
ຂປລ. ຟາມພູຕາເວັນ ເປັນສະຖານທີ່ທ່ອງທ່ຽວ ຕັ້ງຢູ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ເໝາະສົມແກ່ການຜັກຜ່ອນ, ຖ່າຍຮູບຫລີ້ນ ແລະ ເຮັດກິດຈະກໍາອື່ນໆ ພາຍຫລັງ ທີ່ໄດ້ຮັບຜົນກະທົບ ຈາກການ ແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ເຈົ້າຂອງຟາມ ກໍ່ໄດ້ມີການປັບປຸງພື້ນທີ່ໃໝ່ ໃຫ້ມີຫລາຍກິດຈະກໍາ ເປັນຕົ້ນ ມີສວນສັດ, ມີຮ້ານອາຫານພື້ນບ້ານໃຫ້ບໍລິການ ແລະ ປູກດອກຕາເວັນ ເປັນຈໍານວນຫລາຍ ເພື່ອໃຫ້ລູກຄ້າໄດ້ທ່ຽວຊົມ ແລະ ປະກອບສ່ວນສົ່ງເສີມ ກິດຈະກໍາລາວທ່ຽວລາວ. ປັດຈຸບັນ ດອກຕາເວັນຢູ່ພາຍໃນຟາມ ແມ່ນກໍາລັງເບັງບານຢ່າງສວຍງາມ ແລະ ເລີ່ມບັງບານ ໄປຮອດວັນທີ 30 ເດືອນມີນາ 2021, ເປີດໃຫ້ບໍລິການເຂົ້າທ່ຽວຊົມທຸກມື້ ເລີ່ມແຕ່ເວລາ 7:00-18:00 ໂມງ ຂອງທຸກໆມື້.

ທ່ານ ທົງໄຊ ສີຄໍາຜ່ອງ ຜູ້ຈັດການຟາມພູຕາເວັນ ໃຫ້ສໍາພາດໃນວັນທີ 9 ກຸມພາ 2021 ນີ້ວ່າ: ປີ 2020 ຟາມພູຕາເວັນ ໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດໂຄວິດ-19 ເນື່ອງຈາກວ່າໃນເດືອນມີນາ ຫາ ເດືອນເມສາ ປະເທດຂອງພວກເຮົາໃນມີການລັອກດາວ ແລະ ຟາມ ໄດ້ປິດໃຫ້ບໍລິ ການໃນໄລຍະທີ່ດອກຕາເວັນ ກໍາລັງເບັງບານຢ່າງສວຍງາມ ແລະ ພະນັກງານພາຍໃນຟາມບໍ່ມີວຽກເຮັດງານທໍາ ດັ່ງນັ້ນເພື່ອເປັນການຊ່ວຍເຫລືອພະນັກງານ ແລະ ຜູ້ດ້ອຍໂອກາດ ເຈົ້າຂອງຟາມ ຈຶ່ງໄດ້ລິເລີ່ມປັບປຸງຕົບແຕ່່ງ ພ້ອມທັງຈັດສັນຟາມຄືນໃໝ່ ໃຫ້ມີຄວາມໂດດເດັ່ນ ແລະ ສວຍງາມ ເຊິ່ງໄດ້ລິເລີ່ມແຕ່ເດືອນກັນຍາ 2020 ເປັນຕົ້ນມາ ມາຮອດເດືອນທັນວາ 2020 ໄດ້ລົງມືປູກດອກຕາເວັນໃນເນື້ອທີ່ 1 ເຮັກຕາ ໄປຄຽງຄູ່ກັບການປູກດອກໄມ້ນາໆຊາດ ປະດັບປະດາ ແລະ ວັນທີ 15 ມັງກອນ 2021 ໄດ້ເປີດຟາມ ໃຫ້ບໍລິການລູກຄ້າເຂົ້າທ່ຽວຊົມໂດຍບໍ່ເສຍຄ່າ ມາຮອດວັນທີ 20 ມັງກອນ 2021 ຈຶ່ງໄດ້ເກັບປີ້ເຂົ້າຊົມຄົນລະ 15.000 ກີບ ເພື່ອເປັນລາຍໄດ້ໃຫ້ພະນັກງານ. ນອກຈາກນີ້, ຟາມພູຕາເວັນຍັງໄດ້ຈັດຝຶກອົບຮົມໃຫ້ພະນັກງານເປັນຕົ້ນ ການບໍລິການລູກຄ້າ ການປຸງແຕ່ງອາຫານ ການປູກຕົ້ນໄມ້ ແລະ ພືດຜັກຕ່າງໆ ພິເສດຜົນຜະລິດພືດຜັກຕ່າງໆ ທີ່ປູກພາຍໃນຟາມແມ່ນນໍາໃຊ້ໃນການປຸງແຕ່ງອາຫານ ໃຫ້ບໍລິ ການລູກຄ້າທີ່ມາໃຊ້ບໍລິການ. ນອກນັ້ນ, ຍັງໄດ້ນໍາຜົນຜະລິດໄປຈໍາໜ່າຍຢູ່ຕະຫລາດບ້ານໄຮ່ ປາກງື່ມຕາມລາຄາທ້ອງຕະຫລາດຕື່ມອີກ ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ເນື່ອງຈາກການເປີດໃຫ້ບໍລິການຂອງຟາມພູຕາເວັນ ກໍາລັງຢູ່ໃນສະພາບເຝົ້າລະວັງການແຜ່ລະ ບາດເຊື້ອພະຍາດໂຄວິດ-19 ຟາມກໍ່ໄດ້ມີລະບົບການປ້ອງກັນຢ່າງເຂັ້ມງວດ ໂດຍທຸກຄົນທີ່ຈະເຂົ້າໃນຟາມຕ້ອງໄດ້ມີການວັດແທກອຸນຫະພູມ ແລະ ຜ່ານຕູ້ຂ້າເຊື້ອອະນາໄມຮ່າງກາຍ ທີ່ໄດ້ຮັບການສະໜັບສະໜູນຈາກກຸ່ມບໍລິສັດ ພົງຊັບທະວີ ຈາກນັ້ນຖ່າຍຮູບຢູ່ໜ້າເຄົາເຕີ້ ທ່ຽວຊົມໂຄມໄຟ ຖ່າຍຮູບລົດມ້າ ທ່ຽວຊົມດອກໄມ້ນາໆຊາດ ທ່ຽວຊົມດອກຕາເວັນ ແລະ ທ່ຽວຊົມສັດນາໆ ຊະນິດຈໍານວນໜຶ່ງ ເປັນຕົ້ນ ໝູປ່າ ມ້າ ນົກກະຈອກເທດ ແລະ ກະຕ່າຍ ປັດຈຸບັນກໍາລັງສ້າງຄອກ ຄາດວ່າຈະໃຫ້ສໍາເລັດພ້ອມທັງນໍາສັດເຂົ້າມາໃນວັນທີ 14 ກຸມພາ 2021 ນອກນັ້ນ ມີພະສຸກຈໍາລອງໃຫ້ສັກກາບໄຫວ້ສັກກາລະບູຊາ ມີໂຊນແຄມປິ້ງ ໂດຍມີເຕັ້ນໃຫ້ເຊົາ 2 ຮູບແບບ ຄື: ເຕັ້ນນອນ 2 ຄົນ ລາຄາ 80 ພັນກີບຕໍ່ຄືນ ແລະ ເຕັ້ນນອນ 3 ຄົນ ລາຄາ 120.000 ກີບຕໍ່ຄືນ ມີລົດໄຟຟ້າໃຫ້ເຊົາຄັນໜຶ່ງ 20 ພັນກີບ ແລະ ລົດຖີບໃຫ້ເຊົ່າ 15 ພັນກີບຕໍ່ຄັນຕໍ່ມື້. ນອກນີ້, ຍັງມີອາຫານພື້ນບ້ານ ນໍ້າໝາກໄມ້ ແລະ ກາເຟ ທີ່ມີລາຄາເລີ່ມຕົ້ນແຕ່ 10 ພັນກີບຂຶ້ນໄປ.
ຂ່າວ ສົມຫວັງ
ເນື້ອໃນ: ຂປລ