
ຂປລ. ແຫລ່ງຂ່າວຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2022 ບັນລຸໄດ້ປະມານ 989 ລ້ານໂດລາສະຫະລັດ, ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 519 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 471 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 48 ລ້ານໂດລາສະຫະລັດ.
ສິນຄ້າສົ່ງອອກຫລັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ຢາງພາລາ, ມັນຕົ້ນ, ແຮ່ເຫລັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເກີບ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ. ສ່ວນສິນຄ້ານໍາເຂົ້າ ຫລັກປະກອບມີ: ພາ ຫະນະທາງບົກ(ນອກຈາກລົດຈັກ, ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ(ນອກຈາກ ເຄື່ອງ ກົນຈັກພາຫະນະ), ແກ້ວປະເສີດ ຫລື ເຄິ່ງປະເສີດ, ເຍື່ອໄມ້ ແລະ ເສດເຈ້ຍ, ສິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ເຄື່ອງໃຊ້ທີ່ເຮັດດ້ວຍພາລາສະຕິກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນແອັດຊັງ, ແອັດຊັງພິເສດ ແລະ ຜະລິດຕະພັນທາງເຄມີ.
ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກ ມີ: ສປ ຈີນ ມູນຄ່າ 204 ລ້ານໂດລາສະຫະລັດ, ສສ ຫວຽດນາມ 85 ລ້ານໂດລາສະຫະລັດ, ໄທ 123 ລ້ານໂດລາສະຫະລັດ, ອົດສະຕຣາລີ 27 ລ້ານໂດລາສະຫະລັດ ແລະ ອິນເດຍ 14 ລ້ານໂດລາສະຫະລັດ. ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ມີ: ໄທ ມູນຄ່າປະມານ 235 ລ້ານໂດລາສະຫະລັດ, ສປ ຈີນ 74 ລ້ານໂດລາສະຫະລັດ, ສສ ຫວຽດນາມ 33 ລ້ານໂດລາສະຫະລັດ, ສະວິດເຊີແລນ 39 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 26 ລ້ານໂດລາສະຫະລັດ.
ເນື້ອໃນ: ຂປລ