
1.ບໍ່ມີໃຜເຖົ້າເກີນໄປກັບຄວາມທ້າທາຍໝ່ໆ: ກ້າວຂາອອກໄປ ແລະ ຮຽນຮູ້ສິ່ງທີ່ເຮົາບໍ່ຮູ້, ບໍ່ເຄີຍສໍາພັດ ເພື່ອສະສົມປະສົບການໃໝ່ ແລ້ວປະຍຸກນໍາໃຊ້ໃນຊີວິດປະຈໍາວັນ. ຕົວເລກອາຍຸບໍ່ສໍາຄັນ ຖ້າເຮົາຍັງມຸ່ງໝັ້ນ ທີ່ຈະຮຽນຮູ້ ພຽງແຕ່ເຮັດມັນ! ຄົນທີ່ເຊົາກະຕືລືລົ້ນທີ່ຈະຮຽນຮູ້ເທົ່ານັ້ນ ຈຶ່ງເອີ້ນວ່າ: ຜູ້ເຖົ້າ !
2. ທຸກຄົນສາມາດຮຽນຮູ້ຈາກຄວາມຜິດພາດຜ່ານມາ: ແມ່ນແຕ່ຜູ້ທີ່ບໍ່ເຄີຍເຮັດຫຍັງມາກ່ອນ ກໍສາມາດຮຽນຮູ້ ຈາກຄວາມຜິດພາດຂອງເຮົາ ແລະ ຂອງເຂົາເຈົ້າເອງ, ໂດຍການບອກເຂົາເຈົ້າວ່າຜ່ານມາ ພົບອຸປະສັກຫຍັງແດ່ ຜ່ານມາໄດ້ແນວໃດ? ຄົນຢູ່ໃນສະໜາມແຂ່ງ, ຄົນທີ່ກຳລັງດຳເນີນພາລະກິດໃດໜຶ່ງ, ຄວນຮຽນຮູ້ຈາກຄວາມຜິດພາດແບບໃດ? ໂລກມີຫລາຍວິທີທີ່ຈະສອນພວກເຮົາ ແລະ ໜຶ່ງໃນນັ້ນແມ່ນ "ຄວາມລົ້ມເຫລວຈາກການທົດສອບ" ຂໍພຽງເຮົາຍັງເປີດໃຈທີ່ຈະຮຽນຮູ້, ໂອກາດ ແລະ ຄວາມເປັນໄປໄດ້ໃໝ່ ມັນພ້ອມທີ່ຈະເປີດອ້າໃຫ້ເຮົາຄົ້ນຫາສະເໝີ.
3. ອະດີດເປັນພຽງແຕ່ສະຖານະການທີ່ເກີດຂຶ້ນ: ບໍ່ຈໍາເປັນຕ້ອງລາກເລື່ອງ ຂອງສະຖານະການເຫລົ່ານັ້ນກັບຄືນສູ່ປັດຈຸບັນ ແລະ ອະນາຄົດ ໂດຍສະເພາະກັບເລື່ອງ ທີ່ບໍ່ສົ່ງເສີມຄວາມເປັນໄປໄດ້ໃໝ່. ສິ່ງໃດກໍ່ຕາມທີ່ເກີດຂື້ນ, ຫລັງຈາກນັ້ນໃຫ້ມັນສິ້ນສຸດລົງ ແລ້ວສືບຕໍ່ດໍາລົງຊີວິດ ເຮັດປັດຈຸບັນ ໃຫ້ດີທີ່ສຸດ, ສ້າງຄວາມເປັນໄປໄດ້ໃໝ່ ຈາກສິ່ງທີ່ກຳລັງເກີດຂຶ້ນຢູ່ຕໍ່ໜ້າຂອງເຮົາເທົ່ານັ້ນ.
4. ຮັບຜິດຊອບໃນສິ່ງທີ່ເວົ້າ ແລະ ກະທຳ: ສິ່ງທີ່ພວກເຮົາເວົ້າ ແລະ ກະທຳລົງໄປແລ້ວ ຕ້ອງຮັບຜິດຊອບ, ຕ້ອງມີລະບຽບວິໄນສືບຕໍ່ ປະຕິບັດຈົນກ່ວາຜົນທີ່ໄດ້ຮັບນັ້ນ ເປັນໄປຕາມທີ່ເຮົາໄດ້ເວົ້າ ແລະ ຕັ້ງເປົ້າໝາຍໄວ້. ທີ່ສຳຄັນ ຢ່າໃຫ້ເຫດການພາຍນອກ ມາປິດບັງຄວາມເປັນໄປໄດ້ ຫລື ຄວາມປາຖະໜາຂອງເຮົາ. ເມື່ອເຮົາສົນໃຈຕໍ່ເລື່ອງໃດ ແນ່ນອນສິ່ງນັ້ນຈະເກີດຜົນຕາມມາ, ບໍ່ວ່າເປັນຍ້ອນເຫດຜົນໃດ ທີ່ເຮັດໃຫ້ເຫດການນັ້ນເກີດຂຶ້ນ, ໃຜເປັນຜູ້ເຮັດ, ເຮັດເມື່ອໃດ, ດີຫລືບໍ່ດີ ໃນທີ່ສຸດ ຖ້າມັນເກີດຂຶ້ນ ກໍໝາຍຄວາມວ່າ ເຮົາສົນໃຈກັບສິ່ງນັ້ນ.
ແປ ແລະ ຮຽບຮຽງ: ສ.ສີພັນຄຳ
ເນື້ອໃນ: ຂປລ