
ຂປລ. ໃນວັນທີ 23 ມັງກອນ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ນຳພາຄອບຄົວ ເຂົ້າກາບໄຫວ້ຊັກກາລະບູຊາ ພະ ທາດສີໂຄດຕະບອງ ຢູ່່ເມືອງທ່າແຂກ, ພະທາດຕູມພະວັງ ຢູ່ເມືອງໜອງບົກ ແຂວງຄຳມ່ວນ ແລະ ພະ ທາດໂຜ່ນ ຢູ່ເມືອງໄຊພູທອງ ແຂວງສະຫວັນນະເຂດ, ໃນລະຫວ່າງການເດີນທາງເຂົ້າຮ່ວມພິທີສະເຫລີມ ສະຫລອງ ແລະ ມອບ-ຮັບໂຄງການ ກໍ່ສ້າງອະນຸສາວະລີ ພຣະບາດສົມເດັດ ພຣະເຈົ້າໄຊຍະເຊດຖາທິ ຣາດ ມະຫາຣາດ ຢູ່ແຂວງອັດຕະປື.
ຈຸດປະສົງ ຂອງການເຂົ້າກາບໄຫວ້ ຊັກກາລະບູຊາ ກໍເພື່ອນຳພາ ແລະ ເປັນແບບຢ່າງໃຫ້ລູກຫລານ ແລະ ຄົນຮຸ່ນຫລັງໃນການສົ່ງເສີມ ແລະ ຮັກສາມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວ ໃຫ້ຢູ່ຄຽງຄູ່ກັບ ຊາວລາວຕະຫລອດໄປ, ພ້ອມທັງມອບເງິນໃຫ້ວັດລະ 5 ລ້ານກີບ ເພື່ອເປັນທຶນປະກອບສ່ວນ ບູລະນະວັດເຫລົ່ານັ້ນ ໃຫ້ມີຄວາມສວຍງາມ ແລະ ຮຸ່ງເຮືອງເຫລືອງເຫລື້ອມ ເພື່ອດຶງດູດປວງຊົນລາວ ກໍຄື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ຊັກກາລະບູຊາ ໃຫ້ນັບມື້ນັບຫລາຍຂຶ້ນ.
ທ່ານ ສອນໄຊ ສີພັນດອນ ໂດຍຕາງໜ້າໃຫ້ຄອບຄົວ ກ່າວວ່າ: ພວກຂ້ານ້ອຍຂໍມອບ ວັດຖຸປັດໄຈເຫລົ່ານີ້ ເພື່ອເປັນທຶນ ປະກອບສ່ວນບູລະນະ ແລະ ສ້າງສາພັດທະນາ ພາຍໃນວັດໃຫ້ມີ ຄວາມສວຍງາມ ແລະ ນັບມື້ນັບຈະເລີນ. ຂະນະດຽວກັນ, ກໍໄດ້ມອບເງິນ 20 ລ້ານກີບ ໃຫ້ສອງບ້ານ ຄື: ບ້ານນາວາງໃຫຍ່ ເມືອງໜອງບົກ ແຂວງຄຳມ່ວນ ຈຳນວນ 10 ລ້ານກີບ ແລະ ບ້ານທາດໂຜ່ນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ຈຳນວນ 10 ລ້ານກີບ ເພື່ອເປັນທຶນປະກອບສ່ວນ ພັດທະນາໝູ່ບ້ານ ໂດຍສະ ເພາະແມ່ນການສົ່ງເສີມປະຊາຊົນ ໃນການຜະລິດສິນຄ້າ ຕາມທ່າແຮງບົ່ມຊ້ອນ ແລະ ວຽກງານຈຳເປັນ ອື່ນໆ.
ໂອກາດນີ້, ອຳນາດການປົກຄອງ ບ້ານນາວາງໃຫຍ່ ແລະ ບ້ານທາດໂຜ່ນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງຄອບຄົວທ່ານ ຮອງນາຍົກລັດຖະມົນຕີ ສຳລັບການປະກອບສ່ວນ ອັນສຳຄັນໃນຄັ້ງນີ້, ພ້ອມໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ເງິນດັ່ງກ່າວໃຫ້ໂປ່ງໃສ ແລະ ເກີດຜົນປະໂຫຍດ ສູງສຸດໃຫ້ກັບປະ ຊາຊົນພາຍໃນບ້ານຂອງຕົນ.
ຂ່າວ-ພາບ: ສິງຄຳ
ເນື້ອໃນ: ຂປລ