
ຂປລ.ໃນວັນທີ 20 ມັງກອນ 2022 ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Kobayashi Kenichi, ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນຄົນໃໝ່ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະຣາຊະທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດວິ ສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ເຊື່ອໝັ້ນວ່າການມາປະຕິບັດໜ້າທີ່ຂອງ ທ່ານທູດ ຈະປະກອບສ່ວນອັນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ສປປ ລາວ-ຍີ່ປຸ່ນ ໃຫ້ນັບມື້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງສະພາບການພົ້ນເດັ່ນໃນການສ້າງສາພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະຜົນສໍາເລັດໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫ]ອດໄລຍະ 66 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ການເປັນຄູ່ຮ່ວມຍຸດທະສາດ 6 ປີ ຜ່ານມາ, ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ສາ ທາລະນະສຸກ, ສຶກສາ, ການຄ້າ-ການລົງທຶນ, ວັດທະນະທໍາ ແລະ ອື່ນໆ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງຍິນດີຈະຮ່ວມກັບທ່ານທູດຍີ່ປຸ່ນ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ບັນດາພັກການເມືອງໃນຍີ່ປຸ່ນ ກໍ່ຄື ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ.
ພ້ອມດຽວກັນນັ້ນ, ທ່ານທອງສະຫວັນ ພົມວິຫານ ຍັງໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງທ່ານ ຢູ່ ສປປ ລາວ ເພື່ອສືບຕໍ່ເປັນຂົວຕໍ່ໃຫ້ແກ່ການເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ສປປ ລາວ-ຍີ່ປຸ່ນ ກໍ່ຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດດຽວກັນ, ທ່ານ Kobayachi Kenichi ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ທອງສະຫວັນ ພົມວິຫານ ກໍ່ຄື ການແຈ້ງສະພາບພົ້ນເດັ່ນພາຍໃນຂອງ ສປປ ລາວ, ຊົມເຊີຍຜົນສໍາເລັດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດ ຍີ່ປຸ່ນ-ລາວ ໃນໄລຍະຜ່ານມາ ກໍ່ຄື ປັດຈຸບັນ ແລະ ໃຫ້ຄໍາໝັ້ນສັນຍາ ຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ຍີ່ປຸ່ນ-ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍິນດີສືບຕໍ່ສະໜັບສະໜູນການຈັດກິດຈະກໍາຂອງ ສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ເພື່ອເສີມຂະຫຍາຍການພົວພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນສອງປະ ເທດ ແລະ ຈະສືບຕໍ່ເຮັດວຽກຮ່ວມກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ເນື້ອໃນ: ຂປລ