
ຂປລ. ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບ 73 ປີ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳຈາກສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ບັນດາອະດີດນາຍ ແລະ ພົນທະຫານ ທີ່ ສູນເສຍອົງຄະ ກອງ 185 ຢູ່ ແຂວງຈຳປາສັກ, ໃນວັນທີ 20 ມັງກອນ 2022, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ, ທ່ານ ພົຈວ. ສຸໄກ ພິມມະສານ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງ, ມີຄະນະນຳຂອງແຂວງ, ພະນັກງານປະຕິວັດອາວຸໂສບຳນານ, ອະດີດນາຍ ແລະ ພົນທະຫານ, ພະ ນັກງານນັກຮົບ ຂອງສູນເສຍອົງຄະ ກອງ 185 ໃຫ້ການຕ້ອນຮັບ.

ທ່ານ ພັນໂທ ຄຳໃບ ຄຳເສນາ ຫົວໜ້າສູນ ໄດ້ລາຍງານໂດຍຫຍໍ້ໃຫ້ຮູ້ວ່າ: ສູນເສຍອົງຄະກອງ 185 ຕັ້ງຢູ່ບ້ານ ລົ່ມສັກເໜືອ ( ຄຸ້ມສີວິໄລ ) ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ຫ່າງຈາກນະຄອນປາກເຊ ໄປທາງເລກທີ 13 ໃຕ້ 10 ກິໂລແມັດ, ມີເນື້ອທີ່ດິນຂອງສູນປະມານ 50 ເຮັກຕາ, ເນື້ອທີ່ດິນປຸກສ້າງ 30 ເຮັກຕາ ແລະ ເນື້ອທີ່ດິນປູກຝັງ 20 ເຮັກຕາ, ສ້າງຕັ້ງຂຶ້ນໃນວັນທີ 25 ມັງກອນ 1985 ຈຶ່ງໄດ້ເອີ້ນຊື່ວ່າ ສູນເສຍອົງຄະກອງ 185. ສູນແຫ່ງນີ້, ຈຳນວນໜື່ງແມ່ນໄດ້ຍ້າຍມາຈາກກອງພັນ 18 ເມືອງ ວຽງໄຊ ແຂວງ ຫົວພັນ ແລະ ອີກຈໍານວນໜຶ່ງ ແມ່ນຍ້າຍມາຈາກກອງບັນຊາການທະຫານ ແຂວງຈຳປາສັກ, ພາຍໃນສູນປະກອບມີ ຄະນະຮັບຜິດຊອບ 4 ສະຫາຍ, ມີ 1 ໜ່ວຍພັກ, ບຸກຄາລາກອນຂອງສູນ ມີທັງໝົດ 67 ທ່ານ, ເສຍອົງຄະປະຈໍາການ 39 ທ່ານ, ບໍານານ 9 ທ່ານ, ດູແລ 5 ທ່ານ, ລັດຖະກອນ 15 ທ່ານ.

ໃນໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ໂອ້ລົມ ຕໍ່ພະນັກງານນັກຮົບ ຂອງສູນເສຍອົງຄະກອງ 185 ວ່າ: ຕະຫລອດໄລຍະເວລາ ຜ່ານມານັ້ນ ພັກ-ລັດ ໄດ້ເອົາໃຈໃສ່ເບິ່ງແຍງດູແລ ໃກ້ຊິດຕິດ ແທດ ຕາມຄວາມສາມາດ ແລະ ກໍາລັງທີ່ມີ ດ້ວຍຄວາມເປັນຫ່ວງເປັນໃຍ ຄືກັບຄົນຢູ່ໃນຄອບຄົວດຽວກັນ, ພະຍາຍາມຊອກຫາທຸກວິທີ ທາງເພື່ອຊ່ວຍເຫລືອ ແລະ ອໍານວຍຄວາມສະດວກ ໃຫ້ແກ່ພະນັກງານ ຜູ້ເສຍອົງຄະ ບໍ່ວ່າຈະເປັນທາງດ້ານການເງິນ, ງົບປະມານ, ດ້ານວັດຖຸ ແລະ ຈິດໃຈໃນການປະຕິບັດ ນະໂຍບາຍດ້ານຕ່າງໆ ຕໍ່ພະນັກງານ ເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ພະນັກງານບໍານານ ແລະ ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດ ຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ຕາມນິຕິກໍາ ແລະ ຄວາມສາມາດຕົວຈິງທີ່ມີ ແລະ ໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ 73 ປີ ທ່ານ ບຸນທອງ ຈິດມະນີ ໄດ້ອວຍພອນໃຫ້ ບັນດາທ່ານ ລຸງ, ປ້າ, ອາວ, ອາ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເອົາໃຈໃສ່ ຮັກສາມູນເຊື້ອ ອັນດີງາມ, ທາດແທ້ປະຕິວັດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ເພື່ອເປັນແບບຢ່າງ ໃນການສຶກສາອົບຮົມ ໃຫ້ລູກ-ຫລານ ແລະ ຄອບຄົວ ໃຫ້ກາຍເປັນພົນລະເມືອງດີຂອງຊາດ, ຂອງສັງຄົມ ແລະ ເອົາໃຈໃສ່ ເພີ່ມທະວີການພັດທະນາ ເສດຖະກິດຄອບຄົວ ແລະ ສັງຄົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງD ພ້ອມດຽວກັນນີ້, ທ່ານ ຮອງປະທານປະເທດ ຍັງໄດ້ມອບຄອມພິວເຕີ້ 1ຊຸດ, ວັດຖຸກໍ່ສ້າງ ແລະ ເງິນສົດຈຳນວນໜຶ່ງໃຫ້ສູນເສຍອົງຄະກອງ 185 ນໍາອີກ.
ຂ່າວ-ພາບ: ທັດຊະນະ
ເນື້ອໃນ: ຂປລ