
ຂປລ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ “ການຍົກສູງຄຸນນະພາບ ວຽກງານເສນາທິການ ໃນໄລຍະໃໝ່” ຮ່ວມກັບບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ໃນທົ່ວປະເທດ ໃນວັນທີ 12 ພຶດສະພາ 2022 ຜ່ານລະບົບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,ມີບັນດາຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າຫ້ອງການກະຊວງ-ອົງການ, ຫົວໜ້າຫ້ອງວ່າການແຂວງ-ນະຄອນຫລວງວຽງຈັນ ແລະ ຄະນະກົມ ພາຍໃນ ຫສນຍ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອປັບປຸງຄຸນນະພາບການເປັນເສນາທິການ ໃນໄລຍະ ໃໝ່ ແລະ ປັບປຸງຮອບດ້ານ ວຽກງານເສນາທິການ ຮັບໃຊ້ຂັ້ນເທິງ ກໍຄື ການບໍລິການຮັບໃຊ້ປະຊາຊົນ ໂດຍສະເພາະ ເພື່ອປຶກສາຫາລື ແລະ ທົບທວນ ການຈັດຕັ້ງປະຕິບັດວຽກງານສຳຄັນຈຳນວນໜຶ່ງ ເປັນຕົ້ນ ການຈັດຕັ້ງປະຕິບັດລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX ຕາມຂໍ້ຕົກລົງ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ຕິດພັນກັບພາລະບົດບາດການເປັນເສນາທິການ, ການປະສານງານຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ; ຜ່ານຮ່າງບົດສະຫລຸບວຽກງານພົ້ນເດັ່ນປະຈຳອາທິດ, ເດືອນ, 3 ເດືອນ ແລະ ປະຈໍາປີ ຂອງທ້ອງຖິ່ນ ຕໍ່ລັດຖະບານ ແລະ ແຜນວຽກຈຸດສຸມ ໃນຕໍ່ໜ້າ; ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນ ໃນການປະຕິບັດວຽກງານເລັ່ງດ່ວນຈຳນວນໜຶ່ງ ເຊັ່ນ: ການເປີດປະເທດ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕິດພັນກັບແກ້ໄຂບັນຫານໍ້າມັນເຊື້ອໄຟ, ເງິນຕາ, ການຂົນສົ່ງຢູ່ດ່ານຊາຍແດນ. ນອກຈາກນັ້ນ, ຍັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳ ຂອງລັດຖະບານ ເປັນຕົ້ນ ດຳລັດ ສະບັບເລກທີ 599/ນຍ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ກໍຄື ມາດຕະການປະຢັດມັດທະຍັດ ແລະ ແຈ້ງການທິດຊີ້ນຳຕ່າງໆຂອງລັດຖະບານ, ພ້ອມທັງ ແລກປ່ຽນຂໍ້ມູນ ກ່ຽວກັບສະພາບຄວາມເປັນຈິງ ຂອງບັນດາຂະແໜງການ ສູນກາງ ແລະ ທ້ອງຖິ່ນ.
ໂອກາດນີ້, ຜູ້ຕາງໜ້າບັນດາ ກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງວຽງຈັນ ໄດ້ຜັດປ່ຽນກັນລາຍງານ ແລະ ແລກປ່ຽນຄຳຄິດເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໂດຍສະເພາະບັນດາຫົວຂໍ້ທີ່ ປະທານກອງປະຊຸມໄດ້ເຈາະຈີ້ມ, ລວມທັງສະພາບພົ້ນເດັ່ນຕ່າງໆ. ນອກຈາກນີ້, ກອງປະຊຸມ ຍັງໄດ້ລະດົມຄວາມຄິດເຫັນ ຈາກຜູ້ເຂົ້າຮ່ວມ ເພື່ອນຳໄປຄົ້ນຄວ້າ ແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາຫຍຸ້ງຍາກຕ່າງໆ ທີ່ກຳລັງປະເຊີນ ໃນປັດຈຸບັນ.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນສະຫລຸບ, ສັງລວມຜົນຂອງກອງປະຊຸມ, ພ້ອມທັງ ມີຄຳເຫັນເນັ້ນໜັກໃຫ້ບັນດາຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການແຂວງ-ນະຄອນຫລວງວຽງຈັນ ເອົາໃຈໃສ່ວຽກງານການເປັນເສນາທິການ ຕື່ມບາງດ້ານ ເປັນຕົ້ນ ຕ້ອງກຳນົດວິໄສທັດ ວຽກງານຫ້ອງວ່າການ ຫລື ຫ້ອງການຂອງຕົນ ຢ່າງຊັດເຈນ ເພື່ອຮັບປະກັນ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການບໍລິຫານວຽກງານ ແຕ່ລະຂັ້ນ ແລະ ແຕ່ລະໄລຍະ; ມີຄວາມກ້າຫານ ໃນການໃຫ້ທັດສະນະຕ່າງໆ ແກ່ຂັ້ນເທິງ ບົນພື້ນຖານຂໍ້ມູນຖືກຕ້ອງ, ແທດຕົວຈິງ, ສອດຄ່ອງກັບລະ ບຽບກົດໝາຍ, ມີວິທະຍາສາດ ແລະ ມີຫລາຍທາງເລືອກ; ຫ້ອງວ່າການ, ຫ້ອງການ ຕ້ອງກຳສະພາບການຮອບດ້ານໃຫ້ໄດ້ ທັງວຽກງານສາຍຕັ້ງ ແລະ ສາຍຂວາງ, ພ້ອມກັນນັ້ນ ພະນັກງານທີ່ເຮັດໜ້າທີ່ເສນາທິການ ກໍຕ້ອງຄິດໄວ, ຫູໄວ, ຕາໄວ, ເຮັດວຽກໄວ ແລະ ຄາດຄະເນລ່ວງໜ້າໄດ້ດີ. ນອກຈາກນັ້ນ, ການປະສານງານ ກໍໃຫ້ມີຄວາມຄ່ອງຕົວ ທັງໂດຍກົງ ແລະ ຮູບແບບທາງການ ເພື່ອໃຫ້ໄດ້ຂໍ້ມູນທີ່ຫລາກຫລາຍ, ຖືກຕ້ອງ ແລະ ຊັດເຈນ ແນໃສ່ເຮັດໃຫ້ການເປັນເສນາທິການ ໃຫ້ແກ່ການນຳທຸກຂັ້ນ ໂດຍສະເພາະ ການປະສານງານ ມີຄວາມຄ່ອງຕົວ, ການບໍລິຫານ ແລະ ຈັດຕັ້ງປະຕິບັດວຽກງານ ທັງແບບປົກກະຕິ ແລະ ເລັ່ງດ່ວນມີຄວາມສະດວກ, ວ່ອງໄວ, ທັນສະໄໝ-ທັນການ, ໂປ່ງໃສ, ຮັກສາໄດ້ຄວາມລັບ, ມີປະສິທິພາບ ແລະ ປະສິດທິຜົນສູງຂຶ້ນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
ເນື້ອໃນ: ຂປລ