາບ. ຂະນະທີ່ ຄູ່ຍິງ ໃນຮອບຄັດເລືອກ ນາງ ວຽງໄຊ ວິໄລພອນ ແລະ ນາງ ພອນວັນ ສີອຳພອນ ສາມາດຟ້ອນໄດ້ຄະແນນ ດີທີ່ສຸດ 408,5 ຄະແນນ ເປັນອັນດັບທີ 1 ຂອງກຸ່ມ ເຂົ້າຮອບຊີງຊະນະເລີດ ແຕ່ໜ້າເສຍດາຍ ເສຍ ເຈົ້າພາບ ຫວຽດນາມ ທີມ 2 ພຽງ 1 ຄະແນນ ດ້ວຍຄະແນນ 402,5 ຕໍ່ 401,5 ຄະແນນ ຍາດໄດ້ພຽງ ຫລຽນເງິນ ສ່ວນຫລຽນຄຳ ຫວຽດນາມ ແລະ ຫລຽນທອງຮ່ວມ ແມ່ນຫວຽດນາາມ ແລະ ໄທ./.
ໂດຍ: ສົງການ ພັນແພງດີ
ເນື້ອໃນ: ຂປລ