ຂປລ. ວັນທີ່ 16 ມັງກອນ 2022 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາ ເຊື້ອໂຄວິດ-19ທັງໝົດ 4.272ຕົວຢ່າງ ໃນຂອບເຂດ ທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 602ຄົນ, ໃນນັ້ນຕິດເຊື້ອພາຍໃນ 597ຄົນ ແລະ ນໍາເຂົ້າ 5ຄົນ. ມາຮອດປັດຈຸບັນ ມີຜູ້ຕິດເຊື້ອ ທັງໝົດ 125.333ກໍລະນີ, ອອກໂຮງໝໍວານນີ້ 665ຄົນ, ກຳລັງປິ່ນປົວ 8.154ຄົນ ແລະ ເສຍຊີວິດສະສົມທັງໝົດ 497ຄົນ (ເສຍຊີວິດໃໝ່ 2ຄົນ).
ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວມຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກ ລາຍງານໃຫ້ຮູ້ ໃນວັນທີ 17ມັງກອນ 2022ກ່ຽວກັບຂໍ້ມູນໂດຍຫຍໍ້ ການຕິດເຊືື້ອພາຍໃນໃໝ່ 597ຄົນ ຈາກ 17ແຂວງ ແລະ ນະຄອນຫລວງວຽງຈັນ ໃນນັ້ນຈາກ ນະຄອນຫລວງ 129ຄົນ, ໄຊຍະບູລີ 119ຄົນ, ບໍລິຄຳໄຊ 77ຄົນ, ວຽງຈັນ 50ຄົນ, ຊຽງຂວາງ 37ຄົນ, ອັດຕະປື 29ຄົນ, ສາລະວັນ 26ຄົນ, ຄຳມ່ວນ 23ຄົນ, ອຸດົມໄຊ 21ຄົນ, ຫລວງພະບາງ 16ຄົນ, ຫລວງນ້ຳທາ 14ຄົນ, ຜົ້ງສາລີ 13ຄົນ, ຈຳປາສັກ 10ຄົນ, ເຊກອງ 8ຄົນ, ບໍ່ແກ້ວ 8ຄົນ, ໄຊສົມບູນ 7ຄົນ, ສະຫວັນນະເຂດ 6ຄົນ, ຫົວພັນ 4ຄົນ. ສໍາລັບການຕິດເຊື້ອນໍາເຂົ້າ ມີ 5ຄົນ ຈາກນະຄອນຫລວງ 2ຄົນ, ບໍລິຄຳໄຊ 2ຄົນ ແລະ ສະຫວັນນະເຂດ 1ຄົນ, ເຊິ່ງໄດ້ເຂົ້າຈໍາກັດບໍລິເວນ ຕາມສະຖານທີ່ກຳນົດໄວ້ ກ່ອນຈະກວດພົບເຊື້ອ.
ທ່ານ ສີສະຫວາດ ສຸດທານີລະໄຊ ລາຍງານໃຫ້ຮູ້ຕື່ມວ່າ: ມາຮອດມື້ນີ້ ທົ່ວປະເທດສັກວັກຊິນສະສົມທັງໝົດເຂັມ 1ໄດ້ 4.650.702ຄົນ (ກວມເອົາ 63.38%); ທຸກເຂັມທີ່ແນະນໍາ 3.815.811ຄົນ (ກວມເອົາ 52%); ອາຍຸ 12-17ປີ ໄດ້ 500.365ຄົນ (ເຂັ້ມ 1ມີ 57.8%) ສຳລັບຜົນຂ້າງຄຽງ ຂອງການສັກວັກຊິນໂຄວິດ-19 ອາດມີໄຂ້, ເມື່ອຍ ຫລື ເຈັບຫົວ, ອາດຈະມີອາການປວດ ແລະ ມີຮອຍແດງ ຢູ່ບໍລິເວນສັກ, ເຊິ່ງທັງໝົດເປັນຜົນຂ້າງຄຽງໄລຍະສັ້ນ ແລະ ບໍ່ຮຸນແຮງອາການດັ່ງກ່າວ ຈະຫາຍໄປເອງພາຍໃນ 72ຊົ່ວໂມງ. ສ່ວນໃຫຍ່ ແລ້ວ ເຮົາສາມາດບັນເທົາຜົນ ຂ້າງຄຽງເຫລົ່ານີ້ ໄດ້ໂດຍການພັກຜ່ອນໃຫ້ພຽງພໍ, ດື່ມນ້ຳຫລາຍໆ, ກິນອາຫານໃຫ້ຄົບ 5ໝູ່, ກິນຢາລົດໄຂ້ ແລະ ອາການປວດ. ຖ້າຫາກອາການບໍ່ດີຂຶ້ນ, ຮູ້ສຶກຫາຍໃຈລຳບາກ, ແໜ້ນໜ້າເອິກ ໃຫ້ໄປພົບແພດທັນທີ ເພື່ອເຂົ້າຮັບການ ປິ່ນປົວຢ່າງ ທັນການ.
ສໍາລັບຈຸດບໍລິການສັກວັກຊິນ ຢູ່ນະຄອນຫລວງວຽງຈັນ ມີຄືໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103ກອງທັບ, ໂຮງໝໍ 5ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ). ສຳລັບ ຜູ້ທີ່ຕ້ອງການສັກວັກຊິນຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕ ສາມາດໄປຮັບການບໍລິການ ໄດ້ທີ່ວັດຈີນ ດົງປາແຫລບ (ວັນຈັນ-ສຸກ), ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ), ໂຮງໝໍສູນກາງ, ໂຮງໝໍເມືອງ 9ຕົວເມືອງ, ສ່ວນຈຸດບໍລິການວັກຊິນ ຢູ່ບັນດາແຂວງມີ ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
ຂ່າວ: ກິດຕາ
ເນື້ອໃນ: ຂປລ