ຂປລ. ໃນວັນທີ 7 ມີນາ 2022, ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານ ໃຫ້ຮູ້ວ່າ: ໃນວັນທີ 6 ມີນາ 2022 ທົ່ວປະເທດໄດ້ກວດວິເຄາະທັງໝົດ 1.521 ຕົວຢ່າງ ແລະ ພົບເຊື້ອທັງໝົດ 165 ຄົນ, ໃນນີ້ ຕິດເຊື້ອພາຍໃນ 138 ຄົນ, ນໍາເຂົ້າ ມີ 27 ຄົນ ແລະ ເສຍຊິວິດ ໃໝ່ 3 ຄົນ ຄື: ຢູ່ແຂວງສາລະວັນ, ນະຄອນຫລວງວຽງຈັນ ແລະ ແຂວງບໍລິຄໍາໄຊ ແຂວງລະ 1 ຄົນ. ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 144.320 ຄົນ, ກຳລັງປິ່ນປົວ 1.731 ຄົນ ແລະ ເສຍຊີວິດທັງໝົດ 632 ຄົນ.
ສຳລັບ ຕິດເຊື້ອພາຍໃນ 138 ຄົນມີລາຍລະອຽດຄື: ນະຄອນຫລວງວຽງຈັນ 60 ຄົນ, ສະຫວັນນະເຂດ 22 ຄົນ, ສາລະວັນ 10 ຄົນ, ຫົວພັນ 10 ຄົນ, ຊຽງຂວາງ 7 ຄົນ, ຫລວງພະບາງ 6 ຄົນ, ອັດຕະປື 5 ຄົນ, ບໍ່ແກ້ວ 5 ຄົນ, ໄຊຍະບູລີ 5 ຄົນ, ແຂວງວຽງຈັນ 3 ຄົນ, ໄຊສົມບູນ 2 ຄົນ, ຈຳປາສັກ 1 ຄົນ, ຫລວງນ້ຳທາ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ. ສ່ວນການຕິດເຊື້ອນໍາເຂົ້າ ມີ 27 ຄົນ ຈາກນະຄອນຫລວງວຽງຈັນ 6 ຄົນ, ສະຫວັນນະເຂດ 7 ຄົນ, ຈຳປາສັກ 7 ຄົນ ແລະ ຊຽງຂວາງ 7 ຄົນ.
ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຍັງໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນ ທົ່ວປະເທດ ສັກວັກຊິນ ເຂັມທີ 1 ໄດ້ 5.094.724 (ກວມເອົາ 69,43%) ແລະ ທຸກເຂັມທີ່ແນະນໍາ ສັກໄດ້ 4.360.273 (ກວມເອົາ 59.42%). ສໍາລັບຈຸດບໍລິການສັກວັກຊິນ ຢູ່ນະຄອນຫລວງວຽງຈັນ ມີຄື: ຈຸດທີ 1 ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາ ທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່); ຈຸດທີ 2 ໂຮງໝໍເມືອງ 9 ຕົວເມືອງ; ຈຸດທີ 3 ວັດຈີນ ດົງປາແຫລບ (ວັນຈັນ-ສຸກ ໂມງລັດຖະການ) ແລະ ຈຸດທີ 4 ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ (ວັນຈັນ-ພະຫັດ ໃນໂມງລັດຖະການ). ສ່ວນຈຸດບໍລິການວັກຊິນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
ຂ່າວ: ສຸພາສະຫວັນ
ເນື້ອໃນ: ຂປລ