ຂປລ. ສຳນັກຂ່າວ ຣອຍເຕີ, ວັນທີ 14 ເດືອນມັງກອນ, ສະໜາມບິນ ສາກົນ ເຂດບໍລິຫານ ພິເສດ ຮົງກົງ ຂອງຈີນ ປະກາດວ່າ: ສະໜາມບິນ ຈະຢຸດຮັບ ຜູ້ໂດຍສານ ທີ່ເດີນທາງ ຕໍ່ເຮືອບິນ (transit flights) ຈາກປະເທດ ທີ່ມີ ຄວາມສ່ຽງສູງ ຈາກການແພ່ ລະບາດ ໂຄວິດ-19 ທັງໝົດ 150 ປະເທດ ແລະ ດິນແດນ ເປັນການ ຊົ່ວຄາວ ລວມທັງ ໄທ ດ້ວຍມາດຕະການ ດັ່ງກ່າວ ຈະມີຜົນ ເລີ່ມບັງຄັບໃຊ້ ຕັ້ງແຕ່ 16 ມັງກອນ ຈົນເຖິງ 15 ກຸມພາ ປີ 2022 ເປັນໄລຍະເວລາ 1 ເດືອນ ຫລັງຈາກນັ້ນ ຈະປະເມີນ ສະຖານະການ ອີກຄັ້ງ./.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
ເນື້ອໃນ: ຂປລ