
ຂປລ. ໃນວັນທີ 23 ກຸມພາ 2021, ອົງການປະກັນສັງຄົມແຫ່ງຊາດ ໄດ້ປະກາດໃຫ້ເງິນອຸດໜູນໄລຍະສັ້ນ ຈຳນວນ 1,8 ລ້ານໂດລາສະຫະລັດ ແກ່ຜູ້ປະກັນຕົນຂອງອົງການ ປະກັນສັງຄົມແຫ່ງຊາດ ໃນຂົງເຂດໂຮງງານຕັດຫຍິບ ຈຳນວນ 17.000 ກວ່າຄົນ ໃນ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການລະ ບາດຂອງພະຍາດໂຄວິດ-19. ຜູ້ທີ່ໄດ້ຮັບເງິນອຸດໜູນ ໄລຍະສັ້ນຄັ້ງນີ້, ສ່ວນຫລາຍແມ່ນເພດຍິງ ກວມ 85% ຂອງຈຳນວນທັງໝົດ ໂດຍຈະໄດ້ຮັບຜູ້ລະ 900.000 ກີບ, ເຊິ່ງຈະເລີ່ມຈ່າຍແຕ່ ເດືອນມີນາ 2021 ເປັນຕົ້ນໄປ, ໂດຍຜ່ານໂຄງການອຸດໜູນ ໄລຍະສັ້ນສໍາລັບ ຜູ້ປະກັນຕົນ ໃນຂົງເຂດຕັດຫຍິບ ທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19.
ຈຸດປະສົງໃນການໃຫ້ ເງິນອຸດໜູນໄລຍະສັ້ນຄັ້ງນີ້, ແມ່ນເພື່ອຊ່ວຍເຫລືອແຮງງານ ໃນຂົງເຂດຕັດ ຫຍິບທີ່ສູນເສຍລາຍຮັບ ແລະ ເພື່ອເປັນການສະໜັບ ສະໜູນໃຫ້ໂຮງງານ ໃນການຫລຸດຜ່ອນ ຄ່າໃຊ້ຈ່າຍໃນການຊ່ວຍເຫລືອ ຜູ້ອອກແຮງງານ ແລະ ສາມາດສືບຕໍ່ ດຳເນີນທຸລະກິດ ໄດ້ຢ່າງຕໍ່ເນື່ອງ. ເງິນຈຳນວນດັ່ງກ່າວ, ໄດ້ຮັບການຊ່ວຍເຫລືອຈາກ ກະຊວງການຮ່ວມ ມືດ້ານເສດຖະກິດ ແລະ ການພັດທະນາ ຂອງສະຫະພັນເຢຍລະມັນ ແລະ ໄດ້ຮັບການສະໜັບສະໜູນ ດ້ານວິຊາການ ຈາກອົງການແຮງງານສາກົນ.
ໂອກາດນີ້, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ໂຄງການດັ່ງກ່າວ, ນອກຈາກຈະຊ່ວຍ ໃຫ້ເງິນອຸດໜູນແກ່ ຜູ້ອອກແຮງງານຕັດຫຍິບໂດຍກົງແລ້ວ ຍັງຈະຊ່ວຍສ້າງຄວາມ ເຂັ້ມແຂງໃນການຄຸ້ມຄອງ ບໍລິຫານ ແລະ ກົນໄກການຈ່າຍເງິນອຸດໜູນ ຂອງລະບົບປະກັນສັງຄົມນຳອີກ. ຂົງເຂດອຸດສາຫະກຳຕັດຫຍິບ ມີການຈ້າງແຮງງານຫລາຍກວ່າ 26.000 ຄົນ ແລະ ເປັນຂະແໜງການໜຶ່ງ ທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ແລະ ຈຳເປັນຕ້ອງໄດ້ຫລຸດ ຈຳນວນພະນັກງານລົງ ແລະ ບາງໂຮງງານກໍຕ້ອງໄດ້ປິດກິດຈະການ.
ທ່ານ ເຈັນ ລຸດເກນເຮມ ເອກອັກຄະລັດຖະທູດ ສະຫະພັນເຢຍລະມັນ ປະຈຳ ສປປ ລາວ ໄດ້ສະ ແດງຄວາມດີໃຈ ທີ່ເງິນຊ່ວຍເຫລືອ ໄດ້ຈັດຕັ້ງປະຕິບັດ ຜ່ານອົງການປະກັນ ສັງຄົມແຫ່ງຊາດ, ເຊິ່ງເປັນລະ ບົບປົກປ້ອງສັງຄົມ ທີ່ມີຄວາມເຂັ້ມແຂງ ແລະ ສາມາດຮັບມືກັບວິກິດການ. ການຮັບມືກັບວິກິດການ ແລະ ໃຫ້ຄວາມຊ່ວຍເຫລືອ ຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດການສຸກເສີນ ຮ້າຍແຮງທີ່ເກີດຂຶ້ນ ເປັນສິ່ງທີ່ສຳຄັນຍິ່ງ.
ທ່ານ ແກຣມ ບັກເລ ຜູ້ອຳນວຍການຫ້ອງການ ອົງການແຮງງານສາກົນ ຮັບຜິດຊອບປະເທດໄທ, ກຳປູເຈຍ ແລະ ລາວ ກ່າວວ່າ: ອຸດສາຫະກຳຂົງເຂດຕັດຫຍິບ ໄດ້ຮັບຜົນກະທົບໜັກໜ່ວງ ຈາກການລະ ບາດຂອງພະຍາດ ໂຄວິດ-19 ເຊິ່ງການໃຫ້ເງິນອຸດໜູນຄັ້ງນີ້ ຈະຊ່ວຍປະກອບສ່ວນ ໃຫ້ແຮງງານ ແລະ ທຸ ລະກິດໃນຂົງເຂດຕັດຫຍິບ ສາມາດຜ່ານວິກິດຄັ້ງນີ້ ກັບຄືນມາດຳເນີນງານ ພາຍຫລັງທີ່ຜົນກະທົບ ຂອງການ ລະບາດພະຍາດ ດັ່ງກ່າວຫລຸດລົງ.
ຂ່າວ-ພາບ: ສິງຄຳ
ເນື້ອໃນ: ຂປລ