ຂປລ. ກອງປະຊຸມສະຫຼຸບ ວຽກງານປ້ອງກັນຊາດ ປະຈຳປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈຳປີ 2021 ໄດ້ສຳເລັດລົງດ້ວຍ ໝາກຜົນອັນຈົບງາມ ພາຍຫລັງດຳເນີນ ມາເປັນເວລາ 2 ວັນໃນລະຫວ່າງວັນທີ 22-23 ກຸມພາ 2021 ນີ້, ເຊິ່ງມື້ທີສອງຂອງກອງປະຊຸມ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການ ສູນການພັກ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີບັນດາສະຫາຍຄະນະນໍາ ກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຄະນະພັກ-ຄະນະ ບັນຊາບັນດາກົມກອງ, ຫົວໜ່ວຍບໍລິສັດລັດ ວິສາຫະກິດກອງທັບ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງອົງການກະຊວງ ແລະ ບັນດາກົມກອງກຳລັງຫລວງ, ກໍາລັງທ້ອງຖິ່ນທົ່ວກອງທັບ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ມີຄໍາເຫັນສັງລວມ ແລະ ໃຫ້ທິດຊີ້ນຳກອງປະຊຸມ ຫລາຍບັນຫາສໍາຄັນວ່າ: ກອງປະຊຸມໄດ້ດໍາເນີນມາເປັນເວລາ 2ວັນ, ບົນຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມໄດ້ສໍາເລັດ ຕາມຈຸດປະສົງຄາດໝາຍຢ່າງຈົບງາມ. ໃນວາລະດໍາເນີນກອງປະຊຸມ, ພວກເຮົາໄດ້ ພ້ອມກັນຄົ້ນຄວ້າ ຕີລາຄາສະພາບ ການທີ່ສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ ໃນປີ 2020 ກໍຄື ວຽກງານປັບປຸງກໍ່ສ້າງ ກໍາລັງທາງດ້ານ ການເມືອງ-ແນວຄິດ ແລະ ການຈັດຕັ້ງ, ການປະຕິບັດຫນ້າທີ່ ຂອງບັນດາອົງການ, ກົມກອງ-ທ້ອງຖິ່ນ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ດ້ານຕັ້ງໜ້າ, ບັນດາຈຸດອ່ອນທີ່ ຄົງຄ້າງ, ວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງ ວຽກງານຈຸດສຸມ ໃນປີຕໍ່ໜ້າ ເພື່ອສືບຕໍ່ກໍ່ສ້າງກອງທັບ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ. ໃນກອງປະຊຸມໄດ້ມີການ ມີປະກອບຄໍາເຫັນ ຂອງຕົວແທນ ບັນດາກົມ ກອງກ່ຽວຂ້ອງທີ່ຂຶ້ນກັບ.
ພ້ອມນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາບັນດາກົມກອງ ເປັນເຈົ້າການເພີ່ມທະວີ ການຊີ້ນໍາ-ນໍາພາວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະ ຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມຫມັ້ນຄົງຂອງປະເທດຊາດ, ຕັ້ງໜ້າຍົກສູງສະຕິກຽມພ້ອມ ຄໍາສັ່ງປະຕິບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າການຕ້ານທຸກ ກົນອຸບາຍລ່ຽມລາຍ ຂອງສັດຕູ, ທັບມ້າງຍຸດທະສາດ ຫັນປ່ຽນໂດຍສັນຕິ ຂອງອິດທິກໍາລັງປໍລະປັກ, ເປັນເຈົ້າການ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງ ພັກ, ປົກປັກຮັກສາ ລະບອບໃໝ່, ລະບອບປະຊາທິປະໄຕ ປະຊາຊົນໃຫ້ໝັ້ນຄົງ, ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ທາງດ້ານສັງຄົມຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງ ກໍາລັງລົງ ກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫລີກ ແລະ ບັນດາຈຸດສຸມ ຂອງກະຊວງ; ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ ໃນທຸກດ້ານ, ເອົາໃຈໃສ່ຍົກສູງ ສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວ ຕອບຕ້ານທຸກການ ເຄື່ອນໄຫວຂອງສັດຕູຢ່າງທັນການ; ສຸມໃສ່ແກ້ໄຂເຂດ ທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດ ຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂ ຄ່ອງແຄ້ວເດັດຂາດ; ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ ແນວຄິດໃຫ້ເລິກເຊິ່ງ ແທດເຖິງແຕ່ລະເປົ້າໝາຍ, ອົບຮົມທາດແທ້ມູນ ເຊື້ອກອງທັບ ປະຕິວັດ, ກອງທັບປະຊາຊົນ ໃນເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບການເກັບກໍາ ສະພາບການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມ ການເມືອງແນວຄິດ ຕ້ອງແຫລມຄົມ, ເຮັດດ້ວຍຫລາຍຮູບຫລາຍສີ, ຫລາຍວິທີການ ແລະ ມີເນື້ອໃນອຸດົມສົມບູນ, ເພື່ອສ້າງຄວາມ ຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງ ພັກ-ລັດ ເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງ ໃໝ່ຢ່າງແທ້ຈິງ.
ເນື້ອໃນ: ຂປລ