
ຂປລ. ໃນໂອກາດ ມອບລາງວັນທຸລະກິດຊັ້ນນຳດີເດັ່ນ ໃຫ້ນັກທຸລະກິດລາວ ຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນໄລຍະໂຄວິດ-19 ປະຈໍາປີ 2021 ໃນວັນທີ 29 ທັນວາ 2021 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ພາກລັດ ແລະ ພາກທຸລະກິດ ເອົາໃຈໃສ່ຮ່ວມກັນ 4 ບັນຫາສຳຄັນ ເພື່ອກະຕຸກຊຸກຍູ້, ຂັບເຄື່ອນ ເຮັດໃຫ້ການສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດ ຂອງຜູ້ປະກອບການ ຢູ່ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ, ແນໃສ່ເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ໄດ້ຮັບການພັດທະນາ ແລະ ຂະ ຫຍາຍຕົວ ຂຶ້ນໄປເລື້ອຍໆ.
ທ່ານ ພັນຄໍາ ວິພາວັນ ໄດ້ເນັ້ນ 4 ບັນຫາສຳຄັນ ທີ່ພາກລັດ ແລະ ພາກທຸລະກິດ ຄວນເອົາ ໃຈໃສ່ຮ່ວມກັນ ຄື: 1). ສະພາການຄ້າ ແລະ ອຸດສາຫະກໍາ, ສະມາຄົມ ແລະ ກຸ່ມທຸລະກິດ ຕ້ອງໄດ້ສືບຕໍ່ປຸກລະດົມ ບັນດາຫົວໜ່ວຍທຸລະກິດ ເຂົ້າເປັນສະມາຊິກ, ເຕົ້າໂຮມຄວາມສາມັກຄີ, ປັບປຸງກົງຈັກການຈັດຕັ້ງ ຂອງສະພາການຄ້າ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງໄປຄຽງຄູ່ກັບ ການພັດທະນາ, ສົ່ງເສີມ ແລະ ສ້າງຄວາມອາດສາມາດ ໃຫ້ຫົວໜ່ວຍທຸລະກິດ ເປັນມືອາຊີບຫລາຍຂຶ້ນ; 2). ນັກ ທຸລະກິດ ແລະ ຜູ້ປະກອບການ ດ້ານຕ່າງໆ ຕ້ອງໄດ້ປັບປຸງຮູບແບບ ແລະ ວິທີການດໍາເນີນທຸລະກິດ ໃຫ້ແທດເໝາະກັບສະພາບ ການປ່ຽນແປງໃໝ່, ຫັນປ່ຽນຈິນຕະນາການ ເພື່ອໃຫ້ແທດເໝາະກັບ ວິຖີຊີວິດໃໝ່, ແຂ່ງຂັນກັນເພື່ອສ້າງຜົນງານ, ປັບປຸງຄຸນນະພາບ ແລະ ປະສິດທິພາບໃຫ້ສູງຂຶ້ນ ລວມທັງກຳຈັດປັດເປົ່າ ແນວຄິດຄັບແຄບ, ໃຈນ້ອຍ, ອິດສາບັງບຽດກັນ, ຢ້ານລື່ນຢ້ານເຫລືອກັນ, ທັບຖົມໂຈມຕີກັນ, ຕ້ອງຮັກແພງສາມັກຄີຊ່ວຍເຫລືອກັນ, ແຂ່ງຂັນກັນພັດທະນາຄວາມດີ ເພື່ອຊາດບ້ານເມືອງ, ອັນສຳຄັນຕ້ອງຮ່ວມມືກັບພາຍໃນ ແລະ ຕ່າງປະເທດ; 3). ໃນໄລຍະເປີດກວ້າງ ແລະ ເຊື່ອມໂຍງກັບພາກພື້ນ, ນັກທຸລະກິດຂອງພວກເຮົາ ຕ້ອງໄດ້ປັບປຸງຕົນເອງ ໃຫ້ສາມາດຜະລິດເພື່ອສົ່ງອອກ ແລະ ຖືເອົາກາລະໂອກາດ ໃນການຂະຫຍາຍທຸລະກິດ ຂອງຕົນໄປຍັງພາກພື້ນ ແລະ ສາກົນ ໃຫ້ເພີ່ມຂຶ້ນ ໂດຍນຳໃຊ້ເສັ້ນທາງ ລົດໄຟ ລາວ-ຈີນ ຊຶ່ງມີຄວາມຈຳເປັນ ຕ້ອງຮ່ວມມືກັນ ຈັດຕັ້ງການຜະລິດຄືນ ໃໝ່, ທັງຫາຄູ່ຮ່ວມພັດທະນາ ກັບນັກທຸລະກິດຕ່າງປະເທດ. ນອກຈາກນັ້ນ, ກໍສົ່ງເສີມນັກທຸລະກິດ ເຂົ້າມີສ່ວນຮ່ວມ ໃນການພັດທະນາຊົນນະບົດ ຕິດພັນກັບ ການແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນຫລາຍຂຶ້ນ, ເຊິ່ງລັດຖະບານ ຈະສ້າງໂອກາດໃຫ້ ບັນດາວິສາຫະກິດ ລາວ-ຕ່າງປະເທດ ໄດ້ຈັບຄູ່ກັນ ເພື່ອຮ່ວມກັນຢ່າງໝັ້ນຄົງຍາວນານ ຫລີກເວັ້ນການເປັນນາຍໜ້າ ແບບຕົວະຍົວະຫລອກລວງ ເຊິ່ງຈະສ້າງຄວາມເສຍຫາຍ ໃຫ້ແກ່ສ່ວນລວມ ແລະ ຕົນເອງ, 4). ສືບຕໍ່ຊຸກຍູ້ສົ່ງເສີມນັກທຸລະກິດ, ຫົວໜ່ວຍທຸລະກິດທີ່ດີເດັ່ນ ແລະ ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ, ປະກອບສ່ວນ ພັນທະໃຫ້ລັດຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ເພື່ອຊຸກຍູ້ການເຮັດແທ້ທຳຈິງ, ການຄັດເລືອກຍ້ອງຍໍນັກທຸລະກິດ ແລະ ຫົວໜ່ວຍທຸລະກິດດີເດັ່ນ ບໍ່ໃຫ້ມີລັກ ສະນະສະເລ່ຍ ຫລື ເບິ່ງຕາມຕໍາແໜ່ງຫລາຍກວ່າ ເບິ່ງຜົນງານຕົວຈິງ, ເຊິ່ງໃນໄລຍະຜ່ານມາ ສຄອຊ ຈັດຕັ້ງປະຕິບັດໄດ້ດີແລ້ວ ແລະ ໃຫ້ສືບຕໍ່ປັບປຸງໃຫ້ດີຂຶ້ນ.

ທ່ານ ພັນຄໍາ ວິພາວັນ ໄດ້ກ່າວຕື່ມວ່າ: ພາກລັດ ແລະ ພາກທຸລະກິດ ແມ່ນຫຸ້ນສ່ວນສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ ໃນຂະບວນການພັດທະນາ ປະເທດຊາດ ໃຫ້ຈະເລີນກ້າວໜ້າ. ຈາກນີ້, ພາກລັດຕ້ອງຫັນປ່ຽນ ທັດສະນະແນວຄິດ ແລະ ການກະທຳຂອງຕົນ ຈາກທີ່ຊິນເຄີຍເປັນ ຜູ້ຄວບຄຸມແຕ່ດ້ານດຽວ ມາເປັນຜູ້ບໍລິຫານຈັດການ, ເຊິ່ງໃນນັ້ນມີໜ້າທີ່ເຮັດ ການບໍລິການຮັບໃຊ້ປະຊາຊົນເປັນອັນສຳຄັນ, ພາກທຸລະກິດ ແລະ ຜູ້ປະກອບການ ກໍ່ຕ້ອງຫັນປ່ຽນປັບປຸງ ແກ້ໄຂຂອດອ່ອນ, ພັດທະນາຍົກສູງຄວາມ ອາດສາມາດຂອງຕົນເອງ ໃຫ້ຫລາຍຂຶ້ນກວ່າເກົ່າ ໃນຫລາຍດ້ານ.
ຂ່າວ: ທະນູທອງ ພາບ: ເກດສະໜາ
ເນື້ອໃນ: ຂປລ