
ຂປລ. ວັນທີ 10 ພຶດສະພາ ນີ້, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ມອບເງິນສະໜັບສະໜູນ ຈໍານວນ 10 ລ້ານກີບ ໃຫ້ແກ່ ສະຫະພັນກິລາເປຕັງ ແຫ່ງຊາດລາວ ເພື່ອຊຸກຍູ້ນັກກິລາ ເປຕັງທີມຊາດລາວ ເຂົ້າຮ່ວມແຂ່ງຂັນ ມະຫະກຳກິລາຊີເກມ ຄັ້ງທີ 31 ຢູ່ ສສ ຫວຽດນາມ, ກ່າວມອບໂດຍ ທ່ານ ສົມຊາຍ ຍົດສະຫວັນ ຮອງຜູ້ອໍານວຍການໃຫຍ່ LaoVietBank ແລະ ຮັບໂດຍ ທ່ານ ພູວົງ ກິດຕະວົງ ຮອງປະທານສະຫະພັນ ກິລາເປຕັງແຫ່ງຊາດລາວ, ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ໂດຍມີ ທ່ານ ບຸນປອນ ວັນນະຈິດ ປະທານສະຫະພັນກິລາເປຕັງ ແຫ່ງຊາດລາວ, ຮອງລັດຖະມົນຕີ ກະຊວງການເງິນ ເຂົ້າຮ່ວມ.
ທ່ານ ບຸນປອນ ວັນນະຈິດ ໄດ້ໃຫ້ຮູ້ວ່າ: ທີມນັກກິລາເປຕັງລາວ ໄດ້ມີການກະ ກຽມເລີ່ມຕັ້ງແຕ່ເດືອນກຸມພາ ປີ 2022 ເປັນຕົ້ນມາ, ໃນນັ້ນປະກອບມີນັກກິລາລວມທັງໝົດ 19 ຄົນ, ຍິງ 10 ຄົນ, ຄູຝຶກ 3 ຄົນ. ເຂົ້າຮ່ວມແຂ່ງຂັນລວມ 8 ລາຍການ ຄື: ການແຂ່ງຂັນເຕັກນິກຍິງ-ຊາຍ; ການແຂ່ງຂັນຄູ່ຍິງ-ຊາຍ; ການແຂ່ງຂັນຄູ່ປະສົມຍິງ-ຊາຍ; ການແຂ່ງຂັນແບບທີມ ຍິງ 2 ຊາຍ 1; ການແຂ່ງຂັນແບບທີມ ຊາຍ 3 ລ້ວນ ແລະ ຍິງ 3 ລ້ວນ, ເຊິ່ງນັກກິລາ ລ້ວນແລ້ວແຕ່ໄດ້ມີການກຽມພ້ອມທັງທາງດ້ານເຕັກນິກ, ຈິດໃຈ ແລະ ວິຊາສະເພາະ.
ເນື້ອໃນ: ຂປລ