ຂປລ. ໃນວັນທີ 9 ກັນຍາ 2021 ທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳອະນຸພາກພື້ນ ແມ່ນ້ຳຂອງ ຄັ້ງທີ 7 ຫລື GMS 7 Summit ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຮ່ວມມື ອະນຸພາກພື້ນແມ່ນນ້ຳຂອງຄືນໃໝ່ ເພື່ອຮອງຮັບສິ່ງທ້າທາຍ ໃນທົດສະວັດໃໝ່-GMS Renewed Strength to Face the Challenges of the New Decade”, ໂດຍການເປັນປະທານຂອງ ສົມເດັດ ເຕໂຊ ຮຸນເຊັນ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ມີບັນດາ ຜູ້ນຳປະເທດສະມາຊິກ ອະນຸພາກພື້ນແມ່ ນ້ຳຂອງ, ປະທານທະນາຄານ ພັດທະນາອາຊີ ແລະ ອົງການຈັດຕັ້ງສາກົນ ຕ່າງໆເຂົ້າຮ່ວມ.
ກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ນີ້, ຈະໄດ້ທົບທວນຄືນ ການຮ່ວມມືໃນໄລຍະ 3 ປີຜ່ານມາ, ໂດຍສະເພາະ ການຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ທາງດ້ານເສດຖະກິດ ອະນຸພາກພື້ນ ແມ່ນໍ້າຂອງ ໃນໄລຍະ 3 ປີ ທີ່ຜ່ານມາ, ໂດຍສະເພາະ ການຜັນຂະຫຍາຍໝາກຜົນ ຂອງກອງປະຊຸມສຸດຍອດ ຜູ້ນໍາອະນຸ ພາກພື້ນແມ່ນໍ້າຂອງ ຄັ້ງທີ 6, ຂອບການລົງ ທຶນພາກພື້ນ (Regional Investment Framework ຫລື RIF) 2018-2022 ແລະ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ຍຸດທະສາດການຮ່ວມມືອະນຸພາກພື້ນ ແມ່ນໍ້າຂອງ 2012-2022 ພ້ອມທັງ ຈະກໍານົດທິດ ທາງຮ່ວມມືໃນຕໍ່ໜ້າ, ໂດຍສະເພາະ ຈະພິຈາລະນາຮັບຮອງເອົາ 3 ເອກະສານສໍາຄັນ ຄື: 1) ຍຸດທະສາດ ການຮ່ວມມື ທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ 2030; 2) ແຜນດໍາເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດ Covid-19 ສໍາລັບປີ 2021-2023; ແລະ 3) ຖະ ແຫລງການຮ່ວມກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (Joint Summit Declaration).
ແຜນງານການຮ່ວມມື ທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ (Greater Mekong Subregion Econormic Cooperation Program: GMS) ໄດ້ສ້າງຕັ້ງຂຶ້ນໃນ ປີ 1992, ໂດຍມີ 6 ປະເທດສະມາຊິກ ຄື: ສປ ຈີນ, ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ, ເຊິ່ງມີທະນາຄານພັດທະນາອາຊີ (ADB) ເປັນກອງເລຂາ ແລະ ເປັນຜູ້ປະສານງານ ໃນການຈັດຕັ້ງປະຕິບັດວຽກງານ, ການຊ່ວຍເຫລືອ ແລະ ການຮ່ວມມື ລະຫວ່າງ ປະເທດສະມາຊິກ ແລະ ບັນດາຄູ່ຮ່ວມພັດທະນາ.
ຈຸດປະສົງຂອງການຮ່ວມມື ໃນອະນຸພາກພື້ນແມ່ນໍ້າຂອງ ແມ່ນເພື່ອສົ່ງເສີມ ການພັດທະນາທາງດ້ານເສດຖະກິດ ແລະ ສັງຄົມ ໃຫ້ມີການເຊື່ອມໂຍງ ພາຍໃນຂົງເຂດອະນຸພາກພື້ນ ແລະ ສາກົນ, ໂດຍສຸມໃສ່ການຮ່ວມມື ໃນ 8 ໜ່ວຍງານເປັນ ບູລິມະສິດ ຄື: ດ້ານການຂົນສົ່ງພະລັງງານ, ການ ທ່ອງທ່ຽວ, ສິ່ງແວດລ້ອມ, ສາທາລະນະສຸກ, ການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ, ກະສິກໍາ ແລະ ການພັດທະນາຕົວເມືອງ.
ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນໍ້າຂອງ ແມ່ນຈັດຂຶ້ນທຸກ 3 ປີ, ໂດຍພັດປ່ຽນກັນເປັນປະຫານ ລະຫວ່າງ ບັນດາປະເທດສະມາຊິກ ຄື: ສປ ຈີນ, ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ຕາມລໍາດັບ.
ຂ່າວ: ສົມຫວັງ
ເນື້ອໃນ: ຂປລ