
ຂປລ. ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ອົງການພັດທະນາເນເທີແລນ (SNV) ຈະຮ່ວມມືກັນ ເພື່ອສົ່ງເສີມສຸຂະພາບທີ່ດີ, ການສຶກສາ, ໂພຊະນາການ ແລະ ທັກສະຊີວິດທີ່ຈຳເປັນ ໃນບັນດາເດັກຍິງໄວໜຸ່ມ ຈຳນວນ 3.860 ຄົນ ໃນແຂວງອຸດົມໄຊ ແລະ ແຂວງຫົວພັນ, ໂດຍຜ່ານກຸ່ມນາງນ້ອຍ ນຳໃຊ້ປື້ມຄູ່ມື ແລະ ເອກະສານຮ່ວມກັນພັດທະນາ ໂດຍ UNFPA ແລະ ພະແນກສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ເຊິ່ງສິ່ງເຫລົ່ານີ້ຈະຊ່ວຍໃຫ້ໄວໜຸ່ມ ພັດທະນາຊີວິດການເປັນຢູ່, ສຸຂະພາບ, ສະຕິປັນຍາ ແລະ ເສດຖະກິດຂອງເຂົາເຈົ້າ ເພື່ອດຳເນີນຊີວິດ ທີ່ຕົນກຳນົດເອງ, ໃນການຮ່ຳຮຽນຕໍ່ ຫລື ຮຽນຄືນໃໝ່ ພ້ອມກັບເລື່ອນເວ ລາໃນການຖືພາ ຫລື ແຕ່ງງານໄວ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືໃນຂົງເຂດ ທີ່ມີຄວາມສົນໃຈຮ່ວມກັນ ຄື: ການສ້າງຄວາມເຂັ້ມແຂງ ໃຫ້ແກ່ໄວໜຸ່ມແມ່ຍິງ ແລະ ການສົ່ງເສີມສິດທິມະນຸດ ຂອງພວກເຂົາ ໂດຍຜ່ານ "ນ້ອຍ" ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ໂດຍ ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າ ອົງການ UNFPA ແລະ ທ່ານ Allert Van Den Ham ຜູ້ຕາງຫນ້າອົງການ ພັດທະນາເນເທີແລນ ເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ວິສານ ສົມພົງ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ວິສານ ສົມພົງ ໄດ້ໃຫ້ຮູ້ວ່າ: ໄວໜຸ່ມຍິງ ເປັນປະຊາກອນຈຳນວນຫລາຍ ໃນ ສປປ ລາວ ແຕ່ເປັນຜູ້ຕົກເປັນເຫຍື່ອຫລັກ ຂອງຄວາມບໍ່ສະເໝີພາບ ໃນດ້ານຕ່າງໆ. ເດັກຍິງ ໄດ້ຮັບຜົນກະທົບຈາກ ການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ: ການອອກໂຮງຮຽນ, ການແຕ່ງ ດອງກ່ອນໄວຮຽນ, ການເກີດລູກກ່ອນກຳນົດ, ການເຮັດວຽກທີ່ ບໍ່ເປັນທາງການ, ຄວາມຮຸນແຮງໃນຄອບຄົວ ແລະ ຄວາມເຊື່ອ ທາງວັດທະນະທຳ ແລະ ສັງຄົມ ທຳຮ້າຍຊີວິດ, ສະຫວັດດີການ ແລະ ກຽດຕິຍົດຂອງພວກເຂົາ. ສະນັ້ນ, ມັນຈຶ່ງເປັນສິ່ງສຳຄັນ ທີ່ຄວາມ ຕ້ອງການຂອງພວກເຂົາ ໄດ້ຖືກພິຈາລະນາ ໂດຍຜ່ານການແຊກແຊງ ເຂົ້າມີສ່ວນຮ່ວມ ແລະ ຫົວຄິດປະດິດສ້າງທີ່ຍືນຍົງ. ເດັກຍິງໄວໜຸ່ມ ໃນເຂດຊົນນະບົດແມ່ນ ປະສົບກັບຫລາຍບັນຫາ ແລະ ສິ່ງທ້າທາຍທີ່ກີດຂວາງ ການພັດທະນາສຸຂະພາບຂອງພວກເຂົາ, ເຊິ່ງພວກເຂົາ ຕ້ອງການ ການສະໜັບສະໜູນ ທີ່ຕອບໂຈດໃນບັນຫາ ຂອງພວກເຂົາ. ບູລິມະສິດຂອງ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ລວມມີ ການຂະຫຍາຍ ການເຂົ້າເຖິງເດັກຊາຍ ແລະ ເດັກຍິງໄວໜຸ່ມ ຈາກກຸ່ມທີ່ມີຄວາມສ່ຽງ ແລະ ປະຊາກອນຊົນເຜົ່າ ໃນເຂດຊົນນະບົດ ໃຫ້ເຂົ້າເຖິງການສຶກສາ ແລະ ທັກສະ.
ໂຄງການນາງນ້ອຍ ຮ່ວມກັນພັດທະນາໂດຍ UNFPA ແລະ ກະຊວງສຶກສາທິການ ແລະ ກິລາ ແມ່ນໜຶ່ງໃນບັນດາການແຊກແຊງ ທີ່ມີປະສິດທິຜົນ ທີ່ແກ້ໄຂຄວາມຕ້ອງການ ຂອງເດັກຍິງໄວລຸ້ນ ແລະ ບັນລຸຜົນຂອງ NSEDP ຄັ້ງທີ 9.
ເນື້ອໃນ: ຂປລ