ຂປລ. ທ່ານ ດຣ ນາງ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ໃນວັນທີ 12 ຕຸລາ 2021 ນີ້ວ່າ: ກະຊວງສາທາລະນະສຸກ ໄດ້ມີການທົບທວນຄືນ ສະຖິຕິຜູ້ຕິດເຊື້ອໂຄວິດ-19 ທັງໝົດໃນ ສປປ ລາວ ແລະ ພົບວ່າ ມີຜູ້ຕິດເຊື້ອຈຳນວນ 85% ແມ່ນບໍ່ໄດ້ສັກວັກຊິນ, ສ່ວນກໍລະນີເສຍຊີວິດທັງໝົດ ແມ່ນມີປະມານ 84.6% ບໍ່ໄດ້ສັກວັກຊິນ ແລະ ເປັນຄົນທີ່ມີພະຍາດປະຈໍາຕົວ.
ທ່ານ ດຣ ນາງ ບົວຜັນ ຄໍາພາພົງຜ່ານ ໄດ້ກ່າອີກວ່າ: ຜ່ານການທົບທວນຄືນສະຖິຕິດັ່ງກ່າວ, ຂ້າພະເຈົ້າຍັງຢັ້ງຢືນວ່າ ວັກຊິນ ແມ່ນທາງເລືອກທີ່ດີ ເພື່ອປ້ອງກັນການຕິດເຊື້ອ ແລະ ການເສຍຊີວິດ ສະນັ້ນ ໃຜບໍ່ທັນສັກວັກຊິນ ຫລື ຄອບຄົວໃດມີຜູ້ສູງອາຍຸ ຫລື ມີພະຍາດປະຈໍາຕົວ ທີ່ບໍ່ທັນໄດ້ສັກວັກຊິນ ກໍຂໍໃຫ້ຕັດສິນໃຈມາສັກວັກຊິນ ຕາມຈຸດຕ່າງໆທີ່ກໍານົດໃນ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ.ເມື່ອສັກວັກຊິນແລ້ວ, ທ່ານຍັງຕ້ອງໄດ້ສືບຕໍ່ ປ້ອງກັນຕົນເອງຕໍ່ໄປເລື້ອຍໆ ເພື່ອຫລຸດໂອກາດສ່ຽງ ຕໍ່ການຕິດເຊື້ອພະ ຍາດນີ້ ແລະ ມີພຽງແຕ່ບາງກຸ່ມຄົນທີ່ມີຂໍ້ຫ້າມ ແລະ ຂໍ້ຈຳກັດໃນການສັກວັກຊິນເຊັ່ນ: ແມ່ ຍິງຖືພາຫລຸດ 12 ອາທິດ, ຜູ້ທີ່ກຳລັງໄດ້ຮັບການສາຍແສງ ຫລື ເຄມີບຳບັດ ແລະ ເດັກນ້ອຍ. ມາຮອດປັດຈຸບັນ, ທົ່ວປະເທດ ມີຄວາມຄືບໜ້າໃນການສັກວັກຊິນ ເຂັມທີ 1 ແມ່ນ 3.070.285 (ປົກຄຸມ 41.84%) ແລະ ເຂັມຄົບໂດສ ແມ່ນ 2.256.693 ກວມ 30.75%.
ເພື່ອການຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ຂໍໃຫ້ທ່ານຕິດຕາມຂ່າວສານ ໄດ້ຈາກວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆຂອງລັດຖະ ບານ, ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la ແລະ ໂທສອບຖາມ ສາຍດ່ວນ 165 ຫລື 166.
ຂ່າວ: ສຸກສະຫວັດ ສົມສະໜິດ
ເນື້ອໃນ: ຂປລ