ຂປລ.ຕາມຂ່າວຈາກ ຫວຽດນາມ,ວັນທີ13 ພຶດສະພານີ້,ທ່ານ Francois Penchaud, ຜູ້ຕາງໜ້າ ກອງທຶນ ເງິນຕາ ສາກົນ (IMF) ປະຈຳ ຫວຽດນາມ ລາຍງານ ຕົວເລກ ຄາດການ ລວມຍອດ ຜະລິດ ຕະພັນ ພາຍໃນ ປະເທດ (GDP) ຂອງຫວຽດນາມ ຈະຂະຫຍາຍຕົວ 6%ໃນປີນີ້ ພາຍຫລັງ ຈັດກອງປະຊຸມ ວ່າດ້ວຍ ການຄາດການ ເສດຖະກິດ ຫວຽດນາມ ປີ2022-2023 ລະບຸວ່າ ອັດຕາເງິນເຟີ້ ຂອງຫວຽດນາມປີນີ້ ມີທ່າອ່ຽງເພີ່ມຂຶ້ນ ແຕ່ຍັງຕ່ຳກວ່າເພດານ ທີ່ກຳນົດ ໂດຍທະນາຄານ ແຫ່ງລັດ ຫວຽດ ນາມ(SBV) ຫລື ທະນາຄານກາງ ລະດັບ4%.ຂະນະທີ່ ຫວຽດນາມ ໄດ້ອອກນະໂຍບາຍ ການເງິນ ແລະ ເສດຖະກິດ ມະຫາພາກ ເພື່ອສະໜັບ ສະໜູນ ຄົວເຮືອນ ແລະ ທຸລະກິດ ທີ່ໄດ້ຮັບ ຜົນກະທົບ ຈາກໂຄວິດ-19 ແຕ່ການຟື້ນໂຕ ຍັງບໍ່ສົມດຸນ ເພາະອາໄສ ແຮງຂັບເຄື່ອນຫລັກ ຈາກພາກ ການຜະລິດ, ການແປຮູບ ແລະ ການສົ່ງອອກ ນັບແຕ່ມີ ການຜ່ອນຜັນ ຂໍ້ຈຳກັດ ດ້ານໂລກລະບາດ ຄັ້ງໃຫຍ່.ຂະນະທີ່ ສຳນັກງານ ສະຖິຕິ ແຫ່ງຊາດ ຫວຽດນາມ ລະບຸວ່າ: ຈີດີພີ ຂອງຫວຽດນາມ ໃນປີກາຍນີ້ ຂະຫຍາຍຕົວ 2,58% ແລະ 5,03% ໃນໄຕມາດ ທຳອິດ ປີນີ້./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ