
ໂດຍ: ດາວັນ
ປະເທດ ອົດສະຕຣາລີ(Australia) ຫລືຊື່ທາງການຄື ສະຫະພັນລັດ ອົດສະຕຣາລີ(Commonwealth of Australia) ມີນະຄອນຫລວງຊື່ວ່າ ແຄັນເບຣາ(Canberra) ຊຶ່ງຕັ້ງຢູ່ ລະຫວ່າງ ມະຫາສະໝຸດ ອິນເດຍ ປາຊີຟິກ ແລະ ມະຫາສະໝຸດໃຕ້, ໃຫຍ່ເປັນອັນດັບ 6 ຂອງໂລກ. ປະເທດເພື່ອນບ້ານຂອງອົດສະຕຣາລີ ປະກອບດ້ວຍ ອິນໂດເນເຊຍ, ປາປົວນິວກິນີ ແລະ ຕີມໍແລັດສະເຕ ທາງພາກເໜືອ ປະກອບດ້ວຍ ໝູ່ເກາະ ໂຊໂລມອນ, ວານູອາຕູ ແລະ ນິວແຄລີໂດນີ ທາງພາກຕາເວັນອອກ ສຽງເໜືອ ແລະ ທາງພາກຕາເວັນອອກ ສຽງໃຕ້ ຕິດກັບ ປະເທດນູແວນເຊລັງ. ມີເນື້ອທີ່ ທັງໝົດ 7.692.000 ກິໂລຕາແມັດ, ກວມເອົາ ປະຊາກອນ 25,69 ລ້ານຄົນ (ໃນປີ 2020); ໃຊ້ສະກຸນເງິນໂດລາ ອົດສະຕຣາລີ, ປະຊາຊົນ ນັບຖືສາສະໜາ ຄຣິສ ແລະ ອື່ນໆ; ພາສາທີ່ໃຊ້ທາງການ ພາສາອັງກິດ 76,8%. ສ່ວນວັນຊາດທີ 1 ມັງກອນ ປີ1901.
ເສດຖະກິດອົດສະຕຣາລີ ຂະຫຍາຍຕົວ ຢ່າງວ່ອງໄວ ແລະ ເປັນປະເທດທີ່ຮັ່ງມີ ທີ່ສຸດໃນໂລກ, ຈີດີພີສະເລ່ຍຕໍ່ຫົວຄົນສູງ, ອັດຕາຄວາທຸກຍາກ ຂອງ ປະຊາກອນຂ້ອນຂ້າງຕໍ່າ. ໂດຍລວມຍອດຜະລິດຕະພັນພາຍໃນ(GDP) ບັນລຸ 1,331 ພັນຕື້ໂດລາ ສະຫະລັດ(ໃນປີ 2020), ອັດຕາສະເລ່ຍ ຕໍ່ຫົວຄົນ 51.812 ກວ່າໂດລາສະຫະລັດຕໍ່ປີ, ອັດຕາການຈະເລີນເຕີບໂຕ ດ້ານເສດຖະກິດ -0,3% ຕໍ່ປີ . ມູນຄ່າການສົ່ງອອກສິນຄ້າ ປະເພດຕ່າງໆເຊັ່ນ: ຖ່ານຫີນ, ແຮ່ເຫລັກ, ຄຳ ແລະອື່ນໆ. ສ່ວນມູນຄ່າ ການນຳເຂົ້າເປັນຕົ້ນ ເຄື່ອງກົນຈັກ, ຄອມພີວເຕີ ແລະ ອື່ນໆ. ປະເທດຄູ່ຮ່ວມມື ການຄ້າສຳຄັນເປັນຕົ້ນ: ຈີນ, ຍີ່ປຸ່ນ, ອິນເດຍ, ສ.ເກົາຫລີ, ໄທ ແລະ ເຢຍລະມັນ ຕາມລຳດັບ. ສຳລັບ ແຫລ່ງທ່ອງທ່ຽວທີ່ສວຍງາມເປັນຕົ້ນ: ເມືອງຊິດນີ(Sydney) ເຊັ່ນ: ທ່ອງທ່ຽວ ທາງທຳມະຊາດ, ຮ້ານຄ້າ ແລະ ວັດທະນະທຳ ລວມເຖິງ ສະຖານທີ່ ບັນເທິງຕ່າງໆ; ເມືອງເພີຣ ມີສັດປ່ານານາພັນ, ສວນສັດທະເລ, ພິພິດທະພັນ ທາງສີລະປະ, ສູນວັດທະນາທຳ, ອຸທະຍານແຫ່ງຊາດ ກາກາດູ ຈັດເປັນມໍລະດົກ ທາງທຳມະຊາດຂອງປະເທດ.

ປະເທດອົດສະຕຣາລີ ໄດ້ສ້າງຕັ້ງ ສາຍພົວພັນ ທາງການທູດ ຮ່ວມກັນ ກັບ ປະເທດ ສປປລາວ ເມື່ອວັນທີ 16.01.1952 ເປັນຕົ້ນມາ ຈາກນັ້ນ ທັງສອງຝ່າຍ ໄດ້ເອົາໃຈໃສ່ ເສີມຂະຫຍາຍ ສາຍພົວພັນ ການຮ່ວມມືກັນ ໃຫ້ນັບມື້ ຂະຫຍາຍຕົວຂື້ນເລື້ອຍໆ. ປັດຈຸບັນ, ພວມມີການແພ່ລະບາດ ຂອງພະຍາດໂຄວິດ-19 ໃນຫລາຍປະເທດ ທົ່ວໂລກ, ລັດຖະບານ ອົດສະຕຣາລີ ກໍ່ໄດ້ໃຫ້ ການສະໜັບສະໜູນ ອຸປະກອນການແພດ ເພື່ອຮັບມືກັບ ພະຍາດໂຄວິດ-19 ໃຫ້ແກ່ລາວ ແລະ ໄດ້ມີການລົງທຶນ, ຊ່ວຍເຫລືອດ້ານອື່ນໆ ອີກດ້ວຍ./.
ເນື້ອໃນ: ຂປລ