
*ມັນຕົ້ນ ແລະ ໝາກກ້ວຍແມ່ນພືດກະສິກຳໜຶ່ງທີ່ຕະຫລາດຕ່າງປະເທດ ມີຄວາມຕ້ອງການ ຢ່າງກວ້າງຂວາງ ຊຶ່ງເປັນທ່າແຮງອັນໜຶ່ງ ໃຫ້ແກ່ການສົ່ງເສີມ ການປູກເພື່ອນຳລາຍຮັບ ມາແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າໃນຂອບເຂດທົ່ວປະ ເທດ. ຂະນະດຽວກັນ ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ກໍໄດ້ຕັ້ງໜ້າຊຸກຍູ້ ປູກຢ່າງກວ້າງຂວາງ. ດັ່ງເຈົ້າໜ້າທີ່ກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ, ຍາມໃດກໍໄດ້ເອົາໃຈໃສ່ ສົ່ງເສີມປູກມັນຕົ້ນ ແລະ ໝາກກ້ວຍ ເພື່ອໃຫ້ປະຊາຊົນມີລາຍ ຮັບຢ່າງ ໝັ້ນຄົງ ໃນການແກ້ໄຂຄວາມທຸກຍາກ ໃຫ້ນັບມື້ຫລຸດລົງເປັນກ້າວໆ.
ຕາມການໃຫ້ຮູ້ຈາກຂະແໜງປູກຝັງ, ພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊວ່າ: ແຂວງບໍລິຄຳໄຊ ເປັນໜຶ່ງໃນຫລາຍແຂວງ ທີ່ລັດຖະບານກຳນົດເຂົ້າ ໃນການຜະລິດກະສິກຳສົ່ງອອກ ຊຶ່ງໃນຫລາຍຕະກຸນພືດນັ້ນ, ມັນຕົ້ນ ແລະ ໝາກກ້ວຍ ກໍແມ່ນພືດ ທີ່ສາມາດຜະລິດໄດ້ຫລາຍ ແລະ ສົ່ງອອກສູ່ຕະຫລາດຕ່າງປະເທດ. ສຳລັບປີ 2021 ນີ້, ສະເພາະມັນຕົ້ນຕາມແຜນການ ແມ່ນຈະຊຸກຍູ້ປູກໃຫ້ໄດ້ຫລາຍກວ່າ 10 ພັນເຮັກຕາ, ແຕ່ດ້ວຍການເອົາໃຈໃສ່ ຂອງເຈົ້າໜ້າທີ່ຂະແໜງ ປູກຝັງບວກ ໃສ່ການຕັ້ງໜ້າບຸກບືນ ຂອງປະຊາຊົນ ສາມາດຈັດຕັ້ງປະຕິບັດຕົວຈິງ ໄດ້ຫລາຍກວ່າ 12 ພັນເຮັກຕາ, ສະມັດຕະພາບກວ່າ 16 ໂຕນ/ເຮັກຕາ. ມາຮອດປັດຈຸບັນ, ປະຊາຊົນ ໄດ້ລົງມືເກັບກູ້ປ້ອມໂຮງງານ ຢ່າງເປັນຂະບວນຟົດຟື້ນ ແລະ ຄາດວ່າຈະໄດ້ຜົນຜະລິດ ປະມານ 2 ແສນກວ່າໂຕນ ແລະ ສ້າງລາຍໄດ້ ໃຫ້ປະຊາຊົນແຂວງບໍລິຄຳໄຊ ປະມານ 127 ຕື້ກວ່າກີບ.
ນອກຈາກມັນຕົ້ນແລ້ວ, ການປູກໝາກກ້ວຍ ກໍເປັນຂະບວນກວ້າງຂວາງເຊັ່ນດຽວກັນ ໂດຍຕາມແຜນການ ຈະສົ່ງເສີມປູກໃຫ້ຫລາຍກວ່າ 2,2 ພັນເຮັກຕາ, ສະມັດຕະພາບການຜະລິດ ໃຫ້ໄດ້ 11 ກວ່າໂຕນ/ເຮັກຕາ, ຜົນຜະລິດ 26 ພັນກວ່າໂຕນ, ມູນຄ່າ ປະ ມານກວ່າ 78 ຕື້ກີບ. ໃນນັ້ນ, ພືດລະດູແລ້ງ 430 ເຮັກຕາ, ຜົນຜະລິດກວ່າ 5 ພັນໂຕນ; ພືດລະດູຝົນກວ່າ 1 ພັນເຮັກຕາ, ຜົນຜະລິດກວ່າ 20 ພັນໂຕນ. ຂະນະທີ່ປະຕິບັດຕົວຈິງ ໄດ້ກວ່າ 2,3 ພັນເຮັກຕາ ຫລື ກວ່າ 106%, ຜົນຜະລິດກວ່າ 54 ພັນໂຕນ, ມູນຄ່າ 163 ຕື້ກວ່າກີບ, (ພືດລະດູແລ້ງ 79 ເຮັກຕາ, ຜົນຜະລິດ 1,1 ພັນກວ່າໂຕນ; ພືດລະດູຝົນ 2,2 ພັນເຮັກຕາ, ຜົນຜະລິດ 53 ພັນກວ່າໂຕນ).

ການປູກມັນຕົ້ນ, ໝາກກ້ວຍ ແລະ ລາຍຮັບທີ່ກ່າວມາຂ້າງເທິງ ໄດ້ປະກອບສ່ວນສຳຄັນໃຫ້ແກ່ການ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແຂວງບໍລິຄຳໄຊ ໃຫ້ນັບມື້ຫລຸດລົງເປັນກ້າວໆ. ແນວໃດກໍດີແຂວງບໍລິຄຳໄຊ ກໍແມ່ນໜຶ່ງໃນຫລາຍແຂວງ ທີ່ລັດຖະບານ ກຳນົດ ເຂົ້າໃນໂຄງການສົ່ງເສີມ ຜະລິດເປັນສິນຄ້າສົ່ງອອກ ທີ່ມີຕະຫລາດຮອງຮັບ ຄື: ໂຄງການຜະລິດປູກພືດຜັກ, ໂຄງການປູກໝາກໄມ້, ໂຄງການປູກພືດອຸດສາຫະກຳ ແລະ ອື່ນໆ.
ເນື້ອໃນ: ຂປລ