
ຂປລ. ປະຊາຊົນໃນ 8 ເມືອງ ຢູ່ແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນໄລຍະເດືອນກັນຍາ ແລະ ເດືອນຕຸລາ ປີ 2020 ຜ່ານມາ ໄດ້ຮັບເງິນຊ່ວຍເຫລືອຈາກ ບໍລິສັດສະຕາ ໂທລະຄົມ ຫລື ຢູນີເທວ ຜ່ານຊ່ອງທາງຢູມັນນີ (u-money) ລວມມູນຄ່າທົງໝົດ 500 ລ້ານກີບ ພາຍ ຫລັງທີ່ ບໍລິສັດສະຕາໂທລະຄົມ ສາຂາແຂວງສະຫວັນນະເຂດ ສົມທົບກັບອົງການ ຈັດຕັ້ງຂັ້ນແຂວງ ແລະ ເມືອງ ພົວພັນເອົາຂໍ້ມູນລະອຽດ ໃນການຊ່ວຍເຫລືອ ເພື່ອໂອນເງິນຊ່ວຍເຫລືອ ໂດຍກົງຫາກຸ່ມເປົ້າໝາຍ, ເຊິ່ງປັດຈຸບັນ ການເບີກຈ່າຍເງິນດັ່ງກ່າວ ໃຫ້ກັບພໍ່ແມ່ປະຊາຊົນ ແມ່ນໄດ້ໂອນເງິນສຳເລັດ 100% ແລ້ວ. ໃນນັ້ນ, ປະຊາຊົນຈຳນວນ 1.200 ຄອບຄົວ ແມ່ນໄດ້ຮັບເງິນສະໜັບສະໜູນ ມູນຄ່າ 300.000 ກີບ/ຄອບຄົວ ລວມເປັນ 360 ລ້ານກີບ ແລະ ປະຊາຊົນ 68 ຄອບຄົວ ໄດ້ຮັບເງິນຊ່ວຍເຫລືອ ມູນຄ່າ 2.059.000 ກີບ/ຄອບຄົວ ລວມເປັນ 140 ລ້ານກີບ.
ຊ່ອງທາງຢູມັນນີ (u-money) ໄດ້ກາຍເປັນຊ່ອງທາງ ເລືອກທີ່ດີສຸດສໍາລັບ ການນຳໃຊ້ເຂົ້າເປັນ ຊ່ອງທາງໃນການ ເບີກຈ່າຍເງິນຊ່ວຍເຫລືອຄັ້ງນີ້, ເຊິ່ງຈະຊ່ວຍໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບເງິນໂດຍກົງ, ໄວ ແລະ ປອດໄພ ໂດຍປະຊາຊົນ ທີ່ໄດ້ຮັບເງິນຊ່ວຍເຫລືອ ສາມາດຖອນເງິນ ໄດ້ທີ່ສູນບໍລິການ ຂອງຢູນີເທວ, ຮ້ານຕົວແທນ ຫລື ກັບພະນັກງານຂອງຢູນີເທວ ທົ່ວປະເທດ.
ເນື້ອໃນ: ຂປລ