
ຂປລ. ກອງປະຊຸມສະຫລຸບ ວຽກງານສາທາລະນະສຸກ ທົ່ວແຂວງຫລວງພະບາງ ປີ 2021 ແລະທິດທາງແຜນການປີ 2022 ໄດ້ຈັດຂຶ້ນ ໃນວັນທີ 4 ກຸມພາ 2022 ທີ່ສະໂມສອນເມືອງນານ ໂດຍເປັນປະທານຂອງ ທ່ານ ດຣ ບຸນແຝງ ພຸມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີຫົວໜ້າພະແນກ ສາທາລະນະສຸກແຂວງ, ເຈົ້າເມືອງນານ, ພ້ອມດ້ວຍພະແນກ, ຕາງໜ້າກົມ, ເຈົ້າເມືອງ, ຮອງເຈົ້າ ເມືອງ, ນະຄອນຫລວງພະບາງ, ຫົວໜ້າຫ້ອງການສາລະນະສຸກ 11 ເມືອງ, ນະຄອນ ຫລວງພະບາງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດຣ ນາງ ຄໍາພູ ຈັນທະວົງ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ ໄດ້ຂຶ້ນຜ່ານບົດສະຫລຸບ ວຽກງານສາທາລະນະສຸກ ປະຈໍາປີ 2021 ໂດຍຍົກໃຫ້ເຫັນ ຜົນງານຫລາຍດ້ານ ໃນການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ ແລະ ບັນຫາຄົງຄ້າງທີ່ ຈະຕ້ອງໄດ້ປັບປຸງ, ແກ້ໄຂໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ມີປະສິດທິພາບ, ຈາກນນັ້ນ ແຕ່ລະຂະແໜງການ ໄດ້ຂຶ້ນລາຍງານ ຜົນສໍາເລັດ ບັນຫາຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ ໃນການປະຕິບັດວຽກງານ ໃນໄລຍະຜ່ານມາ. ພ້ອມນີ້ໄດ້ຮັບຟັງ ການຜ່ານແຜນການຮ່ວມມື ເມືອງເປົ້າໝາຍ ຂອງຕາງໜ້າ ອົງການຈັດຕັ້ງສາກົນ ເພື່ອສ້າງຄວາມເຂັ້ມແຂງ ດ້ານວຽກງານສາທາລະນະສຸກ ໃຫ້ບັນດາເມືອງ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃຫ້ດີຂຶ້ນ. ໂອກາດນີ້, ໄດ້ມີການມອບໃບຍ້ອງ ຍໍຜົນງານດີເດັ່ນ ໃຫ້ຫ້ອງການສາທາລະນະສຸກ 11 ເມືອງ-ນະຄອນ ຫລວງພະບາງ ແລະ ບັນດາຂະແໜງການ ຂອງພະແນກ ສາທາລະນະສຸກແຂວງ ຢ່າງສົມກຽດ, ຕອນທ້າຍ ທ່ານ ບຸນແຝງ ພຸມມະໄລສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນງານ ຂອງພະແນກ ສາທາລະນະສຸກ ແຂວງຫລວງພະບາງ ຍາດມາໄດ້ໃນໄລຍະຜ່ານມາ ທັງໄດ້ເນັ້ນໜັກໃຫ້ສຶບຕໍ່ເອົາໃຈໃສ່ ສຶກສາອົບຮົມ ການເມືອງ ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ຂອງຂະແໜງສາທາລະນະສຸກໃຫ້ຮູ້ແຈ້ງ ແລະ ເຂົ້າໃຈກ່ຽວກັບແນວທາງຂອງພັກ, ລະບຽບກົດໝາຍ ຂອງລັດ, ປັບປຸງແກ້ໄຂບັນຫາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນຂົງເຂດວຽກງານ ສາທາລະນະສຸກ ໃຫ້ນັບມື້ນດີຂຶ້ນ, ຄຽງຄູ່ກັບການເອົາໃຈໃສ່ ຍົກລະດັບຄວາມຮູ້, ຄວາມສາ ມາດທາງດ້ານວິຊາສະເພາະ ຂອງພະນັກງານວິຊາການ, ສຸມໃສ່ຈັດຕັ້ງປະຕິບັດ ວຽກງານ 11 ຕົວຊີ້ບອກ ຂອງຂະແໜງ ສາທາລະນະສຸກ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້ ແລະ ສຶບຕໍ່ປະຕິບັດ ວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ລວມທັງພະຍາດລະບາດ ຕາມລະດູການ ໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

ຕອນທ້າຍກອງປະຊຸມ ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຕາງໜ້າຄະນະນຳ ກະຊວງ ມອບລົດຮັບສົ່ງຄົນເຈັບ ຈໍານວນ 1 ຄັນ ໃຫ້ໂຮງໝໍຊຸມຊົນ ເມືອງປາກແຊງ ຕື່ມອີກ.
ຂ່າວ: ຫຸມແພງ ສີດາໄລ
ເນື້ອໃນ: ຂປລ