
ຂປລ. ເມື່ອທິດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເພື່ອສະເຫລີມສະຫລອງຄົບຮອບ 8 ປີ ທີ່ ສປປ ລາວ ໄດ້ເປັນສະມາຊິກ ຂອງອົງການ ການຄ້າໂລກ (WTO) ແລະ ປຶກສາຫາລືວາງແຜນຍຸດທະສາດ ທີ່ຕິດພັນກັບການຄ້າໂລກທີ່ ສປປ ລາວ ເປັນພາຄີກັບສາກົນ ເຊັ່ນ: ສັນຍາ ASEAN Agreement on E-Commerce ແລະ ກະກຽມເຂົ້າຮ່ວມເປັນພາຄີຂອງ ສັນຍາວ່າດ້ວຍ ເຕັກໂນໂລຊີ ຂໍ້ມູນຂ່າວສານ (Information Technology Agreement: ITA) ພາຍໃນປີນີ້ ເພື່ອໃຫ້ມີການເປີດກວ້າງດ້ານການຄ້າຍິ່ງຂຶ້ນ ທີ່ມີພັນທະ ແລະ ເປັນພັນທະມິດນໍາ.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງ ການເຜີຍແຜ່ ແລະ ຖ່າຍທອດຄວາມຮູ້ກ່ຽວ ກັບສະພາບ ການເຈລະຈາ ໃນປັດຈຸບັນ ຂອງອົງການການຄ້າໂລກ (ອຄລ) ເຊັ່ນ: ການປະຕິຮູບ ອຄລ ແລະ ບັນຫາໃໝ່ ທີ່ສະເໜີເຂົ້າໃນການເຈລະຈາ ຄື: ການຄ້າທາງເອເລັກໂຕຣນິກ, ການອໍານວຍຄວາມສະດວກທາງດ້ານການລົງທຶນ, ຈຸລະວິສາຫະກິດ-ວິສາຫະກິດຂະໜາດນ້ອຍ ແລະ ກາງ. ພ້ອມກັນນີ້, ກໍເພື່ອເປັນການແລກປ່ຽນ ຄຳຄິດເຫັນ ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ສະຖາບັນການສຶກສາ ກ່ຽວກັບນະ ໂຍບາຍການຄ້າຂອງ ສປປ ລາວ ໃນຍຸກເສດຖະກິດດິຈິຕອນ ແລະ ການກະກຽມ ຄວາມພ້ອມ ໃນການຫລຸດພົ້ນ ອອກຈາກ ປະເທດດ້ອຍພັດທະນາ ທີ່ຕິດພັນກັບວຽກງານການຄ້າ.
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ ໄດ້ກ່າວວ່າ: ຕະຫລອດ 8 ປີ ຂອງການເປັນສະມາຊິກ ອົງການການຄ້າໂລກ, ສປປ ລາວ ໄດ້ສຸມເຫື່ອເທ ແຮງເຂົ້າໃນການ ຈັດຕັ້ງປະຕິບັດບັນ ດາພັນທະ ດ້ວຍການປັບປຸງນິຕິກຳຕ່າງໆ ໃຫ້ມີຄວາມສອດຄ່ອງ, ມີຄວາມໂປ່ງໃສ ແລະ ສ້າງສະພາບ ແວດລ້ອມ ທີ່ເອື້ອອຳນວຍ ຄວາມສະດວກ ໃນການດຳເນີນທຸລະກິດ ເພື່ອເຮັດໃຫ້ ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ນະໂຍບາຍການຄ້າ ແລະ ການລົງທຶນຂອງ ສປປ ລາວ. ໂດຍເຫັນໄດ້ຢ່າງຈະແຈ້ງ ຈາກການປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເຈລະຈາບັນຫາໃໝ່ໃນ ອຄລ ໂດຍສະເພາະແມ່ນການເຂົ້າຮ່ວມຖະ ແຫລງການ ໃນວຽກງານ ການຄ້າທາງເອເລັກໂຕຣນິກ ແລະ ກໍ່ເພື່ອຮັບປະກັນ ການເອື້ອອໍານວຍ ຜົນປະໂຫຍດແກ່ການ ພັດທະນາການຄ້າ ທາງເອເລັກ ໂຕຣນິກ ຂອງກຸ່ມປະເທດດ້ອຍພັດທະນາ.
ໃນຂະນະດຽວກັນ, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາປະຈຳລາວ ໄດ້ກ່າວສະແດງຄວາມຊົມເຊີຍ, ຄວາມສຳເລັດອັນສຳຄັນນີ້ ລະຫວ່າງລັດຖະບານ ສປປ ລາວ ແລະ ສະຫະລັດອາເມຣິກາ ທີ່ໄດ້ປະກອບສ່ວນ ເຂົ້າໃນການຊຸກຍູ້ ການເຂົ້າເປັນສະມາຊິກອົງການການຄ້າໂລກ, ເຊິ່ງ ສ. ອາເມລິກາ ໄດ້ໃຫ້ການຊ່ວຍເຫລືອລ້າແກ່ ສປປ ລາວ ໃນຫລາຍໂຄງການ ໃນໄລຍະຫລາຍກວ່າ 10 ປີ ແລະ ສົ່ງເສີມດ້ານໂຄງລ່າງພື້ນຖານ ທາງດ້ານກົດໝາຍໃໝ່ໆ ທີ່ຕິດພັນກັບຊັບສິນດ້ານປັນຍາ ແລະ ການຄ້າ, ພ້ອມທັງການ ສ້າງຈົດໝາຍ ເຫດທາງລັດຖະການ ເພື່ອເປັນເວທີ ໃຫ້ສາທາລະນະ ໄດ້ມີໂອກາດ ປະກອບຄຳຄິດເຫັນ ໃນຂັ້ນຕອນຕ່າງໆ ຂອງການສ້າງລະບຽບການ ແລະ ກົດໝາຍ.
ເນື້ອໃນ: ຂປລ