ຂປລ.ໃນວັນທີ 18 ກຸມພາ 2021, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍປະຊາຊົນ ລາວທຸກຄົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງທີ່ເປັນພາຫະນຳເຊື້ອພະຍາດ ປະຊາຊົນກໍບໍ່ມີຄວາມສ່ຽງຕໍ່ການຕິດ ເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.
ໃນວັນທີ 17 ກຸມພາ 2021 ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 02 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ; ນັບແຕ່ວັນທີ 26/12/2020-17/02/2021 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 121 ຄົນ (ມີລາຍງານກໍລະນີໃນ 12 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 32 ຄົນ, ອັດຕະປື 30 ຄົນ, ຖັດລົງມາແມ່ນ, ຫລວງພະບາງ 15 ຄົນ), ບໍ່ມີຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ. ຂ່າວ: ສຸກສະຫວັດ
ເນື້ອໃນ: ຂປລ