ຂປລ. ຕາມການລາຍງານຈາກ ທ່ານ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໃນວັນທີ 1 ພະຈິກ 2021 ວ່າ: ການບໍລິການ ຂອງໂຮງໝໍສູນກາງ ຍັງເປີດໃຫ້ບໍລິການຢ່າງຕໍ່ເນື່ອງ ແລະ ປະຊາຊົນສາມາດ ມາບໍລິການໄດ້ຢ່າງເປັນປົກກະຕິ ເຖິງວ່າຈະພົບການຕິດເຊື້ອ ຢູ່ໂຄວິດ-19 ຢູ່ສະຖານບໍລິການ ສາທາລະນະສຸກ ບາງແຫ່ງ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ກໍຕາມ ແຕ່ການຕິດເຊື້ອ ແມ່ນເກີດນໍາພະນັກງານ ຂອງໂຮງໝໍ ເຊັ່ນ ພະນັກງານອະນາ ໄມ ແລະ ພະນັກງານວິຊາການອື່ນ ທີ່ບໍ່ແມ່ນກຸ່ມແພດ, ເຊິ່ງກຸ່ມຄົນຕິດເຊື້ອໄດ້ຮັບເຂົ້າປິ່ນປົວ ແລະ ມີການແຍກປ່ຽວ ຢ່າງເຂັ້ມງວດ, ບໍ່ແມ່ນການຕິດ ເຊື້ອພາຍໃນໂຮງໝໍ ແຕ່ພວກກ່ຽວຕິດເຊື້ອມາຈາກບ້ານ ທີ່ເປັນບ້ານແດງຢູ່ແລ້ວ.
ໂອກາດນີ້, ທ່ານນາງ ບົວຜັນ ຄຳພາພົງຜ່ານ ຍັງຮຽກຮ້ອງມາຍັງໂຮງງານທີ່ ເປີດ ດຳເນີນງານປົກກະຕິ ແລະ ມີກຸ່ມກໍາມະກອນ ໂຮງງານຕິດເຊື້ອໃໝ່ ເຖິງວ່າກໍາມະກອນ ໄດ້ໃສ່ຜ້າອັດປາກ-ດັງ, ລ້າງມື ແລະ ພະຍາຍາມຢູ່ຫ່າງກັນ. ແຕ່ຈຸດທີ່ສ່ຽງທີ່ສຸດ ຂອງໂຮງງານຄື ກໍາມະກອນກິນເຂົ້າ ຢູ່ຈຸດດຽວກັນ ທີ່ໂຮງງານຈັດສັນໃຫ້. ນີ້ແມ່ນຄວາມສ່ຽງສູງສຸດ ເພາະການກິນເຂົ້າໃນ ບໍລິເວນດຽວກັນ ກໍາມະກອນທຸກຄົນ ຖອດຜ້າອັດດປາກດັງໝົດ ເພື່ອກິນເຂົ້າ ແລະ ໂອ້ລົມກັນແບບບໍ່ໄດ້ໃສ່ເຄື່ອງປ້ອງກັນ. ສະນັ້ນ, ຂໍຮຽກ ຮ້ອງໃຫ້ໂຮງງານທຸກແຫ່ງ ຈົ່ງທົບທວນຄືນມາດຕະການ ແລະ ພະຍາຍາມຈັດສັນ ໃຫ້ທຸກຄົນບໍ່ສ່ຽງ, ຈັດສັນເວລາເລີກວຽກ, ກິນເຂົ້າໃຫ້ແຕກຕ່າງກັນ ຫລື ມີທາງເລືອກອື່ນທີ່ສ້າງສັນ ເພື່ອບໍ່ໃຫ້ພະນັກງານ ໄດ້ກິນເຂົ້າຂອງໃຜມັນ ແລະ ຢູ່ຫ່າງໄກກັນ. ທັງນີ້ ກໍເພື່ອເປັນການປ້ອງກັນໃຫ້ກໍາມະກອນປອດໄພ ແລະ ບໍ່ຜົນກະທົບຕໍ່ການເຮັດວຽກ ຂອງໂຮງງານຕື່ມອີກ.
ຂ່າວ: ກິດຕາ
ເນື້ອໃນ: ຂປລ