
ຂປລ. ຕອນເຊົ້າວັນທີ 21 ກຸມພາ 2021, ຄະນະນຳສະຖານ ເອກອັກຄະລັດຖະທູດລາວ ນຳໂດຍສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າວາງພວງມະລາ ແລະ ເຊັນປຶ້ມ ເພື່ອອາໄລເຖິງດວງວິນຍານຂອງ ສະຫາຍ ເຈືອງ ວີ້ງ ຈ້ອງ ອະດີດກຳມະການ ກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດ ນາມ.
ສະຫາຍ ເຈືອງ ວີ້ງ ຈ້ອງ ໄດ້ປະກອບສ່ວນອັນສຳຄັນ ເຂົ້າຮ່ວມຂະບວນການ ຕໍ່ສູ້ຕ້ານພວກຈັກກະພັດຜູ້ຮຸກຮານ ເພື່ອພາລະກິດທ້ອນໂຮມ ປະເທດຊາດເປັນເອກະພາບ, ສະຫາຍ ໄດ້ອຸດທິດຊີວິດ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງປະຊາຊົນຫວຽດນາມອ້າຍນ້ອງ, ສະຫາຍເປັນເພື່ອນສະໜິດສະໜົມ ທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນລາວ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນ ຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈືອງ ວີ້ງ ຈ້ອງ ເຊິ່ງການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍ ອະດີດຜູ້ນໍາພັກ-ລັດ, ຜູ້ມີຄວາມປີຊາສາມາດ ທີ່ປ່ຽມລົ້ນໄປດ້ວຍ ປະສົບການຂອງພັກ, ລັດ ແລະ ປະຊາ ຊົນຫວຽດນາມ ແຕ່ຍັງເປັນການສູນເສຍ ເພື່ອນມິດຜູ້ໃກ້ຊິດສະໜິດ ສະໜົມຂອງພັກ, ລັດ ແລະ ປະຊາຊົນລາວ.
ນະໂອກາດແຫ່ງຄວາມ ໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ ໄດ້ແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນຢ່າງສຸດຊຶ້ງ ຮ່ວມກັບລັດຖະບານ ແລະ ປະຊາຊົນຫວຽດນາມ ຕະຫລອດຮອດ ຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ເຈືອງ ວີ້ງ ຈ້ອງ ມານະໂອກາດນີ້ດ້ວຍ.
ຂ່າວ-ພາບ: ໂອລຳ
ເນື້ອໃນ: ຂປລ