ຂປລ. ການມາເຂົ້າຮຽນຢູ່ໂຮງຮຽນ ຂອງເດັກນ້ອຍ ແມ່ນມີຄວາມສຳຄັນ ຕໍ່ການສຶກສາ ແລະ ຄຸນນະພາບ ຊີວິດການເປັນຢູ່ຂອງເຂົາເຈົ້າ ເຊິ່ງມັນເປັນການ ປະກອບສ່ວນ ເຂົ້າໃນການພັດທະນາ ຊັບພະຍາກອນມະນຸດ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ໂດຍລວມ ເຖິງວ່າຈະມີລາຍການ ຕິດເຊື້ອພະຍາດໂຄວິດ-19 ແຕ່ລະສາຍພັນ ເພີ່ມຂຶ້ນໃນທົ່ວທຸກໆ ກຸ່ມອາຍຸຢ່າງໜ້າເປັນຫ່ວງ ໂດຍສະເພາະ ແມ່ນສາຍພັນ ໂອໄມຄອນ, ການເປີດໂຮງຮຽນຄືນໃໝ່ ຢ່າງປອດໄພ ແລະ ຊ່ວຍໃຫ້ໂຮງຮຽນ ສາມາດເປີດຕໍ່ໄປໄດ້ ຍັງຄົງເປັນບູລິມະສິດອັນຮີບດ່ວນ, ເຊິ່ງລັດຖະບານແຫ່ງ ສປປ ລາວ ໄດ້ຊ່ວຍໃຫ້ໂຮງຮຽນສ່ວນໃຫຍ່ ສາມາດສືບຕໍ່ເປີດຕໍ່ໄປໄດ້ ນັບຕັ້ງແຕ່ເດືອນ ກັນຍາ 2021 ຜ່ານມາ ໂດຍມີຄໍາ ແນະນໍາທີ່ຈະແຈ້ງ ກ່ຽວກັບການປ້ອງກັນ ການຕິດເຊື້ອ ເພື່ອໃຫ້ເດັກນ້ອຍ ກັບຄືນສູ່ໂຮງຮຽນ ໄດ້ຢ່າງປອດໄພ, ພ້ອມດ້ວຍອຸປະກອນທີ່ຈໍາເປັນເຊັ່ນ: ສະບູ່, ເຈວລ້າງມື, ຜ້າອັດປາກ-ດັງ ແລະ ເຄື່ອງວັດແທກອຸນຫະພູມແບບດີຈີຕອນ ຖືກສົ່ງມອບໃຫ້ໂຮງຮຽນ ໂດຍການສະໜັບສະໜູນ ຈາກຄູ່ຮ່ວມພັດທະນາ.
ທ່ານ ດຣ ເພຍ ເຣເບັນໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈຳ ສປປ ລາວ ໄດ້ມີຄຳເຫັນເມື່ອບໍ່ດົນນີ້ວ່າ: ຫລັກຖານທີ່ ເຮົາ ມີມາເຖິງປັດຈຸບັນ ສະແດງໃຫ້ເຫັນວ່າ ຖ້າມີມາດຕະການຫລຸດຜ່ອນ ຄວາມສ່ຽງຕໍ່ການຕິດ ເຊື້ອພະຍາດໂຄວິດ-19, ມັນກໍຈະປອດໄພ ທີ່ຈະໃຫ້ເດັກນ້ອຍໄປໂຮງຮຽນ, ເຊິ່ງມີຂໍ້ສັງເກດວ່າ ລັດຖະບານ ສປປ ລາວ ໄດ້ວາງມາດຕະການ ຫລຸດຜ່ອນຄວາມສ່ຽງ ຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ສໍາລັບທຸກໆໂຮງຮຽນ ໃນທົ່ວປະເທດ ຕ້ອງປະຕິບັດຕາມ. ພວກເຮົາໄດ້ສັງລວມ ເອົາຄວາມຮູ້ອັນໃຫຍ່ຫລວງ ກ່ຽວກັບວິທີຫລຸດຜ່ອນ ຄວາມສ່ຽງຕໍ່ການຕິດເຊື້ອ ພະຍາດໂຄວິດ ທີ່ອາດຈະມີຕໍ່ເດັກນ້ອຍ, ຄູອາຈານ ແລະ ຄອບຄົວຂອງພວກເຂົາ ລວມທັງຄໍາແນະນໍາ ທີ່ໄດ້ສ້າງຮ່ວມກັນ ລະຫວ່າງອົງການ ອານາໄມໂລກ-ອົງການອຸຍນີເຊັບ ແລະ ລາຍການກວດກາ ສໍາລັບໂຮງຮຽນ ຂອງອົງການອານາໄມໂລກ ທີ່ໄດ້ມີການທົບທວນ ຄືນຢູ່ເລື້ອຍໆ. ດ້ວຍຄວາມຮູ້ນີ້, ຂະແໜງການສຶກສາ ແລະ ສາທາລະນະສຸກ ໄດ້ຮ່ວມມືກັນ ເພື່ອເປີດໂຮງຮຽນຄືນໃໝ່ ໃນທົ່ວປະເທດ ໄດ້ຢ່າງສຳເລັດຜົນ, ປອດໄພ ແລະ ຊ່ວຍໃຫ້ໂຮງຮຽນ ສືບຕໍ່ເປີດຕໍ່ໄປໄດ້, ເຊິ່ງສາມາດພາເດັກນ້ອຍ ກັບຄືນສູ່ເສັ້ນທາງ ການຮຽນຮູ້ ແລະ ປົກປັກຮັກສາອະນາຄົດຂອງເຂົາເຈົ້າ.
ທ່ານ ດຣ ຢິງ-ຣູ ແຈັກກະລີນ ໂລ ຜູ້ຕາງໜ້າອົງການ ອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການປິດໂຮງຮຽນ ເປັນເວລາຍາວນານ ແລະ ບັນຫາໃນປັດຈຸ ບັນທີ່ຂັດຂວາງ ບໍ່ໃຫ້ສາມາດກັບຄືນສູ່ ໂຮງຮຽນໄດ້ສົ່ງຜົນ ສະທ້ອນຮ້າຍແຮງ, ເຊິ່ງມີຜົນກະທົບ ອັນໃຫຍ່ຫລວງ ຕໍ່ການຮຽນຮູ້, ທັກສະຂອງເດັກນ້ອຍ ແລະ ຄວາມອາດສາມາດ ໃນການສ້າງລາຍຮັບ, ສຸຂະພາບທັງຮ່າງກາຍ, ຈິດໃຈ ແລະ ຄອບຄົວຂອງເຂົາເຈົ້າ.
ປັດຈຸບັນ, ບໍ່ມີບ່ອນໃດທີ່ຄວາມສ່ຽງເປັນສູນ, ເຊິ່ງໝາຍຄວາມວ່າ ພວກເຮົາຍັງມີແນວໂນ້ມ ທີ່ຈະກວດພົບກໍລະນີ ທີ່ເປັນການລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ, ແຕ່ຄວາມສ່ຽງເຫລົ່ານີ້ ສາມາດຈັດການໄດ້ ດ້ວຍຍຸດທະສາດ ການຫລຸດຜ່ອນ ຄວາມສ່ຽງທີ່ເຂັ້ມແຂງ, ຜູ້ວາງນະໂຍບາຍ ຕ້ອງພິຈາລະນາສະພາບ ການຂອງທ້ອງຖິ່ນ ເພື່ອການກັບຄືນ ເຂົ້າຮຽນໃນໂຮງຮຽນ ແລະ ຊ່ວຍໃຫ້ໂຮງຮຽນ ສາມາດສືບຕໍ່ ເປີດຕໍ່ໄປໄດ້, ເຊິ່ງລວມມີຫລາຍປັດໄຈເຊັ່ນ: ລະດັບການແພ່ລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ ແລະ ຄວາມສາມາດ ໃນການກວດພົບ ແລະ ຕອບໂຕ້ຕໍ່ການເພີ່ມຂຶ້ນ ຂອງກໍລະນີຕິດເຊື້ອພະ ຍາດໂຄວິດ.
ອົງການອຸຍນີເຊັບ ແລະ ອົງການອະນາໄມໂລກ ໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ໃຫ້ການສະໜັບສະໜູນ ການຮຽນ-ການສອນ ທີ່ປອດໄພໃນ ໂຮງຮຽນ ເພື່ອບໍ່ໃຫ້ການຮຽນຮູ້ ຂອງເດັກນ້ອຍ ຖືກລົບກວນອີກ ຈາກການລະບາດ ຂອງພະຍາດໂຄວິດ-19.
ຂໍ້ມູນ: ອົງການອຸຍນີເຊັບ-ອົງການອະນາໄມໂລກ
ເນື້ອໃນ: ຂປລ