
ຂປລ.ອ້າງຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 27 ເດືອນກຸມພາ, ບໍລິສັດໂອເຣນໂທ ເອເນີຈີ ຄອມປານີ (Oriental Energy Company) ຂອງ ຈີນ ແລະ ບໍລີສັດ ໂຮນີເວລ ຢູໂອພີ (Honeywell UOP) ຂອງ ສ.ອາເມລິກາ ຈະຮ່ວມມືກັນ ສ້າງຖານ ການຜະລິດ ເຊື້ອໄຟ ການບິນ ແບບຍືນຍົງ (SAF) ໃນເມືອງເມົາໝິງ ແຂວງກວາງຕຸງ ທາງພາກໃຕ້ຂອງ ຈີນ, ໂດຍ ຈະມີຜົນຜະລິດສະເລ່ຍ ຫລາຍເຖິງ 1 ລ້ານໂຕນຕໍ່ປີ. ທັງສອງບໍລິສັດ ໄດ້ລົງນາມ ຂໍ້ຕົກລົງ ການຮ່ວມມື ດ້ານກົນລະຍຸດ ເມື່ອບໍ່ດົນມານີ້, ໂດຍໂຄງການກໍ່ສ້າງນີ້ ຈະແບ່ງເປັນ 2 ໄລຍະ ແລະ ຈະສ້າງອຸປະກອນ ການຜະລິດຕ່າງໆ ຈຳນວນ 2 ຊຸດ ຄື: ການຜະລິດນໍ້າມັນພືດ ແລະ ນໍ້າມັນສັດ ເພື່ອປຸງແຕ່ງອາຫານ.
ທ່ານ ເຮນໜີ ຫລີວ ຮອງປະທານ ແລະ ຜູ້ຈັດການທົ່ວໄປ ຂອງ ບໍລິສັດ ໂຮນີເວລ ເພີຟໍແມນ ແມດເຕີຣີອໍ ແລະ ເຕັກໂນໂລຊີ (Honeywell Perfor mance Materials and Technologies) ປະຈຳ ພາກພື້ນ ອາຊີ-ປາຊີຟິກ ລະບຸວ່າ: ເມື່ອໂຄງການນີ້ ສ້າງສຳເລັດແລ້ວ ຈະກາຍເປັນ ຖານການຜະລິດ ເຊື້ອໄຟ ການບິນແບບ ຍືນຍົງ ຂະໜາດໃຫຍ່່ ທີ່ສຸດໃນໂລກ. ຄາດວ່າ ໂຄງການນີ້ ຈະຫລຸດຜ່ອນ ການປ່ອຍແກັດອາຍພິດເຮືອນແກ້ວ ໄດ້ປະມານ 2,4 ລ້ານໂຕນ ຕໍ່ປີ. /
ເນື້ອໃນ: ຂປລ