
ຂປລ.ສຳນັກຂ່າວ ຊິນຮວາ ຂອງຈີນ, ວັນທີ13 ພຶດສະພານີ້,ທ່ານ Mehmet Nuri Erzoy,ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຂອງຕວັກກີ ຕັ້ງເປົ້າໝາຍ ເພີ່ມລາຍໄດ້ ດ້ວຍການດຶງດູດ ນັກທ່ອງທ່ຽວ ໃຫ້ໄດ້ 42 ລ້ານ ເທື່ອຄົນ ແລະ ສ້າງລາຍໄດ້ ຈາກການທ່ອງທ່ຽວ 35 ຕື້ໂດລາ ສະຫະລັດ ໃນປີນີ້. ຂະນະທີ່ ນັກທ່ອງທ່ຽວ ສາກົນ ໄດ້ເດີນທາງ ເຂົ້າຕວັກກີ ປະມານ 30ລ້ານເທື່ອຄົນ ແລະ ສ້າງລາຍໄດ້ 24ຕື້ກວ່າ ໂດລາ ສະຫະລັດ ໃນປີກາຍນີ້./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ເນື້ອໃນ: ຂປລ