ຂປລ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 19 ກຸມພາ 2021 ນີ້ວ່າ: ການໝັ່ນປະຕິບັດຫລັກການ 5ປ ຖືເປັນວິທີການ ທໍາລາຍໜອນນໍ້າ ທີ່ເປັນພາຫະນໍາເຊື້ອຂອງພະຍາດໄຂ້ຍຸງລາຍ ທີ່ມີປະສິດທິຜົນທີ່ສຸດ ແລະ ໃນວັນທີ 18 ກຸມພາ 2021 ນີ້, ສປປ ລາວ ມີຜູ້ຕິດເຊື້ອເພີ່ມ 1 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.
ນັບແຕ່ວັນທີ 26 ທັນວາ 2020-18 ກຸມພາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍກໍລະນີສະສົມທັງໝົດ 122 ຄົນ ໃນ 12 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ ແມ່ນນະຄອນຫລວງວຽງຈັນ ມີ 32 ຄົນ, ອັດຕະປຶ 30 ຄົນ, ຖັດລົງມາແມ່ນຫລວງພະບາງ 15 ຄົນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ໝັ່ນທຳຄວາມສະອາດເຮັດອານາໃໝ່ ໂດຍສະເພາະ 5ປ ໃຫ້ເປັນປົກກະຕິ. ທັງນີ້, ເພື່ອເປັນການທໍາລາຍແຫລ່ງໜອນນໍ້າ ທີ່ເປັນພາຫະນໍາເຊື້ອຂອງພະຍາດໄຂ້ຍຸງລາຍ.
ເນື້ອໃນ: ຂປລ