
ຂປລ. ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນແຫລ່ງທ່ອງທ່ຽວ ທີ່ນັກທ່ອງທ່ຽວນິຍົມໄປທ່ອງທ່ຽວ ເພື່ອພັກຜ່ອນ ໂອກາດວັນພັກ ຫລື ເທສະການຕ່າງໆ ໂດຍຜູ້ຮັບຜິດ ຊອບໄດ້ພັດທະນາ ແຫລ່ງທ່ອງທ່ຽວຢ່າງຕໍ່ເນື່ອງ ແລະ ໄດ້ກຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເມື່ອ ສປປ ລາວ ເປີດການທ່ອງທ່ຽວສີຂຽວໄລຍະ 2 ທີ່ຈະມາເຖິງນີ້.

ທ່ານ ເຫວິນປິງ ຜູ້ຮັບຜິດຊອບແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ໄດ້ໃຫ້ສຳພາດວ່າ: ກ່ອນບໍ່ມີການລະບາດ ພະຍາດໂຄວິດ-19, ນັກທ່ອງທ່ຽວນິຍົມເຂົ້າມາທ່ອງທ່ຽວ ໃນວັນປົກກະຕິປະມານ 1.000-1.600 ຄົນ, ມື້ພັກຜ່ອນ ປະມານ 2.000 ກວ່າຄົນ ໂດຍນັກທ່ອງທ່ຽວ ໄດ້ພາກັນມາເປັນກຸ່ມ ແລະ ແບບຄອບຄົວ ເພື່ອມາເບິ່ງຕົ້ນງິ້ວ ທີ່ເປັນເອກະລັກສະເພາະ ຢູ່ເຂດດອນຊາວນີ້ ໃນປີນີ້ ໄດ້ມີປະກົດການທາງທຳມະຊາດ ຄື ມີດອກງິ້ວທີ່ມີສອງສີ ໃນດອກດຽວກັນຄືສີແດງ ແລະ ສີເຫລືອງ. ມາຮອດປັດຈຸບັນ ຄະນະຜູ້ຮັບຜິດຊອບ ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ໄດ້ອະນຸລັກຕົ້ນດອກງິ້ວ ແລະ ຂຶ້ນທະບຽນແລ້ວ 1.000 ກວ່າຕົ້ນ.

ທ່ານ ເຫວິນປິງ ຍັງໃຫ້ຮູ້ອີກວ່າ: ແຫລ່ງທ່ອງທ່ຽວ ປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວແຫ່ງນີ້ ໄດ້ເລີ່ມພັດທະນາໃນປີ 2018 ມາຮອດທ້າຍປີ 2019 ໄດ້ມີການແພ່ລະບາດພະຍາດ ໂຄວິດ-19 ຄະນະຮັບຜິດຊອບ ກໍ່ໄດ້ປັບປຸງບ່ອນທີ່ຊຸດໂຊມ ແລະ ພັດທະ ນາຂຶ້ນມາໃໝ່ ເຊັ່ນ: ສະໝາມເທບທິດາຕ້ານຢາເສບຕິດ ສະເພາະຢູ່ໃນແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ.

ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ມີເນື້ອທີ່ 30.000 ຕາແມັດ ແລະ ໄດ້ແບ່ງອອກເປັນ 3 ສ່ວນຄື: ເວທີສໍາລັບການສະແດງ ສິລະປະວັນນະຄະດີ ແລະ ການຈັດງານ ປະກວດນາງສາວດອກງິ້ວຄຳ ທີ່ໄດ້ຈັດຂຶ້ນທຸກໆປີ ແຕ່ຍ້ອນການແພ່ລະບາດພະຍາດ ຈຶ່ງໄດ້ໂຈະໄປ 3 ປີແລ້ວ; ສ້າງຫ້ອງວາງສະແດງ ສິນຄ້າຜະລິດຕະພັນ 1 ເມືອງ 1 ຜະລິດຕະພັນຂອງເມືອງ ແລະ ເຄື່ອງຫັດຖະກໍາ, ສ້າງຫໍວາງສະແດງ, ສະໜາມເທບທິດາຕ້ານຢາເສບຕິດ ເພື່ອສະທ້ອນໃຫ້ເຫັນເຂດດັ່ງກ່າວ ປອດຢາເສບຕິດ ແລະ ມີໝູ່ບ້ານເພື່ອສະແດງ ໃຫ້ເຫັນວິຖິຊີວິດ ຂອງປະຊາຊົນຢູ່ເຂດດັ່ງກ່າວ.
ຂ່າວ: ສົມຫວັງ
ພາບ: ອ່າຍຄໍາ
ເນື້ອໃນ: ຂປລ