
ຂປລ. ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີ ເຖິງນາຍົກລັດຖະມົນຕີ ເພື່ອພິຈາລະນາກ່ຽວກັບ ແຜນການກຽມເປີດປະເທດ ເຕັມຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວ ແລະ ການເຂົ້າ-ອອກປະເທດ ລວມທັງນັກທຸລະກິດ, ນັກລົງທຶນ ແລະ ບຸກຄົນທົ່ວໄປ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ໂດຍຈຸດປະສົງອື່ນ ໃນວັນທີ 1 ພຶດສະ ພາ 2022 ເປັນຕົ້ນໄປ.
ອີງຕາມຜົນກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມ ເປີດປະເທດແບບເຕັມຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວ ຄັ້ງວັນທີ 26 ເມສາ 2022 ຜ່ານມາ ເຊິ່ງມີບັນດາຂະແໜງການ ທີ່ກ່ຽວຂ້ອງທັງພາກ ລັດ ແລະ ພາກທຸລະກິດ ເຫັນດີເປັນເອກະພາບ ຕໍ່ການຊີ້ນຳຂອງລັດຖະບານ ໃນການເປີດປະເທດ ແບບເຕັມຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວ. ພ້ອມນັ້ນ ຍັງໄດ້ທົບທວນຄືນ ການຈັດຕັ້ງປະຕິບັດ ການເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ ໄລຍະທີ 1 ເຊິ່ງເຫັນວ່າຍັງມີຂໍ້ຄົງຄ້າງ, ສິ່ງກີດຂວາງ ເປັນຕົ້ນ ບັນດາເງື່ອນໄຂ ຂັ້ນຕອນຕ່າງໆ ໃນການອະນຸຍາດ ໃຫ້ນັກທ່ອງທ່ຽວເຂົ້າປະເທດ ແຕ່ກໍໄດ້ພ້ອມກັນຄົ້ນຄວ້າ ເພື່ອແກ້ໄຂບັນຫາຕ່າງໆ ຢ່າງກົງໄປກົງມາ ແລະ ໄດ້ຕົກລົງເປັນເອກະພາບ ຕໍ່ການຊີ້ນໍາ ຂອງລັດຖະບານ ໃຫ້ກະກຽມເປີດປະເທດ ແບບເຕັມຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວ ເລີ່ມວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ.
ສປປ ລາວ ແມ່ນຈະເປີດຕ້ອນຮັບ ນັກທ່ອງທ່ຽວທຸກຮູບແບບ (ບໍ່ວ່ານັກທ່ອງທ່ຽວ ມາໂດຍຜ່ານການບໍລິການ ຂອງບໍລິສັດ ທ່ອງທ່ຽວ ແລະ ນັກທ່ອງທ່ຽວ ທີ່ເດີນທາງມາທ່ຽວ ດ້ວຍຕົນເອງ); ແຕ່ຕ້ອງມີໃບຢັ້ງ ຢືນການສັກວັກຊິນຄົບ 2 ເຂັມ ບໍ່ຫລຸດ 14 ວັນ ກ່ອນມື້ອອກເດີນທາງ ຫລື ມີໃບຢັ້ງຢືນການເຄີຍຕິດ ເຊື້ອໂຄວິດ-19 (ຍົກເວັ້ນຜູ້ເດີນທາງ ທີ່ມີອາຍຸຕໍ່າກວ່າ 18 ປີ ບໍ່ຈຳເປັນມີໃບຢັ້ງຢືນ ການສັກຢາ). ສຳລັບນັກທ່ອງທ່ຽວ ທີ່ມີໃບຢັ້ງຢືນ ການສັກວັກຊີນຄົບໂດສ ແລະ ເດັກນ້ອຍອາຍຸ ຕໍ່າກວ່າ 5 ປີ ຈະບໍ່ໄດ້ມີການກວດ RT-PCR ກ່ອນການເດີນທາງເຂົ້າ ສປປ ລາວ. ສ່ວນຜູ້ທີ່ບໍ່ທັນມີ ໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີໃບຢັ້ງຢືນ ການກວດ RT-PCR ກ່ອນການເດີນທາງ 72 ຊົ່ວໂມງ, ເມື່ອເດີນທາງມາຮອດ ສປປ ລາວທຸກຄົນ ຕ້ອງໄດ້ກວດຫາເຊື້ອ ດ້ວຍເຄື່ອງ RDTATK ຖ້າຜົນກວດເປັນລົບ ແມ່ນອະນຸຍາດ ໃຫ້ເຄື່ອນໄຫວຕາມແຜນການໄດ້; ສະເພາະນັກທ່ອງທ່ຽວ ຊາຍແດນມາທ່ອງທ່ຽວ ຕອນເຊົ້າ ເດີນທາງກັບຕອນແລງ (1 day tripper) ແມ່ນຕ້ອງມີໃບຢັ້ງຢືນ ການສັກວັກຊີນ ແລະ ຕ້ອງໄດ້ກວດ ຫາເຊື້ອດ້ວຍລະບົບ RDT/ATK; ສ່ວນຜູ້ທີ່ບໍ່ມີໃບຢັ້ງຢືນ ສັກວັກຊີນ ຕ້ອງໄດ້ກວດຫາເຊື້ອ ດ້ວຍລະບົບ RT-PCR ທີ່ມີຜົນເປັນລົບ (ບໍ່ມີເຊື້ອ) ພາຍໃນ 48 ຊົ່ວໂມງ ກ່ອນເດີນທາງເຂົ້າມາ ສປປ ລາວ. ພ້ອມກັນນີ້, ນັກທ່ອງທ່ຽວ ສາມາດເອົາວີຊາກັບດ່ານ ຫລື E-visaໄດ້; ສຳລັບພົນລະເມືອງ ຂອງປະເທດທີ່ມີສັນຍາຍົກເວັ້ນວີຊາກັບ ສປປ ລາວ ສອງຝ່າຍ ຫລື ຝ່າຍດຽວ ສາມາດເດີນທາງເຂົ້າມາ ສປປ ລາວ ໂດຍບໍ່ຈຳເປັນຕ້ອງຂໍວີຊາ; ນັກທ່ອງທ່ຽວ ຕ້ອງຊື້ປະກັນໄພສຸຂະພາບ ຫລື ປະກັນໄພໂຄວິດ-19 ທີ່ມີວົງເງິນຄໍ້າປະກັນຢ່າງຕໍ່າ 10. 000 ໂດລາ ສາມາດຊື້ມາແຕ່ຕົ້ນທາງ ຫລື ຊື້ກັບບໍລິສັດປະກັນໄພຢູ່ ສປປ ລາວ.
ແນວໃດກໍຕາມ ເມື່ອນັກທ່ອງທ່ຽວມາຮອດ ສປປ ລາວ ຕ້ອງໄດ້ກວດຫາເຊື້ອ ດ້ວຍເຄື່ອງກວດແບບໄວ (RDT/ATK) ໂດຍບຸກຄະລາກອນ ທາງການແພດ ສໍາລັບນັກທ່ອງທ່ຽວ ທີ່ມາຜ່ານການບໍລິການຂອງ ບໍລິສັດທ່ອງທ່ຽວ ສາມາດເກັບຕົວຢ່າງກວດຫາເຊື້ອ ແລະ ລໍຖ້າຜົນກວດ ຢູ່ສະຖານທີ່ພັກແຮມ ທີ່ທາງບໍລິສັດກະກຽມໄວ້, ສ່ວນນັກທ່ອງທ່ຽວ ທີ່ມາດ້ວຍຕົນເອງ ແມ່ນຈະໄດ້ລໍຖ້າຜົນກວດ ບໍ່ເກີນ 1 ຊົ່ວໂມງ; ຖ້າຜົນກວດເປັນລົບ ແມ່ນບໍ່ຈໍາກັດບໍລິເວນ ສາມາດເດີນທາງ ໄປທ່ອງທ່ຽວໄດ້ເລີຍ. ສຳລັບຜູ້ທີ່ບໍ່ທັນ ຮັບວັກຊິນຄົບໂດສ ເຖິງວ່າຈະກວດ RDT/ATK ບໍ່ພົບເຊື້ອ ກໍ່ຕ້ອງໄດ້ກັກບໍລິເວນ ໃຫ້ຄົບ 7 ວັນ. ເວລາທ່ອງທ່ຽວພາຍໃນ ສປປ ລາວ: ນັກທ່ອງທ່ຽວ ຕ້ອງໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືດ້ວຍສະບູ ຫລື ເຈວທີ່ມີສ່ວນປະສົມຂອງເຫລົ້າ; ສັງເກດເບິ່ງອາການ ຂອງຕົນເອງ ຖ້າຫາກມີອາການສົງໄສຕິດເຊື້ອ ຫລື ມີຄວາມສ່ຽງ ແມ່ນໃຫ້ກວດດ້ວຍຕົນເອງ, ຖ້າຜົນກວດເປັນບວກ ໃຫ້ແຈ້ງໃຫ້ໂຮງແຮມ ຫລື ສະຖານທີ່ ທີ່ນັກທ່ອງທ່ຽວພັກເຊົາ ຢູ່ຢ່າງຮີບດ່ວນ ເພື່ອໃຫ້ໂຮງແຮມ ຊ່ວຍແຈ້ງໃຫ້ໂຮງໝໍຕາມເບີໂທສຸກເສີນ ຂອງແຕ່ລະແຂວງ.
ກ່ອນເດີນທາງອອກປະເທດ ຕ້ອງກວດ RT-PCR ຫລື ຕາມເງື່ອນໄຂຂອງປະເທດ ປາຍທາງກຳນົດ, ນັກທ່ອງທ່ຽວ ສາມາດເດີນທາງ ໄປທ່ອງທ່ຽວ ຢູ່ ສປປ ລາວໂດຍບໍ່ຈຳກັດແຂວງ, ສາມາດທ່ອງທ່ຽວ ໄດ້ຕາມສະຖານທີ່ທ່ອງທ່ຽວ ທີ່ໂດດເດັ່ນທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະ ສິກຳ ຢູ່ ນະຄອນຫລວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ.
ສ່ວນການກະກຽມຄວາມພ້ອມ ຂອງບັນດາຂະແໜງການ ທີ່ກ່ຽວຂ້ອງ ເຊັ່ນ: ກະຊວງ ຖວທ, ກະ ຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນາສຸກ, ບໍລິສັດລັດ ວິສາຫະກິດການບິນລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຕາງໜ້າພາກທຸລະກິດ ແລະ ພາກສ່ວນອື່ນໆ ແມ່ນມີຄວາມພ້ອມ ໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວທາງດ້ານ ບຸກຄະລາກອນ, ອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ. ສຳລັບຂະແໜງ ສາທາລະນາສຸກ ຖ້າວ່າໃນກໍລະນີ ນັກທ່ອງທ່ຽວເຂົ້າມາຫລາຍ ບຸກຄະລາກອນອາດບໍ່ທັນພຽງພໍ, ແຕ່ຈະໄດ້ນຳໃຊ້ ຮູບການລະດົມຫົວໜ່ວຍທຸລະກິດ ທີ່ໃຫ້ປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດ ວຽກງານວິຊາການ ດ້ານການແພດ ທີ່ຈຳເປັນຈຳນວນໜຶ່ງ.
ເນື້ອໃນ: ຂປລ