
ຂປລ. ໃນວັນທີ 22 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດ ຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍປະຊາຊົນ ລາວທຸກຄົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງ ເພາະພັນ ຂອງໜອນນໍ້າຍຸງລາຍ, ໂດຍປະຕິບັດ 5ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດ ໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງທີ່ເປັນ ພາຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີ ຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດ ໄຂ້ຍຸງລາຍ.
ໃນວັນທີ 21 ກຸມພາ 2021 ສປປ ລາວ ແມ່ນບໍ່ມີຜູ້ຕິດເຊື້ອ ແລະ ບໍ່ມີຜູ້ເສຍຊີວິດ, ນັບແຕ່ວັນທີ 26 ທັນວາ 2020 – 21 ກຸມພາ 2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 128 ຄົນ, ມີລາຍງານກໍລະນີໃນ 12 ແຂວງ, ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນ ຫລວງວຽງຈັນ 35 ຄົນ, ອັດຕະປຶ 30 ຄົນ, ຖັດລົງມາແມ່ນຫລວງພະບາງ 16 ຄົນ), ບໍ່ມີຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ. ສຳລັບ ລາຍລະອຽດ ຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງ ສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.
ຂ່າວ: ສຸກສະຫວັດ
ເນື້ອໃນ: ຂປລ