
ຂປລ. ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໃນລະຫວ່າງ ວັນທີ 18-19 ມັງກອນ 2022 ທ່ານໄດ້ພົບປະໂອ້ລົມ ກັບການນຳຂັ້ນສູງຂອງແຂວງ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ, ໂດຍມີ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ສະຫວັນນະເຂດ, ມີ ທ່ານຮອງເລຂາພັກແຂວງ ຮອງເຈົ້າແຂວງ, ບັນດາກຳມະການປະຈຳພັກແຂວງ ເຂົ້າຮ່ວມ.
ທ່ານ ສັນຕິພາບ ພົມວິຫານ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ ປີ 2021 ຜ່ານມາ, ເຊິ່ງໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຂອງສູນກາງພັກ ຄັ້ງທີ XI ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ຄຽງຄູ່ກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເຮັດໃຫ້ທົ່ວແຂວງມີສະຖຽນລະພາບ, ບັນຫາເສດຖະກິດໄດ້ຮັງການແກ້ໄຂ,ບັນດາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ ກໍ່ຄ່ອຍໆໄດ້ຮັບການແກ້ໄຂດີຂຶ້ນ, ວຽກປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງ, ຫັນກຳລັງລົງກໍ່ສ້າງຮາກຖານ ສ້າງໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ເປັນເງື່ອນໄຂອັນດີໃຫ້ແກ່ການພັດທະນາ. ສຳລັບດ້ານເສດຖະກິດຍັງສືບຕໍ່ຂະຫຍາຍຕົວໃນລະດັບ 7,4%, ການຜະລິດສະບຽງອາຫານປະເພດເຂົ້າ, ຊີ້ນ, ປາ,ໄຂ່ ສາມາດພຽງພໍຕໍ່ຄວາມຕ້ອງການພາຍໃນ, ການເກັບລາຍຮັບເຂົ້າງົບປະມານໄດ້ 1.596 ຕື້ກວ່າກີບ, ເທົ່າກັບ 103,19% ຂອງແຜນການ. ນອກນັ້ນ, ກໍ່ມີວຽກພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ຂອງປະຊົນທີ່ພວມສຸມໃສ່ສ້າງເງື່ອນໄຂໃຫ້ເມືອງນອງ ເປັນເມືອງພົ້ນທຸກ, ສ້າງຈຸດສຸມພັດທະນາ, ສາມາລຶບລ້າງບ້ານທຸກຍາກໄດ້ເພີ່ມຂຶ້ນ. ອັນພົ້ນເດັ່ນອີກດ້ານໜຶ່ງ ແມ່ນການຕ້ານສະກັດກັ້ນການລະບາດຂອງພະຍາດໂຄວິດ- 19 ແມ່ນໄດ້ຮັບຜົນດີ.
ໂອກາດມີຄຳເຫັນ ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ການນຳຂອງແຂວງ ທີ່ພ້ອມກັນຕັດສິນໃຈຊີ້ນຳ-ນຳພາ ການພັດທະນາຮອບດ້ານ ເຖິງວ່າຈະຢູ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ເຖິງວ່າເສດ ຖະກິດຈະມີການຂະຫຍາຍຕົວ ສິ່ງສຳຄັນ ແມ່ນຕ້ອງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ທ່ານກ່າວຕື່ມວ່າ: ສຳລັບໃນປີ 2022 ພວກເຮົາກໍ່ມີທັງກະລະໂອກາດ ແລະ ສິ່ງທ້າທາຍຫລາຍອັນ ເປັນຕົ້ນກໍ່ແມ່ນພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດ, ກຸ່ມຄົນບໍ່ຫວັງດີຍັງຍຸແຍ່ໃສ່ຮ້າຍ ຕໍ່ການນຳພາຂອງພັກເຮົາ, ສະນັ້ນຕ້ອງມີສະຕິ, ມີວິທີແກ້ໄຂທີ່ລະອຽດ, ສ່ວນອີກຈຸດໜຶ່ງ ແມ່ນສຸມໃສ່ການຜະລິດສິນຄ້າດ້ານກະ ສິກຳໃຫ້ຫລາຍເພື່ອສົ່ງອອກ, ສືບຕໍ່ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ, ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກຕ້ອງເປັນແບບຢ່າງທີ່ດີແກ່ມະຫາຊົນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາ ຊົນ
ເນື້ອໃນ: ຂປລ