
*ທ່າມກາງສະຖານະການພະ ຍາດໂຄວິດ-19 ທີ່ຍັງສົ່ງຜົນກະທົບຕໍ່ທົ່ວໂລກ, ເຮົາໄດ້ເຫັນຂ່າວຜົນກະທົບ ຕໍ່ເສດຖະກິດໃນຮູບແບບຕ່າງໆ ບໍ່ວ່າຈະເປັນຜົນກະທົບ ດ້ານທຸລະກິດການບິນ, ທຸລະກິດບັນເທີງ ຫລື ທຸລະກິດຂະໜາດນ້ອຍຂອງປະຊາຊົນ, ນອກ ຈາກນີ້ດ້ານສິ່ງແວດລ້ອມ ຢູ່ທົ່ວໂລກກໍໄດ້ຮັບຜົນກະທົບຢ່າງ ໜັກໜ່ວງ ບໍ່ຕ່າງຫຍັງກັບຜົນກະທົບ ຈາກພະຍາດໂຄວິດ-19 ດັ່ງນີ້:
1.ການບຸກລຸກປ່າຂຸດຄົ້ນແຮ່ ຜິດກົດໝາຍໃນບຣາຊິນ: ທ່າມກາງການລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ປະຊາຊົນບຣາຊິນເສຍ ຊີວິດຫລາຍກວ່າ 5 ແສນກວ່າຄົນ (ສະຖິຕິເດືອນ 6/2021), ແຕ່ການ ບຸກລຸກເຂົ້າໄປໃນປ່າອະເມຊອນ ເພື່ອເຮັດເໝືອງ ຜິດກົດໝາຍຍັງຄົງ ດຳເນີນການຢ່າງຕໍ່ເນື່ອງຊຶ່ງນອກ ຈາກຈະເປັນໄພຄຸກຄາມຕໍ່ເນື້ອທີ່ປ່າ ຝົນເຂດຮ້ອນບູຮານແຫ່ງນີ້ແລ້ວ, ຍັງມີຄວາມສ່ຽງທີ່ພະນັກງານໃນ ເໝືອງແຮ່ຈະນຳພະຍາດໄປແພ່ ລະບາດໃຫ້ຄົນພື້ນເມືອງທີ່ອາໄສຢູ່ ໃນປ່າ. ພາບການບຸກລຸກປ່າ ເພື່ອ ຂຸດ ຄົ້ນແຮ່ຜິດກົດໝາຍຈາກກຣີນພີສ ບຣາຊິນຖືກຖ່າຍໃນເດືອນພຶດສະ ພາ (2020) ຢູ່ບໍລິເວນໜ່ວຍພູໂຣ ໄຣມາ ຊຶ່ງກະທົບຕໍ່ຄົນພື້ນເມືອງມູນ ດູຣູກຸ ທີ່ອາໄສຢູ່ໃກ້ຄຽງ.
2. ອຸບັດເຫດນ້ຳມັນຮົ່ວໃນຣັດ ເຊຍ ປີ 2020: ເປັນອຸບັດເຫດທາງສິ່ງແວດລ້ອມທີ່ຮ້າຍແຮງທີ່ສຸດຄັ້ງໜຶ່ງໃນປະຫວັດສາດຂອງຣັດເຊຍ, ປະລິມານນໍ້າມັນກວ່າ 20.000 ໂຕນ ຮົ່ວຈາກຖັງຢູ່ສາງເກັບມ້ຽນ ນ້ຳມັນຂອງບໍລິສັດ Norilsk Nornickel ຕັ້ງຢູ່ໃນ ເມືອງທີ່ມີການ ປົນເປື້ອນສານພິດຫລາຍທີ່ສຸດແຫ່ງໜຶ່ງໃນໂລກ ບໍລິເວນ Norilsk ແລະ Taymyr peninsula ທາງ ພາກເໜືອຂອງຣັດເຊຍ. ການຮົ່ວ ໄຫລຂອງນ້ຳມັນໃນຄັ້ງນີ້ ໄດ້ປົນເປື້ອນພື້ນທີ່ແມ່ນ້ຳເປັນໄລຍະຍາວກວ່າ 20 ກິໂລແມັດ ຊຶ່ງໄດ້ໄຫລອອກ ສູ່ທະເລໃນ ແຖວອາກຕິກ, ສາມາດວັດຄວາມໜາຂອງຊັ້ນປິໂຕຣເຄມີບໍລິເວນໜ້ານ້ຳໄດ້ 20 ຊັງຕີແມັດ. ອຸບັດເຫດຄັ້ງນີ້ ຮ້າຍແຮງທຽບເທົ່າ ກັບເຫດການນ້ຳມັນຮົ່ວຈາກເຮືອຂົນສົ່ງນ້ຳມັນຂອງບໍລິສັດ Exxon Valdez ໃນອາລາສະກາ ເມື່ອ 30 ປີກ່ອນ. ອຸບັດ ເຫດໃນຄັ້ງນີ້ສົ່ງ ຜົນ ຮ້າຍແຮງຕໍ່ເສດຖະກິດຂອງປະເທດ ລວມທັງຊາວປະມົງ ທີ່ອາໄສແຫລ່ງ ນ້ຳແຫ່ງນີ້.
3. ພາຍຸ ໄຊໂຄລນ ອຳພັນ ພັດຖະຫລົ່ມອິນເດຍ: ເປັນຂ່າວ ດັງໃນປີຜ່ານມາ ແລະ ຜົນກະທົບ ຈາກເຫດການດັ່ງກ່າວ ຍັງສົ່ງຜົນສະ ທ້ອນຕໍ່ເນື່ອງ ຊຶ່ງພາຍຸ ໄຊໂຄລນ ອຳພັນ ພັດຂຶ້ນຈາກແຄມຝັ່ງເຂົ້າ ສູ່ອິນເດຍ ດ້ວຍຄວາມໄວ 155-165 ກິໂລແມັດຕໍ່ຊົ່ວ ໂມງ, ພາຍຸນີ້ ສາມາດປິ່ນດ້ວຍຄວາມໄວຫລາຍ ທີ່ສຸດ 185 ກິໂລແມັດຕໍ່ຊົ່ວໂມງ. ພາ ຍຸນີ້ຮຸນແຮງ ແລະ ສ້າງຄວາຍເສຍຫາຍ ໃນພາກຕາເວັນຕົກຂອງອ່າວເບງກອນ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 86 ຄົນ, ພືດຜົນຜະລິດຂອງກະສິ ກອນເສຍຫາຍ ແລະ ຂາດ ລາຍໄດ້ ຫລື ບາງພື້ນທີ່ບໍ່ໄດ້ໃຊ້ໄຟຟ້າເປັນເວ ລາຫລາຍມື້. ຜູ້ຊ່ຽວຊານດ້ານການ ປ່ຽນແປງສະພາບພູມີອາກາດລະ ບຸວ່າ: ພາວະໂລກຮ້ອນ ແລະ ວິກິດສະພາບພູມີອາກາດ ທີ່ຮຸນແຮງຫລາຍຂຶ້ນ ເຮັດໃຫ້ໄພພິບັດທາງທຳ ມະຊາດໃນໂລກເກີດຢ່າງຕໍ່ເນື່ອງ ແລະ ຮຸນແຮງ ຂຶ້ນ.
4. ຄື້ນຄວາມຮ້ອນໃນໄຊບີເລຍ ສັນຍານຂອງວິກິດ ສະພາບພູມ ອາກາດ: ພູມີອາກາດໃນຣັດເຊຍ ແລະ ໄຊບີເລຍ ມີສະພາບອາກາດ ອຸ່ນຂຶ້ນ ເນື່ອງຈາກເກີດຄື້ນຄວາມ ຮ້ອນໃນພື້ນທີ່ ເຮັດໃຫ້ມີອຸນຫະພູມ ໜ້າດິນສູງຂຶ້ນຫລາຍກວ່າ 20 ອົງສາ ແລະ ເຖິງວ່າ ເຄີຍໄດ້ຍິນ ຂໍ້ມູນກ່ຽວກັບການຫລຸດລົງຂອງການປ່ອຍອາຍແກັສ ກາກບອນ ຈາກອຸດສາຫະກຳຕ່າງໆກໍຕາມ ແຕ່ເຫດການຄື້ນຄວາມຮ້ອນແບບນີ້ ຍັງຄົງເກີດຂຶ້ນ ເນື່ອງຈາກພູມີພາກ ດັ່ງກ່າວຕ້ອງຜະເຊີນກັບໄຟໄໝ້ປ່າ ແລະ ອຸບັດເຫດນ້ຳມັນຮົ່ວ ເຮັດໃຫ້ ປີຜ່ານ ມາ ໄຊບີເລຍ ຮ້ອນທີ່ສຸດໃນ ປະຫວັດສາດ. ສິ່ງທີ່ໜ້າກັງວົນໃນ ອະນາຄົດຄືເມືອງບາງເມືອງຂອງ ຣັດເຊຍນັ້ນ, ຕັ້ງຢູ່ພາກເໜືອຂອງ ແລວວົງມົນອາກຕິກ ຊຶ່ງເປັນຊັ້ນ ດິນແຂງ, ຖ້າອຸນຫະພູມໜ້າດິນສູງ ຂຶ້ນເລື້ອຍໆ ກໍມີຄວາມສ່ຽງທີ່ຊັ້ນ
ດິນນ້ຳກ້ອນນີ້ ຈະລະລາຍ ແລະ ຈະສ້າງຄວາມເສຍຫາຍຮ້າຍແຮງໃຫ້ກັບເມືອງ.
ແປ ແລະ ຮຽບຮຽງ: ຢ່າຕົ້ງ
ເນື້ອໃນ: ຂປລ