
ຂປລ. ໃນວັນທີ 14 ມັງກອນ 2022 ທີ່ນະຄອນຫລວງວຽງຈັນ, ຄະນະຊີ້ນຳໂຄງການ ແລະ ຄະນະຜູ້ປະສານງານໂຄງການ ການເຄື່ອນຍ້າຍແຮງງານ ແບບປອດໄພ ແລະ ມີຄວາມຍຸຕິທໍາ (Safe and Fair) ໄດ້ຈັດກອງປະຊຸມ ໃນຫົວຂໍ້ "ຄວາມເຂົ້າໃຈດ້ານສິດທິ ແລະ ກາລະໂອກາດ ຂອງແຮງງານ ເຄື່ອນຍ້າຍເພດຍິງ ໃນພາກພື້ນອາຊຽນ" ເພື່ອເປັນການເພີ່ມທະວີ ຢ່າງຮອບດ້ານຂອງພາກລັດ ແລະ ການປະກອບສ່ວນຂອງສັງຄົມ, ການຊ່ວຍເຫລືອຂອງບັນດາ ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ຈຶ່ງເປັນບັນຫາສໍາຄັນ ເພື່ອພັດທະນາ ແລະ ຕີຖອຍ ບັນດາສິ່ງທ້າທາຍຕ່າງໆ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ຟຣັງຊົວ ປຣະວົງວຽງຄຳ, ຜູ້ຕາງໜ້າ ສະຫະພາບເອີຣົບ ປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າ ຈາກອົງການແຮງງານສາກົນ, ອົງການ UN WOMAN ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮວ່ມ.

ໃນກອງປະຊຸມ ໄດ້ລາຍງານຜົນຂອງການ ຈັດຕັ້ງປະຕິບັດ ກິດຈະກໍາໂຄງການ ໃນ ປີ 2021 ແລະ ນໍາສະເໜີແຜນກິດຈະກໍາ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນ ປີ 2022 ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ຄະນະກໍາມະການ ຊີ້ນໍາໂຄງການ ແລະ ຄະນະປະສານງານໂຄງການ ໃນການປະກອບຄໍາເຫັນ ແລະ ຮັບຮອງແຜນກິດຈະກໍາຂອງໂຄງການ ເພື່ອໃຫ້ພາກສ່ວນຕ່າງໆ ທີ່ກ່ຽວ ຂ້ອງນຳໄປຈັດຕັ້ງປະຕິບັດ. ໂຄງການເຄື່ອນຍ້າຍ ແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ: ການຮັບຮູ້ເຖິງສິດທິ ແລະ ກາລະໂອກາດ ຂອງແຮງງານເຄື່ອນ ຍ້າຍເພດຍິງ ໃນພາກພື້ນອາຊຽນ ໂດຍມີຈຸດປະສົງ ໃນການເພີ່ມທະວີເຮັດໃຫ້ ການເຄື່ອນຍ້າຍແຮງງານ ຂອງເພດຍິງ ມີຄວາມປອດໄພ ແລະ ມີຄວາມຍຸຕິທຳ ໃນພາກພື້ນອາຊຽນ. ໂຄງການດັ່ງກ່າວ, ແມ່ນໂຄງການລະດັບພາກພື້ນ ໂດຍໄດ້ຮັບການສະໜັບ ສະໜູນຈາກ ສະຫະພາບເອີຣົບ ມູນຄ່າ 25.500.000 ເອີໂຣ ( ປີ 2018-2022) ເຊິ່ງຈັດຕັ້ງປະຕິບັດຢູ່ 6 ປະເທດສົ່ງ ຄື: ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ ແລະ ຫວຽດນາມ ແລະ 4 ປະເທດຮັບ ຄື: ບຣູໄນ, ມາເລເຊຍ, ສິງກະໂປ ແລະ ໄທ ເປັນສ່ວນໃຫຍ່.
ໂຄງການດັ່ງກ່າວ, ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບ ສປປ ລາວ ໃນເງື່ອນໄຂປັດ ຈຸບັນໃນຖານະທີ່ເປັນປະເທດສົ່ງ. ເນື່ອງຈາກໂຄງການດັ່ງກ່າວ ຈະສຸມໃສ່ເຮັດໃຫ້ແຮງງານ ເຄື່ອນຍ້າຍເພດຍິງ ໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນ, ໂດຍຜ່ານການຮ່ວມມືຂອງລັດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໃນການສ້າງແຜນງານ, ການພັດທະນາລະບົບການປົກປ້ອງ, ຄຸ້ມຄອງ ແລະ ການປັບປຸງນະໂຍບາຍຕ່າງໆ ທີ່ກ່ຽວຂ້ອງ ແນ່ໃສ່ເຮັດໃຫ້ແຮງງານ ເຄື່ອນຍ້າຍເພດຍິງມີສ່ວນຮ່ວມຫລາຍຂຶ້ນ ໃນການພັດທະນາ ເສດຖະກິດ-ສັງຄົມ ໃນຂົງເຂດ ແລະ ພາກພື້ນອາຊຽນ.
ຂໍ້ມູນ-ພາບ: ກະຊວງ ຮສສ
ເນື້ອໃນ: ຂປລ