ໍ
* ເຫັດປວກເປັນພືດປ່າທີ່ຫາຢາກ ແລະ ປີໜຶ່ງຈະອອກແຕ່ເທື່ອດຽວ ຖືເປັນອາຫານພື້ນບ້ານ ທີ່ຫາຍາກມີລາຄາແພງ ແລະ ເປັນທີ່ນິຍົມ ຂອງຫລາຍຄອບຄົວ ເຫັດປວກຈະເລີ່ມອອກ ສະເພາະໃນລະດູຝົນເທົ່ານັ້ນ, ແຕ່ມາໃນປັດຈຸບັນນີ້ ມີຄົນສາມາດຄົ້ນຄິດ ສູດເຊື້ອເຫັດປວກຂຶ້ນມາ ແລະ ສາມາດ ປູກກິນໄດ້ ທຸກຍາມ ເຊິ່ງບາງຄອບຄົວ ກໍ່ເຮັດເພາະເຊື້ອ ເຫັດຂາຍ ສ້າງລາຍຮັບໄດ້ ເປັນກອບເປັນກຳນຳອີກ ເຊິ່ງມື້ນີ້ຄໍລຳ ສຶກສາຫາຄວາມຮູ້ ຂໍແນະນຳຂັ້ນຕອນ, ວິທີໃນການປູກ ເຫັດປວກໄວ້ກິນເອງ ເຊິ່ງມີຂັ້ນຕອນແນວໃດນັ້ນ ໄປສຶກສາພ້ອມກັນເລີຍ.
ກ່ອນອື່ນຂຸດເອົາຮັງປວກມາຈາກໂພນປວກ ເອົາດ້ານໃນ ເຊິ່ງດີແທ້ແມ່ນຂຸດເອົາໂພນປວກ ທີ່ເຫັດປວກເຄີຍ ອອກຍິ່ງເປັນການດີ, ຂຸດເອົາປະມານ 1 ກຳມື ຫລື 3 ຂີດ, ຕໍ່ເຂົ້າຈ້າວຫູງ 1 ກິໂລ; ຫລັງຈາກນັ້ນ ນຳເອົາຮັງປວກ ມາຕຳໃຫ້ໝຸ່ນໆແລ້ວຄົນ ໃສ່ກັບເຂົ້າຈ້າວຫູງ ທີ່ກຽມໄວ້ ຄົນໃຫ້ເຂົ້າກັນດີ ຈາກນັ້ນ ກໍນຳເອົານ້ຳ ປະມານ 20 ລິດ ມາຄົນໃສ່ກັນ ແລ້ວບົ່ມໄວ້ປະມານ 7-10 ມື້; ພ້ອມສັງເກດເບິ່ງ ເມື່ອເຫັນມີ ຈຸລິນຊີໂປຣຕິນ ເປັນສີຂາວ ແລ້ວນໍາເອົາໄປຫົດໃສ່ ໂພນປວກ ຫລື ກ້ອງຕົ້ນໄມ້ໃຫຍ່ບ່ອນຊຸມ ຫລັງຈາກນັ້ນ ກໍເອົາເຟືອງ ຫລື ຫຍ້າມາປົກໄວ້ໃຫ້ທົ່ວ ແລ້ວຫົດນ້ຳ ແຕ່ລະມື ໃຫ້ຊຸ່ມພໍດີ ປະມານ 10-15 ມື້ ກໍຈະມີເຫັດປວກພົ້ນດິນຂຶ້ນມາ.
ຮຽບຮຽງໂດຍ: ແສງສະຫວັນ
ເນື້ອໃນ: ຂປລ