
ສົມມຸດວ່າ ກຳລັງເບິ່ງຄລິບວິດີໂອທີ່ພວມເປັນກະແສທາງເຟສບຸກ, ປາກົດມີຫລາກຫລາຍຄຳຄິດເຫັນ (comment) ຕົວຢ່າງ: ໃນຄລິບມີສາວງາມ ກຳລັງນຳສະເໜີເລື່ອງໃດໜຶ່ງ ຊຶ່ງບາງຄົນບໍ່ມັກ ຍ້ອນຜູ້ຢູ່ໃນຄລິບນັ້ນງາມຍ້ອນສັນຍະກຳ ຈຶ່ງຕຳນິວິຈານແບບຮຸນແຮງ, ສ່ວນຄົນຈຳນວນໜຶ່ງທີ່ມັກ ກໍຍ້ອງຍໍເພາະເຂົາກໍມັກສັນຍະກຳເຊັ່ນກັນ. ດັ່ງນັ້ນ, ເວລາທີ່ເຫັນບັນດາຄອມເມັ້ນຕ່າງໆ ຢ່າໄປໝືນ, ຢ່າໄປໃຈຮ້າຍໂມໂຫໂທໂສ ໃຫ້ທຳຄວາມເຂົ້າໃຈວ່າ: ຜູ້ທີ່ສະແດງຄວາມຄິດເຫັນແມ່ນຜູ້ທີ່ເຕີບໃຫຍ່ ມາຈາກສະພາບແວດລ້ອມ ແບບນັ້ນ ແລະ ເຂົາເຈົ້າ ກໍມີສາງຄຳສັບພຽງແຕ່ເທົ່ານັ້ນ ເພື່ອທີ່ຈະເອົາມາໃຊ້ກັບ ບາງສະຖານະການ. ໝາຍຄວາມວ່າ: ສິ່ງທີ່ເຂົາເວົ້າ ຫລື ສະແດງຄວາມຄິດເຫັນນັ້ນ ບໍ່ໄດ້ກ່ຽວຂ້ອງກັບເຫດການທີ່ເຂົາພວມເບິ່ງ ຫລື ອ່ານ ແຕ່ມັນສະທ້ອນຕົວຕົນຂອງເຂົາເຈົ້າເອງ.
ການຢູ່ໃນສັງຄົມທີ່ມີປະຊາທິປະໄຕ ໃນການສະແດງຄວາມຮູ້ສຶກ ຄວາມຄິດເຫັນ ໂດຍສະເພາະຄຳຕຳນິວິຈານໃນທາງລົບ ທີ່ນັບມື້ເພີ່ມທະວີຫລາຍຂຶ້ນໃນປັດຈຸບັນ, ຢ່າໄປດຶງຄວາມຄິດເຫັນເຫລົ່ານັ້ນເຂົ້າມາຕັດສິນຕົນເອງ ເພາະຄຳເວົ້າເຫລົ່ານັ້ນ ອາດຈະເປັນຄຳທຳ ແຕ່ເປັນຄຳຮຸນແຮງທຳຮ້າຍຈິດໃຈຂອງຜູ້ອື່ນ. ຕົວຢ່າງເລກ 6: ບາງຄົນເຫັນແລ້ວຄິດວ່າມັນແມ່ນເລກ 9, ບາງຄົນກໍ່ວ່າເລກ 6 ຊຶ່ງຕົວເລກນັ້ນມັນກໍບໍ່ໄດ້ປ່ຽນເປັນເລກອື່ນ, ແຕ່ວ່າມັນສະທ້ອນມູມມອງແນວຄວາມຄິດຂອງຄົນ ແປວ່າ: ຄຳເວົ້າຂອງຄົນຜູ້ນັ້ນ ບໍ່ໄດ້ສະ ທ້ອນສິ່ງ ທີ່ເຂົາພົບເຫັນ, ບໍ່ໄດ້ສະທ້ອນໃນສິ່ງທີ່ເຮົາໂພສລົງໄປ ແຕ່ມັນສະທ້ອນສິ່ງທີ່ເຂົາເປັນ.
ຂໍຍົກຕົວຢ່າງ2: ເວລາຈອກແກ້ວຕົກລົງພື້ນ ບາງຄົນອຸທານສຽງດັງວ່າ: ໂອ້ຍ ຕາຍແລ້ວ ! ຖ້າຜູ້ອື່ນໄດ້ຍິນສຽງແບບນີ້ ຈະຄິດວ່າກຳລັງເກີດບັນຫາໃຫຍ່, ແຕ່ບາງຄົນອຸທານສຽງຄ່ອຍໆ ເຮັດໃຫ້ອຸບັດເຫດຈອກແກ້ວຕົກພື້ນ ກາຍເປັນເລື່ອງເລັກນ້ອຍ.
ຕົວຢ່າງ3: ມີຄົນໄປບໍລິຈາກເຄື່ອງໃຫ້ຄອບຄົວໃດໜຶ່ງທີ່ທຸກຍາກຂາດແຄນ, ຄົນທີ່ໄປຊ່ວຍເຫລືອໄດ້ໂພສເລື່ອງດັ່ງກ່າວລົງໃນໂຊຊຽວໂລກອອນລາຍ, ຕໍ່ກໍລະນີນີ້ ຈະມີຄົນຈຳນວນໜຶ່ງ ຍ້ອງຍໍວ່າລາວ ຈິດໃຈດີ ສົມຄວນທີ່ຈະຕ້ອງເອົາເປັນແບບຢ່າງ, ສ່ວນຄົນອີກ ຈຳ ນວນໜຶ່ງເບິ່ງວ່າ ຄົນຜູ້ນັ້ນສ້າງພາບ ສ້າງກະແສ, ທຳທ່າເຮັດ ຢາກດັງ !

ສະນັ້ນ ສັງຄົມແຫ່ງການວິພາກວິຈານ, ຄວາມຈິງແລ້ວເຮົາບໍ່ໄດ້ວິຈານຜູ້ໃດ ແຕ່ເປັນການວິຈານຕົນເອງ ໂດຍແບ່ງອອກເປັນ 2 ມູມແຕກຕ່າງກັນ, ໜຶ່ງ: ການວິຈານຜູ້ອື່ນແມ່ນສະທ້ອນຕົວຕົນຂອງເຮົາເອງ ຖ້າເຮົາເຕີບໃຫຍ່ມາໃນສະພາບແວດລ້ອມທີ່ບໍ່ດີ, ຊີວິດຜ່ານ ເລື່ອງຕ່າງໆທີ່ໂຫດຮ້າຍ ກໍມັກວິພາກວິຈານຜູ້ອື່ນໄປໃນທາງທີ່ບໍ່ດີ ແລະ ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆຈົນລື້ງກາຍເປັນນິໄສແລະ ເປັນສັນດານ; ສອງ: ຄົນທີ່ໄດ້ຮັບຄຳຕຳນິວິຈານ ບໍ່ຕ້ອງໄປຄິດອຸກອັ່ງຫລາຍ ເພາະຕົວຕົນເຮົາເປັນຄົນແບບໃດ ເຮົາຍ່່ອມຮູ້ດີ. ດັ່ງ ນັ້ນ ຈົ່ງເລືອກຄຳເວົ້າດີໆ ເພາະຄຳເວົ້າດີໆທີ່ເຮົານຳໃຊ້ຈະນໍາພາເຮົາໄປສູ່ທິດທາງທີ່ເຮົາເລືອກໃຊ້ຄຳສັບນັ້ນແລ !
ໂດຍ: ມືອ່ອນ ໄອທີ
ເນື້ອໃນ: ຂປລ