
ນັບວ່າເປັນຂ່າວດີຂອງຜູ້ຜະລິດກະສິກຳລາວເປັນສິນຄ້າ ທີ່ເມື່ອບໍ່ດົນນີ້ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ລົງນາມແຜນການຊ່ວຍເຫລືອ ທາງດ້ານເຕັກນິກ ສໍາລັບຜະລິດຕະພັນ ກະສິກໍາລາວ ລະຫວ່າງ ກົມສົ່ງເສີມການຄ້າ ກະຊວງ ອຄ ແລະ ບໍລິສັດ ອານຮຸຍອີ້ຊາງ ດີຈິຕອນ ເຕັກໂນໂລຊີ ຈໍາກັດ ຊຶ່ງໂຄງການດັ່ງກ່າວ ແມ່ນເປັນໂຄງການໜຶ່ງ ທີ່ຢູ່ພາຍໃຕ້ກອບ ການຊ່ວຍເຫລືອ ບ້ວງ 4 ຕື້ຢວນ ເປັນການຊ່ວຍເຫລືອທີ່ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄລຍະຢ້ຽມຢາມ ເປັນທາງການຢູ່ ສປປ ລາວ ໃນເດືອນພະຈິກ ປິ 2017 ແລະ ໄດ້ປະ ກາດວ່າ ຈະປະຕິບັດ 8 ໂຄງການ ຊ່ວຍເຫລືອລ້າ ໃຫ້ແກ່ ສປປ ລາວ, ໃນ 8 ໂຄງການນີ້ ລວມມີໂຄງການກໍ່ສ້າງ ຊ່ວຍເຫລືອລ້າລະບົບ e-commerce (ອີ-ຄອມເມີສ) ສໍາລັບຜະລິດຕະພັນ ກະສິກຳລາວ.
ໂຄງການນີ້ແມ່ນສອດຄ່ອງກັບນະໂຍບາຍ ຂອງລັດຖະບານ ໃນການສົ່ງເສີມ ການຜະລິດກະສິກຳ ເປັນສິນຄ້າ ເພື່ອຫລຸດຜ່ອນ ການນຳເຂົ້າ ແນໃສ່ແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດ້ານເສດຖະກິດ ແລະ ການເງິນ ຊຶ່ງແມ່ນໜຶ່ງ ໃນສອງວາລະແຫ່ງຊາດ ທີ່ລັດຖະບານ ພວມສຸມໃສ່ ຈັດຕັ້ງປະຕິບັດ ໃຫ້ ປາກົດຜົນເປັນຈິງ ຍັງເປັນໂຄງການ ທີ່ມີຄວາມສຳຄັນ ບຸລິມະສິດ ຕໍ່ກັບການສົ່ງເສີມສິນຄ້າລາວ ສ້າງຄວາມອາດສາມາດ ໃນການເຂົ້າເຖິງຜູ້ຊື້ ແລະ ຕະຫລາດ ພ້ອມດຽວກັນ ໃນເບື້ອງການສະໜອງ ແມ່ນສາມາດເຕົ້າໂຮມ ແລະ ເຊື່ອມລົງໄປເຖິງຜູ້ຜະລິດ ແລະ ຜູ້ຂາຍໂດຍກົງ. ແນ່ນອນວ່າ ລະບົບການຄ້າ ຜ່ານ ອີເລັກ ໂຕນິກ ທີ່ໄດ້ຮັບການຊ່ວຍເຫລືອຄັ້ງນີ້ ຈະເປັນໂຄງການລິເລີ່ມ ຮ່ວມກັນຂອງພາກລັດ ແລະ ເອກະຊົນ ເພື່ອຊ່ວຍພັດທະນາ, ຄຸ້ມຄອງ ການຄ້າຜະລິດ ຕະພັນກະສິກຳ, ຂະຫຍາຍຕາໜ່າງ ການຄ້າກ້າວໄປເຖິງ ສ້າງມູນຄ່າການຄ້າ ສິນຄ້າລາວ ໃຫ້ນັບມື້ສູງຂຶ້ນ ປະກອບສ່ວນ ເຂົ້າໃນການຍົກສູງ ຄຸນນະພາບ ສິນຄ້າ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ກະສິກອນລາວ ປະຕິບັດນະໂຍບາຍ ແກ້ໄຂຄວາມທຸກຍາກ ໃຫ້ ສປປ ລາວ ສາມາດຫລຸດພົ້ນ ອອກຈາກປະເທດ ດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້.

ໂຄງການດັ່ງກ່າວນີ້ ໄດ້ເລີ່ມປະສານສົມທົບຮ່ວມກັບ ຈັດຕັ້ງປະຕິບັດບັດ ການກະກຽມນັບແຕ່ ການລົງນາມກຳນົດການຮ່ວມມື ທາງດ້ານເສດຖະກິດເຕັກນິກ ໃນວັນທີ 30 ພຶດສະພາ 2018, ເຮັດການສຳຫລວດ ເພື່ອກຳນົດເປັນໂຄງການ ໃນປີ 2019, ໄດ້ລົງນາມ ໃນສານແລກປ່ຽນ ແລະ ກຳນົດ ເປັນໂຄງການ ໃນວັນທີ 22 ເມສາ 2020, ພາຍຫລັງໄດ້ຮັບແຈ້ງຊື່ບໍລິສັດ ຕົວແທນຂອງຝ່າຍຈີນ ຜູ້ຊ່ວຍສ້າງເວບໄຊ ທີ່ເປັນແພຣດຟອມນີ້, ບໍລິສັດດັ່ງກ່າວ ໄດ້ເຮັດວຽກຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງ ອຄ ຢ່າງໃກ້ຊິດ ໂດຍມີການຈັດປະຊຸມ ຢ່າງເປັນທາງການ ຮ່ວມກັນຫລາຍກວ່າ 6 ຄັ້ງ ໃນປີ 2021- 2022 ເພື່ອກຳນົດ ທຸກລາຍລະອຽດ ໃນການກໍ່ສ້າງເວບໄຊ ຈຳໜ່າຍສິນຄ້າກະສິກຳ ດັ່ງກ່າວ. ພິເສດ, ເພື່ອອຳນວຍ ຄວາມສະດວກ ໃຫ້ຜູ້ຜະລິດ ໂຄງການດັ່ງກ່າວຈະໄດ້ ສ້າງຈຸດບໍລິການ 20 ຈຸດທົ່ວປະເທດ ເພື່ອເຮັດໃຫ້ຜູ້ຜະລິດ ສາມາດເຂົ້າເຖິງການບໍລິການ ແລະ ສາມາດແຈ້ງສິນຄ້າ ທີ່ຕົນມີໃຫ້ກັບສູນ ເພື່ອເອົາເຂົ້າວາງຂາຍ ໃນເວັບໄຊ ອີຄອມເມີສ ຂອງໂຄງການ. ພ້ອມດຽວກັນ, ກໍຈະມີການຈັດຝຶກອົບຮົມ ໃຫ້ຜູ້ຜະລິດ, ຜູ້ຂາຍ, ບັນດາຜູ້ສົນໃຈ ໃຫ້ຮູ້ນຳໃຊ້ເວັບໄຊ ທີ່ໂຄງການສ້າງຂຶ້ນ.
ເນື້ອໃນ: ຂປລ