
ຂປລ. ຄະນະສະເພາະກິດ ຢຶນຢັນວ່າ: ມາຮອດວັນທີ 1 ພະຈິກ 2021 ນີ້, ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ 685 ຄົນ, ໃນນັ້ນ ຕິດເຊື້ອນໍາເຂົ້າ 12 ຄົນ ຈາກນະຄອນຫລວງວຽງຈັນ 4 ຄົນ, ສະຫວັນນະເຂດ 4 ຄົນ, ຈໍາປາສັກ 2 ຄົນ ແລະ ບໍລິຄໍາໄຊ 2 ຄົນ. ສໍາລັບການຕິດເຊື້ອພາຍໃນມີ 673 ຄົນ ແມ່ນຈາກນະຄອນຫລວງວຽງຈັນ 345 ຄົນ, ແຂວງຫລວງພະບາງ 102 ຄົນ, ແຂວງວຽງຈັນ 75 ຄົນ, ບໍ່ແກ້ວ 35 ຄົນ, ສະຫວັນນະເຂດ 19 ຄົນ, ຫລວງນໍ້າທາ 20 ຄົນ, ອຸດົມໄຊ 19 ຄົນ, ຈໍາປາສັກ 15 ຄົນ, ບໍລິຄໍາໄຊ 12 ຄົນ, ຄໍາມ່ວນ 14 ຄົນ, ເຊກອງ 9 ຄົນ, ໄຊສົມບູນ 5 ຄົນ, ສາລະວັນ 2 ຄົນ ແລະ ແຂວງອັດຕະປື 1 ຄົນ. ລວມຕົວເລກຜູ້ຕິດເຊື້ອສະສົມ 40.956 ຄົນ, ເສຍຊີວິດສະສົມ 67 ຄົນ, ປິ່ນປົວຫາຍດີ 2.19ຄົນ, ກໍາລັງປິ່ນປົວ 7.381ຄົນ.
ສຳລັບ ກໍລະນີຜູ້ເສຍຊີວິດໃໝ່ 2 ຄົນ ມີຄື: ຜູ້ທີ 1: ເປັນເພດຊາຍ, ອາຍ 46 ປີ, ສັນຊາດ: ລາວ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ (ເສຍຊີວິດຢູ່ນະຄອນຫລວງວຽງຈັນ), ຜູ້ກ່ຽວໄດ້ກັກໂຕ ຢູ່ຄ້າຍຄຸມຂັງນາໄຫ-ນາໂນ ຍ້ອນເສບຢາ ແລະ ກໍານົດໂທດເປັນເວລາ 2 ປີ, ປະຫວັດພະຍາດຜ່ານມາ: ຄົນເຈັບບໍ່ມີອາການສະແດງອອກ, ຄົນເຈັບນອນປ່ວຍ ຕິດຕຽງຊ່ວຍເຫລືອຕົນເອງບໍ່ໄດ້ ແລະ ຄົນເຈັບເປັນພະຍາດ ວັນນະໂລກປອດ ເລີ້ມປີ່ນປົວແຕ່ວັນທີ 13 ກັນຍາ 2021, ເວລາ 09:00 ໂມງວັນທີ 31 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ ແລະ ຜູ້ທີ 2 ເປັນເພດຍິງ, ອາຍຸ 48ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານໜອງປຸ່ງ ເມືອງໂພນໂຮງ, ແຂວງວຽງຈັນ, ຄອບຄົວທັງໝົດມີ 4 ຄົນລວມທັງຜູ້ກ່ຽວ, ພະຍາດປະຈໍາຕົວ: ຄົນເຈັບເປັນຄວາມດັນ ເລືອດສູງບໍ່ໄດ້ກິນຢາປະຈໍາ ແລະ ພະຍາດຫືດ ບໍ່ໄດ້ກິນຢາປະຈຳ, ໄດ້ຮັບການສັກວັກຊິນ 2 ເຂັມຄົບແລ້ວ, ມີອາການປວດຕົນໂຕ, ໄອ, ອິດເມື່ອຍ, ເປັນຫວັດຕະ ຫລອດ, ຄະນະສະເພາະກິດເມືອງ ຈຶ່ງໄດ້ໄປເກັບຕົວຢ່າງ ໃນວັນທີ 25 ຕຸລາ 2021, ວັນທີ 26 ຕຸລາ 2021: ຜົນກວດແມ່ນພົບເຊື້ອ ພະຍາດໂຄວິດ-19 ຈຶ່ງໄດ້ເຂົ້າ ນອນປີ່ນປົວ ຢູ່ສູນປີ່ນປົວໂຄວິດ-19 ຢູ່ ມສ ໂພນໂຮງ ແຂວງວຽງຈັນ, ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 26-31 ຕຸລາ 2021 ເປັນເວລາ 5 ວັນ, ເວລາ 14:30 ໂມງຂອງວັນທີ 31 ຕຸລາ 2021: ມີອາການໄອຢ່າງຕໍ່ເນື່ອງ, ເຈັບແໜ້ນໜ້າເອິກ ແລະຫາຍໃຈຝືດ, ມາຮອດເວລາ 19:30 ໂມງຂອງມືດຽວກັນ ຄົນເຈັບບໍ່ໄດ້ສະຕິ, ບໍ່ຕອບສະໜອງຕໍ່ການກະຕຸ້ນ, ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ໄດ້ເຊິດຊູຄົນເຈັບ, ຄົນເຈັບບໍ່ຕອບສະໜອງ ເເລະ ເສຍຊີວິດເວລາຕໍ່ມາ.
ທ່ານນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ໃນວັນທີ 1 ພະຈິກ 2021 ວ່າໃນບັນດາແຂວງພາກໄຕ້ມີທ່າອ່ຽງຫລຸດລົງ ແຕ່ແຂວງພາກເໜືອເຊັ່ນ: ຫລວງພະບາງ ແລະ ອຸດົມໄຊ ຍັງຕິດເຊື້ອພົ້ນເດັ່ນ. ຂະນະທີ່ການຕິດເຊື້ອໃນ ນະຄອນຫລວງວຽງຈັນ ຍັງສູງ ສະເລ່ຍ ປະມານ 300 ຄົນຕໍ່ມື້, ພ້ອມກັນນີ້ຢູ່ແຂວງເຊກອງ ເຖິງວ່າຈະມີຄົນຕິດເຊື້ອ ພຽງແຕ່ 9 ຄົນ ແຕ່ອັດຕາການ ກວດພົບ ເຊື້ອສູງເຖິງ 18%. ສວ່ນແຂວງວຽງຈັນ ກໍ່ເຊັ່ນກັນພົບວ່າກວດ 100 ຄົນໃດ ສາມາດພົບປະມານ 18 ຄົນຕິດເຊື້ອ. ອັດຕາການກວດພົບເຊື້ອສູງ ຂອງບັນດາ ແຂວງເຫລົ່ານີ້ ເປັນສັນຍານເຕືອນວ່າ ອາດຈະມີການລະບາດ ແລະ ພົບຄົນຕິດເຊື້ອ ຫລາຍກວ່າເກົ່າ ໃນວັນຂ້າງໜ້າສະນັ້ນ ປະຊາຊົນຂອງ ບັນດາແຂວງ ທີ່ກ່າວມານີ້ ຈົ່ງເພີ່ມສະຕິ ແລະ ປະຕິບັດການປ້ອງກັນ ໃຫ້ເຂັ້ມງວດທີ່ສຸດ ເພື່ອສະກັດກັ້ນ ການແຜ່ເຊື້ອລາມກວ້າງ.
ຂ່າວ: ກິດຕາ
ເນື້ອໃນ: ຂປລ