
ຂປລ. ໃນວັນທີ 6 ເມສາ 2021 ທ່ານ ຄຳເປ ພົງສະຫວັດ ປະທານສະມາຄົມແພດເດັກລາວ, ປະທານກຳມະທິການ ທີ່ປຶກສາດ້ານວັກຊີນແຫ່ງຊາດ ທັງເປັນຜູ້ຊ່ຽວຊານ ອາວຸໂສເດັກ ໄດ້ລາຍງານໃຫ້ຮູ້ວ່າ: ວັກຊີນຊະນິດ AstraZeneca ປ້ອງກັນພະຍາດ ໂຄວິດ-19 ເປັນວັກຊີນຊະນິດໜຶ່ງ ທີ່ໄດ້ກວດສອບ ຢ່າງລະອຽດ ຈາກອົງການອະນາໄມໂລກ ແລະ ໄດ້ຖືກປະເມີນວ່າເປັນວັກຊີນ ທີ່ມີຄຸນນະພາບ, ປອດໄພ ແລະ ມີປະສິທິຜົນສູງ ໃນການປ້ອງກັນ ພະຍາດໂຄວິດ-19. ປັດຈຸບັນ ລັດຖະບານລາວ ໄດ້ເລັ່ງສັກວັກຊີນດັ່ງກ່າວ ໃຫ້ບັນດາກຸ່ມເປົ້າໝາຍ ທີ່ມີຄວາມສ່ຽງສຸດ ຄາດວ່າຈະສຳເລັດໃນໄວໆນີ້.
ໃນກໍລະນີ ເກີດມີຂ່າວກ່ຽວກັບ ການສັກວັກຊີນ ຊະນິດ AstraZeneca ແລ້ວເກີດມີການເສຍຊີວິດ ຢູ່ໃນປະເທດເອີຣົບ ແລະ ຫລາຍປະເທດ ເຮັດໃຫ້ຢຸດການໃຫ້ວັກຊີນ ຊະນິດດັ່ງກ່າວ, ແຕ່ຜ່ານການກວດສອບ ແລະ ວິນິດໄສ ຈາກອົງການອານາໄມໂລກ ໄດ້ອອກມາຢືນຢັນວ່າ ການເສຍຊີວິດດັ່ງກ່າວ ແມ່ນບໍ່ກ່ຽວກັບການຊັກວັກຊີນ AstraZeneca ເຊິ່ງສາເຫດການເສຍຊີວິດ ແມ່ນຍ້ອນ ພະຍາດເສັ້ນເລືອດດຳອຸດຕັນສະໝອງ ທີ່ຄົນເຈັບມີພະຍາດປະຈຳໂຕຢູ່ແລ້ວ ເຊິ່ງມາຮອດປັດຈຸບັນ ຫລາຍປະເທດ ທີ່ຢຸດການໃຫ້ວັກຊີນ AstraZeneca ກໍເລີ່ມກັບມານຳໃຊ້ວັກຊີນຊະນິດນີ້ອີກຄັ້ງ.
ທ່ານ ຄຳເປ ພົງສະຫວັດ ຍັງໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ໄດ້ຮັບວັກຊີນປ້ອງກັນ ພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫລືອ ຈາກຕ່າງປະເທດ ທັງໝົດ 3 ຊະນິດຄື: ຊີໂນຟາມ, AstraZeneca ແລະ Sputnik V ເຊິ່ງກ່ອນຈະນຳວັກຊີນດັ່ງກ່າວມາໃຊ້ ໃນ ສປປ ລາວ ໄດ້ຜ່ານຂັ້ນຕອນການທົດສອບ ດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ. ໃນໂອກາດນີ້, ທ່ານ ຄຳເປ ພົງສະຫວັດ ຍັງໄດ້ຝາກເຖິງ ພໍ່-ແມ່, ປະຊາຊົນ ທີ່ຢູ່ໃນກຸ່ມເປົ້າໝາຍຄວາມສ່ຽງ ຢ່າວິຕົກກັງວົນ ພ້ອມທັງໃຫ້ໝັ້ນໃຈ ແລະ ເຊື່ອໝັ້ນຕໍ່ລັດຖະບານ ວ່າວັກຊີນທີ່ນຳມາໃຊ້ ແມ່ນມີຄວາມປອດໄພ ແລະ ບໍ່ເປັນອັນຕະລາຍ.
ຂ່າວ:ກິດຕາ
ເນື້ອໃນ: ຂປລ