*ປັດຈຸບັນ, ແຂວງບໍລິຄຳໄຊ ມີຄວາມພ້ອມກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະ ມາຊິກສະພາປະຊາຊົນແຂວງຊຸດທີ II ໂດຍປະທານສະພາປະຊາຊົນແຂວງ ກ່າວວ່າ: ໄດ້ສຸມໃສ່ຫລາຍວຽກງານທີ່ສຳຄັນ ເປັນຕົ້ນໄດ້ແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຄະນະຜູ້ປະຈຳການ, ການ ຈັດຕັ້ງ, ແຜນດຳເນີນງານ ແລະ ການເຄື່ອນໄຫວຂອງຄະນະກຳມະການເລຶອກຕັ້ງ ແລະ ບັນດາອະນຸກຳ ມະການລວມທັງໄດ້ຊຸກຍູ້, ຕິດຕາມກວດກາຄະນະກຳມະການເລືອກຕັ້ງຂັ້ນເມຶອງໃນການເກັບກຳຈຳນວນພົນລະເມຶອງ, ບັນຊີຜູ້ມີສິດເລືອກຕັ້ງ, ອຸປະກອນທີ່ຈຳປັນຮັບໃຊ້ການເລຶອກຕັ້ງ, ເຊື່ອມຊຶມ, ເຜີຍແຜ່ບັນ ດາເອກະສານທີ່ສຳຄັນຂອງພັກ-ລັດ ກ່ຽວກັບການເລືອກຕັ້ງໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳ ຫລວດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ
ແຂວງບໍລິຄຳໄຊ ມີໜ່ວຍປ່ອນບັດເລຶອກຕັ້ງ 201 ໜ່ວຍ, ໃນນີ້ເມືອງປາກຊັນ 32 ໜ່ວຍ, ທ່າພະບາດ 18 ໜ່ວຍ, ປາກກະດິງ 26 ໜ່ວຍ, ບໍລິຄັນ 43 ໜ່ວຍ, ຄຳເກີດ 40 ໜ່ວຍ, ວຽງທອງ 25 ໜ່ວຍ, ເໄຊຈຳພອນ 8 ໜ່ວຍ, ກອງບັນຊາການ ປກຊ ແຂວງ 8 ໜ່ວຍ ແລະ ກອງບັນຊາການ ປສກ ແຂວງ 1 ໜ່ວຍ.
ສັງລວມແລ້ວ ແຂວງບໍລິຄຳໄຊ ມີຄວາມພ້ອມໃນບັ້ນເລືອກຕັ້ງຄັ້ງນີ້ ແລະ ໝັ້ນໃຈຮັບປະກັນໄດ້ 3 ຄາດໝາຍ ຄື ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດເລືອກຕັ້ງໃຫ້ໄດ້ 100%, ຮັບປະກັນບໍ່ໃຫ້ມີບັດຕາຍ 100% ແລະ ແຕ່ລະໜ່ວຍປ່ອນບັດເຂດເລືອກຕັ້ງຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ 100%.
ເນື້ອໃນ: ຂປລ