
ເມືອງມໍດົກໂລກຫລວງພະບາງບໍ່ຂຶ້ນຊື່ລືນາມພຽງຮູບຊົງ ເຮືອນຊານບ້ານຊ່ອງ ແລະ ອາຄານເກົ່າແກ່ດັ້ງເດີມ ທີ່ຍັງຫລົງເຫລືອ ຢູ່ເທົ່ານັ້ນ ຫາກຍັງບົ່ມຊ້ອນ ໄປດ້ວຍແຫລ່ງ ທ່ອງທ່ຽວທໍາມະຊາດ,ວັດທະນະທໍາ ແລະ ຮີດຄອງ ປະເພນີ ອັນດີງາມອີກດ້ວຍ.
ດັ່ງທີ່ຮູ້ແມ່ນໍ້າຂອງ ແລະ ສາຍນໍ້າຄານກອດຫຸ້ມເອົາເມືອງດັ່ງກ່າວ ຈົນກາຍເປັນສະເຫນ່ ທີ່ຫນ້າສົນໃຈຄົ້ນຫາ ຕົວຢ່າງ ຖໍ້າປາກອູ ຫລື ຖໍ້າຕິ່ງ ເປັນອີກໜຶ່ງ ແຫລ່ງທ່ອງ ທີ່ມີຊື່ສຽງຂອງ ແຂວງຫລວງພະບາງ ເຊິ່ງເປັນຖໍ້າ ທີ່ນັກທ່ອງ ທ່ຽວ ໃຫ້ຄວາມສົນໃຈ ແລະ ມາຢ້ຽມຢາມ ບໍ່ຂາດສາຍ ຖໍ້າຕິ່ງແບ່ງອອກເປັນ 2 ຖໍ້າຄື: ຖໍ້າຕິ່ງລຸ່ມ ແລະ ຖໍ້າຕິ່ງເທິງ, ເມື່ອເຂົ້າມາຈະພົບກັບ ຖໍ້າຕິ່ງລຸ່ມ ກ່ອນພາຍໃນບໍ່ເລິກ ມີຫີນງອກ ຫີນຍ້ອຍ ແລະ ມີຮູບປັ້ນ ພະພຸດທະຮູບນ້ອຍ ໃຫຍ່ຫລາຍ ອົງຕັ້ງລຽນລາຍກັນນັ້ນ ໄດ້ເຮັດໃຫ້ຜູ້ຄົນ ທີ່ມາຮອດ ໄດ້ກາບໄຫວ້ບູຊາ ເພື່ອເປັນສິລິມົງຄຸນ ແກ່ຕົນເອງ ແລະ ຄຄອບຄົນ.

ຖ້ຳຕິ່ງ ຕັ້ງຢູ່ແຄມນໍ້າຫ່າງຈາກນະຄອນຫລວງພະບາງປະມານ 25 ກິໂລແມັດ.ສະນັ້ນ, ຕ້ອງໄດ້ເດີນທາງດ້ວຍເຮືອ ພ້ອມກັນນັ້ນ ຍັງມີໂອກາດຊົມທຳມະຊາດລະຫ່ວາງທາງໄປພ້ອມ.
ທ່ານໃດທີ່ເດີນທາງໄປທ່ອງທ່ຽວຫລວງພະບາງນີ້ກໍຢ່າລືມໄປຢ້ຽມຢາມຖ້ຳຕິ່ງແດ່ເດີເພື່ອສໍາຜັດບັນຍາກາດທີ່ຫາເບີ່ງໄດ້ຍາກ.
ໂດຍ: ສອດສ່ອງ

ເນື້ອໃນ: ຂປລ