
ຂປລ. ທະນາຄານແຫ່ງ ສປປ ລາວ ກໍາລັງສຸມໃສ່ຈັດຕັ້ງປະຕິບັດ ມາດຕະການຈໍານວນໜຶ່ງ ເພື່ອຄຸ້ມຄອງປະລິມານເງິນເຂົ້າສູ່ລະບົບເສດຖະກິດ ໃຫ້ຢູ່ໃນລະດັບທີ່ເໝາະສົມ ໂດຍສະເພາະຕິດພັນກັບການຄຸ້ມຄອງປະລິມານເງິນ, ຍົກສູງຄຸນຄ່າຂອງເງິນກີບ ແລະ ຄຸນນະພາບຂອງສິນເຊື່ອຂອງລະບົບທະນາຄານ ໃຫ້ແທດເໝາະກັບສະພາບຄວາມຕ້ອງ ການໃນການນໍາໃຊ້ເພື່ອການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ບໍ່ສ້າງແຮງກົດດັນເຮັດໃຫ້ລະດັບຄວາມຕ້ອງການບໍລິໂພກ, ຊົມໃຊ້ ແລະ ນໍາເຂົ້າສິນຄ້າສູງຂຶ້ນເກີນຄວາມ ຈໍາເປັນ ຜ່ານການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາຈໍານວນໜຶ່ງ ເປັນຕົ້ນ ການດັດປັບອັດ ຕາດອກເບ້ຍພື້ນຖານ ຂອງທະນາຄານແຫ່ງ ສປປ ລາວ, ດັດປັບອັດຕາເງິນແຮຝາກບັງ ຄັບ ແລະ ອອກພັນທະບັດຂອງ ທະນາຄານແຫ່ງ ສປປ ລາວ ໃນລະດັບທີ່ເໝາະສົມ.
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫລງໃນວັນທີ 16 ພຶດສະພາ 2022 ນີ້ວ່າ: ພາຍຫລັງປະເທດເຮົາໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເລີ່ມແຕ່ທ້າຍປີ 2019 ເປັນຕົ້ນມາ ສະພາບການເໜັງ ຕີງແຮງຂອງຄ່າເງິນ ຂອງຫລາຍປະເທດຢູ່ຕະຫລາດສາກົນ ແລະ ພາກພື້ນ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ ສົມທົບກັບປັດໄຈພາຍໃນປະເທດເຮົາເອງທີ່ຕິດພັນກັບພື້ນຖານໂຄງສ້າງເສດຖະກິດ, ພຶດຕິກໍາຄວາມຊິນເຄີຍຂອງຄົນໃນສັງຄົມລາວ ໃນການນໍາໃຊ້ສິນຄ້ານໍາເຂົ້າ ໄດ້ສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຄ່າເງິນກີບ. ໃນໄລຍະ 4 ເດືອນຕົ້ນປີ 2022 ຄ່າເງິນກີບ ກໍຄື ອັດຕາແລກປ່ຽນຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫລາຍດ້ານ ໄດ້ອ່ອນຄ່າ 18,36% ທຽບກັບ ເງິນໂດລາ ແລະ 9,4% ທຽບກັບເງິນບາດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຍ້ອນສະພາບປັດໄຈພາຍນອກທີ່ຍັງຜັນຜວນ ແລະ ມີຄວາມບໍ່ແນ່ນອນສູງ ເປັນຕົ້ນ ການແຂງຄ່າຂອງເງິນໂດລາ ຢູ່ຕະຫລາດສາກົນຢ່າງຕໍ່ເນື່ອງ ໃນໄລຍະ 4 ເດືອນຕົ້ນປີ 2022 ເງິນໂດລາ ໄດ້ແຂງຄ່າ 8,18% ທຽບໃສ່ເງິນເອີໂຣ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຊິ່ງເປັນການແຂງຄ່າສຸດໃນຮອບສອງປີ, ການເພີ່ມຂຶ້ນຂອງລາຄາຄໍາ, ລາຄານໍ້າມັນເຊື້ອໄຟໃນຕະຫລາດສາກົນ ທີ່ໄດ້ເພີ່ມຂຶ້ນເຖິງ 65,17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສົມທົບກັບທ່າອ່ຽງການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ ໃນຂົງເຂດເສດຖະກິດສໍາຄັນຂອງໂລກ ແລະ ພາກພື້ນ ທີ່ລ້ວນແຕ່ສົ່ງຜົນເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດ ຢູ່ພາຍໃນປະເທດສູງຂຶ້ນ.
ທ່ານ ສອນໄຊ ສິດພະໄຊ ກ່າວວ່າ: ເພື່ອເປັນແຮງຍູ້ດັນແກ້ໄຂບັນຫາດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນຮັບຜິດຊອບດໍາເນີນມາດຕະການທີ່ເຂັ້ມຂຸ້ນກວ່າເກົ່າຕໍ່ບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວ ດ້ານເງິນຕາຕ່າງປະເທດແບບບໍ່ສອດຄ່ອງກັບລະບຽບກົດໝາຍ ໂດຍຈະເຂັ້ມງວດການຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາ ຕົວແທນດ້ວຍການນໍາໃຊ້ມາດຕະການບໍລິ ຫານທີ່ເຄັ່ງຄັດຫລາຍຂຶ້ນ; ຄຸ້ມຄອງຮ້ານແລກປ່ຽນເງິນຕາ ຕົວແທນທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງແຕ່ລະທະນາຄານທຸລະກິດ ໃຫ້ມີການເຄື່ອນໄຫວສອດຄ່ອງກັບລະບຽບທີ່ທະນາ ຄານແຫ່ງ ສປປ ລາວ ກໍານົດອອກ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເຄັ່ງຄັດ ຫລາຍຂຶ້ນ, ພ້ອມທັງປະຕິບັດມາດຕະການຕໍ່ຜູ້ລະເມີດ ໃຫ້ໄປຕາມລະບຽບກົດໝາຍ ກໍຄື ຂະບວນການຍຸຕິທໍາຢ່າງເປັນຮູບປະທໍາຫລາຍຂຶ້ນ; ຈະຢຸດການອະນຸຍາດໃຫ້ຮ້ານແລກ ປ່ຽນເງິນຕາຕົວແທນທີ່ມີການປະກາດອັດຕາແລກປ່ຽນ ແລະ ຊື້-ຂາຍເງິນຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍ; ເຂັ້ມງວດກວດກາ ແລະ ປະຕິບັດມາດຕະການຕໍ່ການໃຫ້ບໍລິການແລກປ່ຽນເງິນຕາຢ່າງເປີດເຜີຍ ໂດຍບໍ່ໄດ້ຮັບອະນຸຍາດ ຫລື ມີການເຄື່ອນໄຫວທີ່ເປັນລັກສະນະສ້າງຄວາມປັ່ນປ່ວນດ້ານອັດຕາແລກປ່ຽນ.
ພ້ອມນີ້, ທະນາຄານແຫ່ງ ສປປ ລາວ ຈະສົມທົບກັບຂະແໜງການ ແລະ ພາກ ສ່ວນຮັບຜິດຊອບ ທີ່ກ່ຽວຂ້ອງ ປັບປຸງກົນໄກຄຸ້ມຄອງ ແລະ ສະໜອງເງິນຕາຕ່າງປະເທດຕິດພັນກັບການນໍາເຂົ້າສິນຄ້າທີ່ຈໍາເປັນ ສໍາລັບການດໍາລົງຊີວິດຂອງພໍ່ແມ່ພີ່ນ້ອງປະຊາຊົນທີ່ພາຍໃນປະເທດເຮົາ ຍັງບໍ່ສາມາດຜະລິດໄດ້ເອງ ເປັນຕົ້ນ ນໍ້າມັນເຊື້ອໄຟ ໃຫ້ໄດ້ໃນລະດັບທີ່ແທດເໝາະກັບຄວາມຈໍາເປັນ ໃນການດໍາລົງຊີວິດ ແລະ ຄວາມເໝາະສົມໃນການພັດທະນາຕາມພື້ນຖານເສດຖະກິດຂອງປະເທດຕົວຈິງ. ຄຽງຄູ່ກັນນີ້, ທະນາຄານແຫ່ງ ສປປ ລາວ ກໍາລັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ເພື່ອໃຫ້ມີເງິນຕາຕ່າງປະເທດເຂົ້າປະເທດເຂົ້າສູ່ລະບົບທະນາຄານຫລາຍຂຶ້ນ, ໃຫ້ລະບົບທະນາຄານສາມາດເກັບຊື້ ເງິນ ຕາຕ່າງປະເທດໄດ້ຫລາຍຂຶ້ນ ໃຫ້ສົມດຸນກັບລະດັບຄວາມຕ້ອງການ ຂອງສັງຄົມຫລາຍຂຶ້ນ, ປັບປຸງກົນໄກຄຸ້ມຄອງລາຍຮັບຈາກການສົ່ງອອກ, ຕິດຕາມກວດກາຄືນສະພາບການ ເຄື່ອນໄຫວ ຂອງທຶນຈາກຕ່າງປະເທດ ກ່ຽວກັບການຖອກທຶນຈົດທະບຽນ, ການປະກອບເງິນລົງທຶນ ກໍຄື ການນໍາລາຍຮັບຈາກການສົ່ງອອກກັບຄືນປະເທດ ພ້ອມທັງຕິດຕາມ ກວດກາ ຄຸ້ມຄອງເງິນລົງທຶນພາຍໃນ ທີ່ເປັນເງິນຕາຕ່າງປະເທດ ໃຫ້ມີປະສິດທິຜົນຫລາຍຂຶ້ນ; ທະນາຄານແຫ່ງ ສປປ ລາວ ກໍາລັງສຸມໃສ່ຄົ້ນຄວ້າກົນໄ ກການນໍາໃຊ້ສະກຸນເງິນທ້ອງຖິ່ນ ເຂົ້າໃນການຊໍາລະສະສາງດ້ານການຄ້າ 2 ຝ່າຍ ໃຫ້ຫລາຍຂຶ້ນ ເພື່ອສົ່ງເສີມການຄ້າ ລະຫວ່າງປະເທດ ໂດຍນໍາໃຊ້ສະກຸນເງິນກີບ ແລະ ສ້າງຄວາມສົມດຸນດ້ານຄວາມຕ້ອງການ ເງິນຕາກັບບັນດາປະເທດຄູ່ຄ້າ ຂອງ ສປປ ລາວ ໃຫ້ຫລາຍຂຶ້ນ ໄປຄຽງຄູ່ກັບປະສານສົມທົບກັບຂະແໜງການກ່ຽວຂ້ອງ ຄົ້ນຄວ້າ ກໍານົດນະໂຍບາຍ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງໜີ້ສິນຕໍ່ຕ່າງປະເທດ; ສືບຕໍ່ຈັດຕັ້ງປະຕິບັດບັນດາ ໜ້າວຽກຈຸດສຸມທີ່ໄດ້ກໍານົດໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະຕິດພັນກັບການສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ, ການສົ່ງເສີມການສົ່ງອອກ, ການສົ່ງເສີມການປະຢັດຕ້ານການໃຊ້ຈ່າຍທີ່ຟູມເຟືອຍໃຫ້ເປັນຮູບປະທໍາ ຫລາຍຂຶ້ນ.
ທ່ານ ສອນໄຊ ສິດພະໄຊ ໄດ້ໄດ້ກ່າວອີກວ່າ: ທຸກຄົນຄວນຍົກສູງສະຕິຕໍ່ລະບຽບກົດໝາຍ, ບໍ່ເຂົ້າຮ່ວມ ບໍ່ສົມຮູ້ຮ່ວມຄິດ ບໍ່ຊຸກຍູ້ສົ່ງເສີມການແລກປ່ຽນເງິນຕາ ແບບບໍ່ສອດ ຄ່ອງກັບລະບຽບກົດໝາຍ ທີ່ຈະເປັນການສ້າງຄວາມບໍ່ສະຫງົບຕໍ່ສະພາບອັດຕາແລກປ່ຽນ; ເຊີດຊູນໍ້າໃຈຊາດ ສົ່ງເສີມການຜະລິດທີ່ເປັນທ່າແຮງຂອງຊາດ, ອຸດໜູນຜະລິດຕະພັນຂອງລາວ, ຫລຸດຜ່ອນການບໍລິໂພກ ຊົມໃຊ້ສິນຄ້າການບໍລິການທີ່ບໍ່ຈໍາເປັນ ແລະ ຟູມເຟືອຍ ເພື່ອຊ່ວຍກັນປະຢັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ, ຊ່ວຍໃຫ້ມີລາຍຮັບທີ່ເປັນເງິນຕາຕ່າງປະເທດ ເຂົ້າປະເທດ ເຂົ້າລະບົບທະນາຄານຫລາຍຂຶ້ນ ເພື່ອປະກອບສ່ວນເຮັດໃຫ້ຖານະເງິນຕາຕ່າງປະເທດຂອງຊາດເຂັ້ມແຂງຂຶ້ນ ຫລຸດຜ່ອນແຮງກົດດົນຕໍ່ອັດຕາແລກ ປ່ຽນ.
ເນື້ອໃນ: ຂປລ