ກິມ ເຈິງ ອິນ (1942-2011), ປະທານຄະນະກຳມາທິການປ້ອງກັນປະເທດທີ່ຍືນຍົງຕະຫຼອດການຂອງສາທາລະນະລັດປະຊາຊົນປະຊາທິປະໄຕເກົາຫຼີ ເປັນຜູ້ນຳຂອງປະຊາຊົນທີ່ແທ້ຈິງຜູ້ທີ່ເຊື່ອໝັ້ນປະຊາຊົນຂອງຕົນຢ່າງໜັກແໜ້ນ ແລະ ນຳພາປະເທດຂອງຕົນໂດຍອາໄສປະຊາຊົນ.
ເພິ່ນຮັກປະຊາຊົນຂອງຕົນເປັນຢ່າງຍິ່ງ. ຄວາມຮັກຂອງເພິ່ນທີ່ມີຕໍ່ປະຊາຊົນຂອງຕົນສະແດງອອກໃນການອຸທິດທີ່ບໍ່ສິ້ນສຸດຂອງເພິ່ນເຂົ້າໃນຄວາມເປັນຢູ່ທີ່ດີຂອງເຂົາເຈົ້າ,ຂະນະດຽວກັນກໍ່ຖືເຂົາເຈົ້າເປັນສິ່ງທີ່ລ້ຳຄ່າທີ່ສຸດ ແລະ ມີອຳນາດທີ່ສຸດໃນໂລກ ແລະ ເປັນຄູສອນທີ່ມີຄວາມສາມາດຮອບຕົວ. ຜົນປະໂຫຍດຂອງປະຊາຊົນຍາມໃດກໍເປັນຈຸດເລີ່ມຕົ້ນຂອງຄວາມຄິດ ແລະ ວຽກງານຂອງຕົນ. ເມື່ອໃດກໍ່ຕາມທີ່ມີການສ້າງໂຄງສ້າງອັນໃໝ່ຫຼື ວຽກອັນໃດໜຶ່ງແລ້ວ, ທຳອິດເພິ່ນກໍ່ຈະຖາມວ່າປະຊາຊົນມັກ ຫຼື ບໍ່; ເມື່ອໃດກໍ່ຕາມທີ່ປະຊາຊົນພົບບັນຫາ, ເພິ່ນກໍ່ຈະຮູ້ສຶກເຈັບປວດໃຈເມື່ອຄິດເຖິງຄວາມບໍ່ສະດວກສະບາຍຂອງເຂົາເຈົ້າ. ເມື່ອເດີນທາງໄປຕ່າງປະເທດ, ເພິ່ນກໍ່ຈະເປັນຫວ່ງກ່ຽວກັບຄວາມຢູ່ດີມີສຸກຂອງປະຊາຊົນຂອງຕົນ. ຜູ້ແທນຂອງປະທານາທິບໍດີຣັດເຊຍ ທ່ານໜຶ່ງທີ່ເຄີຍໄດ້ຕິດຕາມເພິ່ນໃນເວລາທີ່ເດີນທາງໄປຢ້ຽມຢາມສະຫະພັນຣັດເຊຍໄດ້ຂຽນໃນປຶ້ມຕົນເອງວ່າ: ປະທານກິມ ເຈິງ ອິນ ແມ່ນຜູ້ນໍາທີ່ອຸທິດຄວາມຮັກ ແລະ ຄວາມຄິດຂອງຕົນທັງໝົດເຂົ້າໃສ່ຄວາມສຸກຂອງປະຊາຊົນຂອງຕົນ.
ການປົກປ້ອງ ແລະ ເບິ່ງແຍງຊະຕາກຳຂອງປະຊາຊົນດ້ວຍຕົນເອງແມ່ນສິ່ງທີ່ຍອດຍິ່ງຂອງຄວາມຮັກຂອງເພິ່ນທີ່ມີຕໍ່ປະຊາຊົນຂອງຕົນ. ເພິ່ນໄດ້ເຮັດໃຫ້ຄວາມອາດສາມາດດ້ານການປ້ອງກັນປະເທດຂອງຕົນມີຄວາມເຂັ້ມແຂງຂຶ້ນຢ່າງພົ້ນເດັ່ນ, ເປັນການປົກປ້ອງ ຢ່າງໜັກແໜ້ນຄວາມປອດໄພຂອງປະຊາຊົນຈາກການຂົ່ມຂູ່ດ້ານຕ່າງໆຈາກພາຍນອກ. ການທີ່ເພິ່ນຍົກສະຖານະຂອງສປປ ເກົາຫຼີຂຶ້ນເປັນປະເທດທີ່ມີຄວາມທັນສະໄໝ ແລະ ເຂັ້ມແຂງຮອບດ້ານທາງການທະຫານໄດ້ກາຍເປັນເຫດການປະຫວັດສາດທີ່ຮັບປະກັນ ຄວາມປອດໄພ ແລະ ທັນສະ ໄໝ ໃຫ້ແກ່ ປະຊາຊົນ ແລະ ປະເທດຊາດຢ່າງໜັກ ແໜ້ນ.
ກິມ ເຈິງ ອິນ ຍາມໃດກໍ່ບໍ່ຄືຜູ້ອື່ນ, ກົງໄປກົງມາ ແລະ ຖ່ອມໂຕຕໍ່ໜ້າປະຊາຊົນ. ຍາມໃດກໍ່ຖືຕົນເອງເປັນລູກຂອງຊາວຜູ້ອອກແຮງງານ, ຮ່ວມສຸກຮ່ວມທຸກກັບເຂົາເຈົ້າ; ເພິ່ນຈະເຂົ້າໄປຫາປະຊາຊົນ ນຸ່ງເຄື່ອງທຳມະດາ ແລະ ກິນເຂົ້າປັ້ນ; ເພິ່ນລອດເຂົ້າອຸ ໂມງຂຸດຄົ້ນບໍ່ແຮ່ໃຕ້ດິນແລະ ຍ່າງຕາມທາງທົ່ງໄຮ່ທົ່ງນາ; ເມື່ອພົບປະຊາຊົນ, ເພິ່ນຈະໃຫ້ຄວາມສົນໃຈຟັງເລື່ອງລາວຂອງເຂົາເຈົ້າແລະ ບ່ອນໃດກໍຕາມທີ່ເພິ່ນໄປ ເພິ່ນກໍຈະຖ່າຍຮູບຮ່ວມກັບເຂົາເຈົ້າໂດຍຢືນຢູ່ຂ້າງໆເຂົາເຈົ້າ. ມີຄັ້ງໜຶ່ງເພິ່ນໄດ້ຕອບຮັບຄຳຂໍຂອງແມ່ຍິງ ຊົນນະບົດຄົນໜຶ່ງໃຫ້ຕັ້ງຊື່ລູກຂອງນາງທີ່ໃກ້ຈະເກີດ.
ດ້ວຍຄວາມສາມາດໃນການນຳພາອັນໂດດເດັ່ນຂອງເພິ່ນ, ກິມ ເຈິງ ອິນຜ່ານຜ່າການທົດສອບຂອງປະຫວັດສາດ ແລະ ປ່ຽນສປປເກົາຫຼີກາຍເປັນປະເທດສັງຄົມນິຍົມທີ່ປະຊາຊົນເປັນໃຈກາງຢ່າງແທ້ຈິງ.
ຄັ້ງໜຶ່ງ ເພິ່ນກ່າວວ່າ: ຂະນະທີ່ນາຍທຶນມີຄວາມສັດທາໃນເງິນຄຳ, ຂ້າພະເຈົ້າສັດທາໃນຄວາມເຂັ້ມແຂງມະຫາຊົນ; ເງິນບໍ່ສາມາດປ່ຽນຄວາມຄິດຂອງປະຊາຊົນໄດ້, ແຕ່ຄວາມເຊື່ອໝັ້ນສາມາດລະດົມມະຫາຊົນ ແລະ ກະຕຸກຊຸກຍູ້ໃຫ້ເຂົາເຈົ້າສະແດງຄວາມ ເຂັ້ມແຂງຂອງຕົນອອກມາເຖິງທີ່ສຸດ; ນີ້ແມ່ນປັດສະຍາແຫ່ງຄວາມເຂັ້ມແຂງຂອງຂ້າພະເຈົ້າ.
ຄຳເວົ້າເຫຼົ່ານີ້ໄດ້ຊີ້ໃຫ້ເຫັນວ່າ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວອັນພິເສດຂອງເກົາຫຼີສາມາດຍາດມາໄດ້ແນວໃດ. ເມື່ອກ້າວເຂົ້າສູ່ຊຸມປີ 1990, ສປປ ເກົາຫຼີ ໄດ້ປະເຊີນກັບຄວາມຫຍຸ້ງຍາກຊົ່ວຄາວ ເນື່ອງຈາກການພັງທະລາຍຂອງລະບົບສັງຄົມນິຍົມໂລກ, ໄພຂົ່ມຂູ່ຈາກພາຍນອກ ແລະ ໄພພິບັດທາງທຳມະຊາດທີ່ເກີດຂຶ້ນໃນຫຼາຍປີຕິດຕໍ່ກັນ. ໃນເວລານັ້ນ, ເພິ່ນສາມາດແກ້ໄຂທຸກຄວາມຫຍຸ້ງຍາກກ່ຽວກັບຄວາມເຂັ້ມແຂງຂອງຄວາມສາມັກຄີເປັນໜຶ່ງດຽວ; ຂະນະທີ່ແຜນການຕ້ານສັງຄົມນິຍົມຂອງຈັກກະພັດ ແລະ ລູກແຫຼ້ງຕີນມືໄດ້ກາຍເປັນທີ່ໂຈ່ງແຈ້ງກວ່າເກົ່າ, ເພິ່ນໄດ້ນຳພາທົ່ວປວງຊົນເຊີດຊູຄວາມສັດທາທີ່ໜັກແໜ້ນໃນໄຊຊະນະຂອງລັດທິສັງຄົມນິຍົມແລະ ກະຕຸກຊຸກຍູ້ໃຫ້ເຂົາເຈົ້າສູ້ຊົນປົກປ້ອງສັງຄົມນິຍົມ, ກ້າທ້າທາຍອຸປະສັກດ້ວຍນ້ຳໃຈປະຕິວັດແຫ່ງການເພິ່ງພາຕົນເອງ ແລະ ຄວາມກ້າຫານ; ເພິ່ນເອງໄດ້ຢ້ຽມຢາມໂຮງງານ, ໝູ່ບ້ານຊົນນະບົດ ແລະ ພື້ນທີ່ກໍ່ສ້າງ, ໃຫ້ຄຳແນະນຳກ່ຽວກັບວິທີຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ.
ເພິ່ນໄດ້ເປີດເຜີຍແຜນແມ່ບົດການສ້າງປະເທດສັງຄົມນິຍົມທີ່ເຂັ້ມແຂງແລະ ກະຕຸກຊຸກຍູ້ໃຫ້ປະຊາຊົນສູ້ຊົນ. ດ້ວຍການເບິ່ງໄກອະນາຄົດໃນເວລາທີ່ປະເທດໄດ້ຕົກຢູ່ໃນສະພາບຫຍຸ້ງຍາກທີ່ສຸດ, ເພິ່ນໄດ້ໃຫ້ບູລິມະສິດການນຳໃຊ້ເຕັກໂນໂລຊີ CNC ໃນອຸດ ສາຫະກຳຜະລິດເຄື່ອງຈັກ. ເພິ່ນໄດ້ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ວິທະຍາສາດ ແລະ ເຕັກໂນໂລຊີທົ່ວປະເທດ ແລະ ໄດ້ຈູດຄົບເພີງແຫ່ງການປະຕິວັດອຸດສາຫະກຳໃນສັດຕະວັດໃໝ່, ເພື່ອເຮັດໃຫ້ເສດຖະກິດໂດຍລວມຂອງປະເທດເປັນໄປ ຕາມແນວຄິດຈຸດເຊ ແລະ ທັນສະໄໝ. ເພິ່ນໄດ້ນຳພາໂຄງການທີ່ມີການລົງທຶນຂະໜາດໃຫຍ່ແລະ ໃຊ້ຄົນຫຼາຍເຊັ່ນການຈັດສັນທີ່ດິນຄືນໃໝ່, ການສ້າງທາງນ້ຳລິນ ແລະ ການສ້າງສະຖານີໄຟຟ້າຂະໜາດນ້ອຍ ແລະ ຂະຫນາດກາງດ້ວຍການລະດົມ ຄວາມ ກະຕືລືລົ້ນທີ່ສ້າງສັນອັນແຮງກ້າ ແລະ ຄວາມເຂັ້ມແຂງຂອງປະຊາຊົນ. ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງເພິ່ນ, ປະຊາຊົນເກົາຫຼີສາມາດຜ່ານຜ່າສິ່ງທ້າທາຍທຸກຮູບແບບຂອງການທົດສອບ, ຄວາມທຸກຍາກ ແລະ ເປີດກວ້າງເສັ້ນທາງສ້າງປະເທດສັງຄົມ ນິຍົມທີ່ເຂັ້ມແຂງ.
ພາບພົດອັນສູງສົ່ງຂອງກິມ ເຈິງ ອິນທີ່ເປັນດັ່ງຜູ້ນຳທີ່ແທ້ຈິງຂອງປະຊາຊົນຈະຍືນຍົງຕະຫຼອດການໃນດວງໃຈຂອງປະຊາຊົນເກົາຫຼີ ແລະ ປະຊາຊົນຜູ້ກ້າວໜ້າທົ່ວໂລກ.
ເນື້ອໃນ: ຂປລ