
ຂປລ. ໂຮງງານຊີມັງຫລັງທີ III ຂຶ້ນກັບບໍລິສັດ ຊີມັງລາວ ວັງວຽງ ຈຳກັດ, ພາຍໃຕ້ການນຳພາທຸລະກິດຂອງ ລັດວິສາຫະກິດພັດທະນາກະສິກຳ-ອຸດສາຫະກຳ ແລະ ບໍລິການຂາອອກ-ຂາເຂົ້າ(ພກອ) ຊຶ່ງເປັນວິສາຫະກິດຂອງລັດ ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຈາກຄະນະພັກກະຊວງປ້ອງກັນປະເທດ ເຮັດໃຫ້ການດຳເນີນທຸລະກິດຂອງໂຮງງານຊີ ມັງຫລັງທີ III ປັດຈຸບັນມີກຳລັງການຜະລິດຊີມັງພຽງພໍ ແລະ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫລາດ ທັງປະລິມານ ແລະ ຄຸນນະພາບ.
ທ່ານ ທັນໃຈ ວົງວຽງແກ້ວ ຮອງຜູ້ອຳນວຍການບໍລິສັດ ຊີມັງລາວ ວັງວຽງ ຈຳກັດ ໃຫ້ຮູ້ວ່າ: ບໍລິສັດ ຊີມັງລາວ ວັງວຽງ ຈຳກັດ ກໍຄືໂຮງານຊີມັງຫລັງທີ III ເປັນການຮ່ວມທຶນລະຫວ່າງ ລັດວິສາຫະກິດພັດທະນາກະສິກຳ-ອຸດສາຫະກຳ ແລະ ບໍລິການຂາອອກ-ຂາເຂົ້າ ກັບ ບໍລິສັດ ຊີມັງຢົງຟາ ຈໍາກັດ ສປ ຈີນ. ໂດຍປະຕິບັດຕາມສັນຍາ ວ່າດ້ວຍການຂະຫຍາຍໂຮງງານຊີມັງລາວ ວັງວຽງຫລັງທີ I, ໂຄງ ການກໍ່ສ້າງໂຮງງານຊີມັງຫລັງທີ III ໄດ້ເລີ່ມຕົ້ນລົງມືກໍ່ສ້າງແຕ່ເດືອນຕຸລາ 2011-ມີນາ 2013 ດ້ວຍການກໍ່ສ້າງຕິດຕັ້ງເຄື່ອງຈັກທັນສະໄໝ ໂດຍນຳໃຊ້ທຶນເຂົ້າໃນການກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກ ທັງໝົດປະ ມານ 95 ລ້ານກວ່າໂດລາສະຫະລັດ, ໂຮງງານຊີມັງຫລັງ III ເປັນໂຮງງານເຕົາປິ່ນ, ເຕັກໂນໂລຊີການຜະລິດທັນສະໄໝ, ເປັນໂຮງງານຂະໜາດໃຫຍ່ທີ່ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ, ມີຄວາມອາດສາມາດແຂ່ງຂັນທາງດ້ານປະລິມານ, ຄຸນນະພາບ ແລະ ລາຄາຊີມັງທັງພາຍໃນ ແລະ ຕ່າງປະເທດໄດ້.
ປັດຈຸບັນບໍລິສັດ ຊີມັງລາວວັງວຽງ ຈຳກັດ, ໄດ້ປະກອບການຈັດຕັ້ງສາຍລັດມີ 2 ພະແນກ ແລະ 1 ຫ້ອງການ, ມີພະນັກງານທັງໝົດ 28 ຄົນ, ພະນັກງານຝ່າຍລາວ 24 ຄົນ, ພະນັກງານຝ່າຍຈີນ 4 ຄົນ, ການຈັດຕັ້ງຢູ່ໂຮງງານຊີມັງຫຼັງທີ 3 ມີ 1 ຫ້ອງການ ແລະ 7 ພະແນກການຂຶ້ນກັບ, ມີພະນັກງານ-ກຳ ມະກອນທັງໝົດ 247 ຄົນ, ພະນັກງານວິຊາການຝ່າຍລາວ 209 ຄົນ, ພະນັກງານວິຊາການຝ່າຍຈີນ 38 ຄົນ.
ທ່ານ ຄຳບົນ ໄຊເລົ່າວົງ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດ ພັດທະນາກະສິກຳ-ອຸດສາຫະ ກຳ ແລະ ບໍລິການຂາອອກ-ຂາເຂົ້າ ເປີດເຜີຍຕື່ມວ່າ: ສາເຫດຕົ້ນຕໍ ທີ່ພາໃຫ້ມີການສ້າງຕັ້ງໂຮງງານຊີມັງລາວ ວັງວຽງຫລັງ III ແມ່ນລິເລີ່ມຈາກໂຮງງານຊີມັງຫລັງທຳອິດ ພາຍໃນ ສປປ ລາວ ຊຶ່ງ ໄດ້ສ້າງຕັ້ງຂຶ້ນໃນປີ 1990 ໃນເງື່ອນໄຂທີ່ປະເທດຊາດຍັງອ່ອນນ້ອຍ, ສະພາບເສດຖະກິດ-ສັງຄົມ ຂອງປະເທດຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີຄວນ, ໂຮງງານຊີມັງລາວວັງວຽງຫລັງທີ I ເປັນໂຮງງານເຕົາຕັ້ງກົນຈັກຂະໜາດນ້ອຍ, ເຕັກໂນໂລຊີການຜະລິດບໍ່ທັນສະໄໝ, ມາຮອດໄລຍະໜຶ່ງບໍ່ສາມາດແຂ່ງຂັນໄດ້ດ້ານປະລິມານ, ຄຸນນະພາບທີ່ເກີດຂຶ້ນໃໝ່ຫລາຍແຫ່ງທັງພາຍໃນ ແລະ ຕ່າງປະເທດ.
ສະນັ້ນ, ເພື່ອເຮັດໃຫ້ໂຮງງານຊີມັງລາວວັງວຽງສາມາດດຳເນີນທຸລະກິດໄດ້ ຈຶ່ງໄດ້ຂະຫຍາຍໂຮງງານຊີມັງຫລັງທີ II ແລະ ສ້າງຕັ້ງບໍລິສັດ ຊີມັງລາວ ວັງວຽງຈໍາກັດ ກໍ່ສ້າງໂຮງງານຊີມັງລາວວັງວຽງຫລັງທີ III ໂດຍອີງຕາມສັນຍາຮ່ວມທຶນລະຫວ່າງລັດວິສາຫະກິດ ພກອ ກັບບໍລິສັດ ຊີມັງຍົງຟາ ຈຳກັດ, ໃນຄັ້ງວັນທີ 20 ມີຖຸນາ 2008 ໂດຍແມ່ນຝ່າຍລາວຖືຫຸ້ນ 40%, ຝ່າຍຈີນຖືຫຸ້ນ 60%, ເປັນທຶນກູ້ຢືມພາຍໃນ ແລະ ຕ່າງປະເທດ 100% ເພື່ອກໍ່ສ້າງໂຮງງານໃຫ້ສໍາເລັດຕາມສັນຍາທີ່ກຳນົດໄວ້.
ການດຳເນີນທຸລະກິດໂຮງານຊີມັງຫລັງ III ໄດ້ສືບຕໍ່ປັບປຸງເຮັດໃຫ້ບໍລິສັດເຕີບໃຫຍ່ເຂັ້ມແຂງໃນສະເພາະໜ້າ ແລະ ຍາວນານ, ການດຳເນີນທຸລະກິດຂອງບໍລິສັດ ຊີມັງລາວ ວັງວຽງ ຈຳກັດໃນທ່າມກາງອັນລະອິດລະອ້ຽວແຫ່ງການປັບປຸງກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ, ຄະນະໜ່ວຍພັກ, ຄະນະອໍານວຍການ ຈຶ່ງໄດ້ເອົາໃຈໃສ່ຊີ້ນຳ-ນຳພາປັບປຸງກໍ່ສ້າງການຈັດຕັ້ງ, ການດຳເນີນທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງ, ປັບປຸງແຜນວິທີເຮັດວຽກ, ແຜນການຕະຫລາດ, ພັດທະນາຊີມັງລາວໃຫ້ມີຄຸນນະພາບທັງປະລິມານ ແລະ ຄຸນນະພາບ, ມາຮອດປັດຈຸບັນ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ ໂດຍສະເພາະບັນດາໂຄງການ, ການກໍ່ສ້າງໂຮງງານ, ຮ້ານຄ້າໃຫຍ່ໆ. ນອກຈາກນັ້ນ, ບັນດາໂຄງການຕ່າງໆຂອງລັດ ແລະ ໂຄງການທີ່ຕ່າງປະເທດມາລົງທຶນ ນຳອີກດ້ວຍ.
ຂ່າວ-ພາບ ກະຊວງການເງິນ
ເນື້ອໃນ: ຂປລ