
ຂປລ. ຕາມການລາຍງານຈາກ ທ່ານ Guo Ping ປະທານໝູນວຽນຂອງ ບໍລິສັດ ຫົວເຫວີຍ ໃນກອງປະຊຸມ ລະບົບໂທລະສັບມືຖືສາກົນ 2022 ເມື່ອບໍ່ດົນນີ້ວ່າ: ບໍລິສັດ ຫົວເຫວີຍ ຈະປ່ຽນທິດສະດີພື້ນຖານ, ສະຖາປັດຕະຍະກໍາ ແລະ ຊອບແວທີ່ສະໜັບສະໜູນອຸດສາຫະກໍາຂອງຕົນ, ເພີ່ມທະວີການແຂ່ງຂັນໄລຍະກາງຫາໄລຍະຍາວ ແລະ ຮັບປະກັນຄວາມຍືນຍົງຂອງອຸດສາຫະກໍາ ICT ໃນໄລຍະຍາວ, ເຊິ່ງແຜນການຂອງບໍລິສັດດັ່ງກ່າວ ຈະສືບຕໍ່ຍຸດທະສາດການເປັນໂລກາພິວັດ ແລະ ເພີ່ມທະວີການລົງທຶນທາງດ້ານຍຸດທະສາດ ເຂົ້າໃນເຕັກໂນໂລຊີພື້ນຖານ.
ທ່ານ Guo Ping ໄດ້ກ່າວວ່າ: ຫົວເຫວີຍ ກໍາລັງເພີ່ມການລົງທຶນທາງດ້ານຍຸດທະສາດ ເຂົ້າໃນເຕັກໂນໂລຢີພື້ນຖານຢ່າງໃຫຍ່ຫລວງ ຮ່ວມກັບບັນດາຄູ່ຮ່ວມມື ເພື່ອປ່ຽນຮູບລັກຂອງເຕັກໂນໂລຢີໃນ 3 ດ້ານຄື: ທິດສະດີພື້ນຖານ, ສະຖາປັດຕະຍະກໍາ ແລະ ຊອບແວ, ການລົງທຶນນີ້ຈະຄ່ອຍໆສະທ້ອນເຖິງ ຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນຂອງບໍລິສັດ ເຊິ່ງພວກເຂົາຫວັງວ່າຈະສະໜັບສະໜູນ ການພັດທະນາໃນໄລຍະຍາວ ແລະ ຍືນຍົງຂອງບໍລິສັດ ແລະ ອຸດສາຫະກໍາ ICT ໂດຍລວມ. ໃນຂະນະດຽວກັນ, ການຄົ້ນຄວ້າຂອງ ຫົວເຫວີຍ ໃນທິດສະດີໃໝ່ເຊັ່ນ: ການສື່ສານຄວາມໝາຍ (semantic) ຈະຊ່ວຍໃຫ້ອຸດສາຫະກໍາ ມີຄໍາແນະນໍາກ່ຽວກັບທິດສະດີພື້ນຖານໃໝ່.
ປັດຈຸບັນ ຫົວເຫວີຍ ພວມຮວມເອົາ ເຕັກໂນໂລຊີ ໂຟໂຕນິກ, ອີເລັກໂຕຣນິກ ແລະ ອອກແບບສະຖາປັດຕະຍະກຳ ແບບ peer-to-peer ເພື່ອແກ້ໄຂສິ່ງທ້າທາຍດ້ານ ເຕັກໂນໂລຊີ ຫລື ຂໍ້ບົກຜ່ອງດ້ານເຕັກນິກ. ສຳລັບດ້ານຂອງຊອບແວ ແມ່ນກໍາລັງສ້າງຊອບແວທີ່ເນັ້ນໃສ່ AI ເປັນໃຈກາງ, ເຕັມຮູບແບບ ແລະ ລະບົບນິເວດຊອບແວໃໝ່ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງຫລວງຫລາຍ ຕໍ່ຄວາມສາມາດດ້ານຄອມພິວເຕີ ທີ່ເກີດຈາກການຂະຫຍາຍຕົວຂອງ AI.
ໃນໄລຍະ 10 ປີຜ່ານມາ, ວິວັດທະນາການເຄືອຂ່າຍ ເປັນຂະບວນການແນະນໍາການປະຕິບັດ IT ຫລ້າສຸດກັບ CT, ຕັ້ງແຕ່ IP, ໄປເຖິງຄລາວ ແລະ AI, ໃນຖານະເປັນບໍລິສັດທີ່ມີຄວາມສາມາດ ICT ທີ່ສົມບູນແບບທີ່ສຸດໃນອຸດສາຫະກໍາດີຈີຕອນ ຫົວເຫວີຍ ໝັ້ນໃຈວ່າ ມັນຈະສາມາດເລີ່ມຕົ້ນໃນວິວັດທະນາໄປສູ່ເຄືອຂ່າຍ AI-native ໃນອະນາຄົດ. ພ້ອມທັງຈະສືບຕໍ່ຍຸດທະສາດການເປັນໂລກາພິວັດຂອງຕົນ, ໃນມາດຕະຖານ, ພອນສະ ຫວັນ, ລະບົບຕ່ອງໂສ້ການສະໜອງ ແລະ ມຸ່ງໝັ້ນທີ່ຈະຊ່ວຍລູກຄ້າທີ່ເລືອກມັນ ໃຫ້ບັນລຸຜົນສຳເລັດທາງທຸລະກິດສູງສຸດ.
ເນື້ອໃນ: ຂປລ